spot_img
Homeຂ່າວຕ່າງປະເທດຈີນ-​ຊາ​ອຸ​ດິດອາຣັບບີ​ເປີດ​ໂຮງ​ກັ່ນ​ນ້ຳມັນ​

ຈີນ-​ຊາ​ອຸ​ດິດອາຣັບບີ​ເປີດ​ໂຮງ​ກັ່ນ​ນ້ຳມັນ​

Published on

    ຜູ້ນຳ​ສປ ຈີນ ​ແລະ ຜູ້ນຳຊາ​ອຸ​ດິດອາຣັບບີ ຮ່ວມ​ພິທີເປີດ​ໂຮງ​ກັ່ນ​ນ້ຳມັນ​ແຫ່ງ​ໃໝ່ ​ຢູ່​ໃນ​ນະຄອນຫຼວງຣິຍາດ​ໃນ​ວັນ​ທີ 20 ມັງກອນ​ທີ່​ຜ່ານ​ມາ ຊຶ່ງ​ເປັນ​​ໂຄງການ​ຮ່ວມ​ທຶນ​ລະຫວ່າງ​ສອງ​ປະ​ເທດ.

    ສຳນັກ​ຂ່າວ​ເອ​ເອຟພີລາ​ຍງານ​ຈາກ​ນະຄອນຣິຍາດ​ຂອງ​ຊາ​ອຸ​ດິດອາຣັບບີ​ໃນ​ວັນ​ທີ 20 ມັງກອນ​ທີ່​ຜ່ານ​ມາ​ວ່າ ທ່ານ ສີ ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຂອງ​ຈີນ ​ແລະ ກະສັດຣິຊັລມານ​ແຫ່ງ​ຊາ​ອຸ​ດິດອາຣັບບີ ຮ່ວມ​ເປັນ​ປະທານ​ໃນ​ພິທີ​ເປີດ​ໂຮງ​ກັ່ນ​ນ້ຳມັນ ຊຶ່ງ​ເປັນ​ໂຄງການ​ລົງທຶນ​ຮ່ວມ​ລະຫວ່າງ​ 2 ປະ​ເທດ​ໃນ​ນະຄອນຣິຍາດ ຊຶ່ງ​ເປັນ​ມື້​ທີ່ 2 ຂອງ​ການ​ຢ້ຽມຢາມ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ຂອງ​ທ່ານ​ສີ ຈິ້ນ​ຜິ​ງ. ​ໂຮງ​ກັ່ນ​ນ້ຳມັນ ຍານ​ບູ ຊິ​ໂນ​ເປ​ກ ຣີ​ໄຟ​ນິ່ງ ຄຳ​ປານີ (ຢາສ​ເຣຟ)ຕັ້ງ​ຢູ່​ເມືອງ​ອຸດສາຫະກຳ ຍານ​ບູ ​ແຄມ​ຝັ່ງ​ທະ​ເລ​ແດງ ຮຸ້ນ​ສ່ວນ 62,5% ຖື​ໂດຍ​ບໍລິສັດ​ລາຍ​ໃຫຍ່​ຂອງ​ຊາ​ອຸ​ດິດອາຣັບບີ ສ່ວນ​ບໍລິສັດ​ໄຊ​ນ່າ ປີ​ໂຕຣລຽມ ​ແອນ ​ເຄມິຄອລ ຄອບ(ຊິ​ໂນ​ເປ​ກ)ຂອງ​ຈີນ ຖື​ຮຸ້ນ​ສ່ວນ​ທີ່​ເຫຼືອ​ທັງ​ໝົດ, ຊຶ່ງ ຢາສ​ເຣຟສະ​ແດງ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ຂອງ 2 ບໍລິສັດ​ໃນ​ການ​ຂັບ​ເຄື່ອນ​ການຈະ​ເລີ​ນ​ເຕີບ​​ໂຕ.

ປະ​ຈຸ​ບັນຊາ​ອຸ​ດິດອາຣັບບີ​ເປັນ​ຜູ້​ຈັດ​ສົ່ງ​ນ້ຳມັນ​ດິບ​ລາຍ​ໃຫຍ່​ສຸດ​ຂອງ​ຈີນ ຊຶ່ງ​ການ​ຂະຫຍາຍ​ເຂົ້າ​ສູ່​ການ​ກັ່ນ ​ ເໝາ​ະສົມ​ກັບ​ເປົ້າ​ໝາຍ​ຂອງ​ລັດຖະບານ​ໃນ​ການ​ສ້າງ​ຄວາມ​ຫຼາກ​ຫຼາຍ​ທາງ​ເສດຖະກິດ​ຂອງ​ປະ​ເທດ ລັດຖະບານ​ປັບ​ນະ​ໂຍບາຍ​ເລັ່ງດ່ວນ ຫຼັງ​ຈາກ​ລາຍ​ໄດ້​ຈາກ​ນ້ຳມັນ​ຂອງ​ປະ​ເທດ​ຫຼຸດລົງ, ຊຶ່ງຢາສ​ເຣຟ​ເປັນ 1 ​ໃນ 5 ​ໂຮງ​ກັ່ນ​ນ້ຳມັນ​ຮ່ວມ​ທຶນ​ຊອງ​ຊາ​ອຸ​ດິດອາຣັບບີ ​ແລະ ​ເປັນ​ໂຮງງານ​ດຽວ​ທີ່ຢູ່​ໃນ​ປະ​ເທດ​, ອີກ 4 ​ແຫ່ງ​ຢູ່​​ໃນ​ຕ່າງ​ປະ​ເທດ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...