Homeຂ່າວການສຶກສາ ໄທ-ລາວຕັ້ງສູນຮຽນຮູ້ເພື່ອຊຸ່ມຊົນ

ໄທ-ລາວຕັ້ງສູນຮຽນຮູ້ເພື່ອຊຸ່ມຊົນ

Published on

20140317132519

ທ່ານຖະຣິດ ປະສານສອນ ຜູ້ອຳນວຍການສຳນັກງານສົ່ງເສີມການສຶກສານອກລະບົບຫຼືການສຶກສານອກໂຮງຮຽນຈັງຫວັດບຶງການ ເປິດເພີຍວ່າ ຕາມທີ່ສຳນັກງານການສຶກສານອກໂຮງຮຽນສປປລາວໃດ້ເຮັດຂໍ້ຕົກຮ່ວມກັນໃນການດຳເນີນຄວາມຮ່ວມມືໃນວິຊາການເພື່ອສົ່ງເສີມການຮຽນຮູ້ຕະຫຼອດຊີວິດໃຫ້ແກ່ປະຊາຊົນໂດຍຈະມີການຈັດຕັ້ງສູນການຮຽນຮູ້ໃນຊຸ່ຊົນ 7 ແຂວງໃນສປປລາວ ໃດ້ແກ່: ແຂວງບໍລິຄຳໄຊ ແຂວງຈຳປາສັກ ແຂວງສາລາວັນ ແຂວງສະຫວັນນະເຂດ ແຂວງຄຳມ່ວນ ແຂວງໄຊຍະບູລີ ແລະນະຄອນຫລວງວຽງຈັນ

ຂະນະນີ້ການສ້າງໃດ້ສຳເລັດໃນ 1ແຂວງຄື: ສູນການຮຽນຊຸ່ມຊົນເມືອງປາກຊັນ ແຂວງບໍລິຄຳໄຊ ແລະຈະເປິດໃຫ້ບໍລິການປະຊາຊົນເຕັມຮູບແບບທັ້ງການຮຽນການສອນແລະການອົບຮົບສ້າງອາຊີບ ໃນເດືອນມີນາ2014 ເປັນຕົ້ນໄປ

ທ່ນບຸນໂຮມ ແກ້ວມະນີສັກ ຫົວໜ້າຫ້ອງການສຶກາແລະກິລາເມືອງປາກຊັນ ເວົ້າວ່າ ສູນການສຶກສາດັ່ງກ່າວຖືເປັນຕົ້ນແບບທີ່ມີປະໂຍດຕໍ່ການຮຽນຮູ້ນອກລະບົບຂອງລາວເພາະຕັ້ງຢູ່ໃນບໍລິເວນແວດລ້ອມທັ້ງໂຮງຮຽນອານຸບານ ໂຮງຮຽນປະຖົມແລະມັດຖະຍົມ ທີ່ຈະເອື້ອໃຫ້ຄູເຂົ້າມາຊ່ວຍຈັດກິດຈະກຳໃຫ້ປະຊາຊົນໃດ້ຢ່າງສະດວກແລະຈະຂະຫຍາຍໄປສູນການຮຽນທີ່ເຫຼືອອີກ7ແຂວງດ້ວຍ.

ບົດຄວາມຫຼ້າສຸດ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...