spot_img
Homeຂ່າວຕ່າງປະເທດສະຫະປະຊາຊາດເຕືອນ ປະເທດອາຟຣິກາກາງ ສ່ຽງປະເຊີນສະພາວະອຶດຫິວຮຸນແຮງ ຍ້ອນສົງຄາມພາຍໃນ!

ສະຫະປະຊາຊາດເຕືອນ ປະເທດອາຟຣິກາກາງ ສ່ຽງປະເຊີນສະພາວະອຶດຫິວຮຸນແຮງ ຍ້ອນສົງຄາມພາຍໃນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ມັງກອນຜ່ານມານີ້ວ່າ ໂຄງການອາຫານໂລກ ແຫ່ງ ອົງການສະຫະປະຊາຊາດ (U.N. World Food Program) ໄດ້ອອກມາເຜີຍແຜ່ລາຍງານ ໃນວັນທີ 20 ມັງກອນ 2016 ວ່າ ປະຊາກອນຂອງ ສາທາລະນະລັດອາຟຣິກາກາງ ອາດຈະຕ້ອງປະເຊີນກັບ ຄວາມອຶດຫິວຂາດແຄນອາຫານ ຄັ້ງຮຸນແຮງ ຊຶ່ງເປັນຜົນພວງຂອງຄວາມຂັດແຍ່ງ ແລະ ການສູ້ຮົບພາຍໃນປະເທດ ໂດຍອາດຈະເຮັດໃຫ້ປະຊາກອນກ່ວາເຄິ່ງປະເທດ ຕ້ອງອົດຕາຍ.

ທ່ານ ກີ ອະດູອາ ຮອງຜູ້ອຳນວຍການ U.N. World Food Program ປະຈຳສາທາລະນະລັດອາຟຣິກາກາງ ໄດ້ອອກມາລະບຸວ່າ ບັນຫາການຂາດສະຖຽນລະພາບທາງການເມືອງ ໄດ້ສົ່ງຜົນເຮັດໃຫ້ປະຊາຊົນ ບໍ່ສາມາດເຮັດການຜະລິດ ຫລື ລ້ຽງສັດໄດ້ຕາມປົກກະຕິ ຊຶ່ງເປັນຕົ້ນຕໍ ນຳມາຊຶ່ງວິກິດການຂາດແຄນອາຫານ ຄັ້ງຮຸນແຮງທີ່ສຸດໃນປະເທດນີ້.

ທັງນີ້ ສາທາລະນະລັດອາຟຣິກາກາງ ຊຶ່ງເປັນອະດີດຫົວເມືອງຂຶ້ນຂອງຝຣັ່ງ ໄດ້ເລີ່ມເຂົ້າສູ່ຄວາມຂັດແຍ່ງພາຍໃນ ຕັ້ງແຕ່ປີ 2013 ເປັນຕົ້ນມາ ຫລັງຈາກທີ່ກຸ່ມຕິດອາວຸດມຸດສະລິມ ເຊເລກາ ໄດ້ເຂົ້າຍຶດອຳນາດລັດຖະບານ ທີ່ເປັນຊາວຄຣິສຕຽນ ແລ້ວທຳການສັງຫານຊາວຄຣິສຕຽນແບບບໍ່ເລືອກໜ້າ ຈາກນັ້ນຜູ້ນຳສາສະໜາຄຣິສຕຽນ ຈຶ່ງໄດ້ທຳການຈັດຕັ້ງກຸ່ມຕິດອາວຸດ ແອນຕີ-ບາລາກາ ຂຶ້ນ ເພື່ອທຳການສັງຫານໝູ່ຊາວມຸດສະລິມ ຊຶ່ງບານປາຍ ກາຍເປັນຂໍ້ຂັດແຍ່ງລະຫວ່າງສາສະໜາ ໃນຂອບເຂດທົ່ວປະເທດເຖິງປັດຈຸບັນ ຊຶ່ງມີລາຍງານວ່າ ຄວາມຂັດແຍ່ງດັ່ງກ່າວ ໄດ້ສັງຫານປະຊາຊົນຊາວອາຟຣິກາກາງໄປແລ້ວ ຫລາຍກ່ວາ 5,000 ຄົນ.

French peacekeeping soldiers patrol the city of Bangui, Central African Republic, Wednesday, Sept. 30, 2015. 42 deaths have been confirmed in Bangui since sectarian clashes erupted on Saturday between rivaling Christian and Muslim militias, but it is too dangerous for aid organizations to collect the bodies or help the wounded, according to Antoine Mbao-Bogo of The Red Cross. (AP Photo)
ພາບ: AP Photo

559000000725404

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...