spot_img
Homeຂ່າວການພັດທະນາສປປ.ລາວ ມີແຫຼ່ງຜະລິດໄຟຟ້າທີ່ສ້າງສຳເລັດ 38 ແຫ່ງ ສ້າງລາຍຮັບຈາກຂາຍໄຟຟ້າ 300 ລ້ານກວ່າໂດລາຕໍ່ປີ

ສປປ.ລາວ ມີແຫຼ່ງຜະລິດໄຟຟ້າທີ່ສ້າງສຳເລັດ 38 ແຫ່ງ ສ້າງລາຍຮັບຈາກຂາຍໄຟຟ້າ 300 ລ້ານກວ່າໂດລາຕໍ່ປີ

Published on

ໃນວາລະດໍາເນີນກອງຕໍ່ກອງປະຊຸມໃຫຽ່ ຄັ້ງ ທີ X ຂອງພັກ ໃນວັນທີ 18 ມັງກອນ 2016 ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ຫຼັກ 6 ນະຄອນຫຼວງວຽງຈັນ ສະຫາຍ ດຣ. ຄໍາມະນີ ອິນທິລາດ ເລຂາຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານຕໍ່ກອງປະຊຸມວ່າ ໃນໄລຍະຫຼາຍປີຜ່ານມາ ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍລິຫານງານສູນກາງພັກ ການຄຸ້ມຄອງຂອງລັດຖະບານ ແລະ ດ້ວຍຄວາມເປັນເຈົ້າການ ຕັ້ງໜ້າບຸກບືນສູ້ຊົນຂອງຖັນແຖວສະມາຊິກພັກ ພະນັກງານ ແລະ ກຳມະກອນໃນຂະແໜງການພະລັງງານ ແລະ ບໍ່ແຮ່ ເຮັດໃຫ້ຂະແໜງການນີ້ໄດ້ຮັບການພັດທະນາ ແລະ ມີບາດກ້າວຂະຫຽາຍໂຕຢ່າງແຂງແຮງ ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ສາມາດດໍາລົງບົດບາດເປັນເຈົ້ານໍາໜ້າພາທາງໃນລະບົບພື້ນຖານໂຄງລ່າງເສດຖະກິດແຫ່ງຊາດ ຕະຫຼອດໄລຍະ 30 ປີແຫ່ງການປ່ຽນແປງໃໝ່ ໂດຍສະເພາະ ໃນການຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຽ່ ຄັ້ງທີ IX ຂອງພັກ ໄດ້ຍົກສູງວຽກງານພັດທະນາອຸດສາຫະກຳພະລັງງງານໄຟຟ້າ ແລະ ບໍ່ແຮ່ ຮັບໃຊ້ໜ້າທີ່ການເມືອງຂອງພັກ ແລະ ຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ ແລະ ປະຕິບັດການທົດລອງວຽກງານສາມສ້າງ ສະເພາະໃນໄລຍະ 5 ປີຜ່ານມານີ້ ຍອດຜະລິດຕະພັນຂອງຂະແໜງພະລັງງານ ແລະ ບໍ່ແຮ່ ມີມູນຄ່າເຖິງ 94.342 ຕື້ກີບ ກວມເອົາ 12% ຂອງ GDP ທຽບໃສ່ສົກປີ 2006-2010 ເພີ່ມຂຶ້ນປະມານ 9,22% ສະເພາະການພັດທະນາອຸດສາຫະກຳພະລັງງານໄຟຟ້າໃນໄລຍະ 5 ປີຜ່ານມາມີຜົນສຳເລັດຄື ປີ 2015 ທົ່ວປະເທດມີແຫຼ່ງຜະລິດໄຟຟ້າ ທີ່ສ້າງສຳເລັດ 38 ແຫ່ງ ມູນຄ່າ 10 ຕື້ໂດລາສະຫະລັດ ກໍາລັງການຜະລິດ 6.000 ກວ່າເມກາວັດ ເພີ່ມຂຶ້ນ 26 ແຫ່ງ ຖ້າປຽບທຽບໃສ່ເມື່ອກ່ອນ ປີ 2015 ທົ່ວປະເທດມີ 148 ເມືອງ ໄດ້ຊົມໃຊ້ໄຟຟ້າແບບຖາວອນ 100% ໃນນັ້ນ ມີ 85,54% ຂອງຈຳນວນບ້ານ ແລະ 89,78% ຂອງຈຳນວນຄອບຄົວໃນທົ່ວປະເທດ ມີໄຟຟ້າໃຊ້ຖາວອນ ສົມທຽບຈຳນວນຄອບຄົວ ທີ່ຊົມໃຊ້ໄຟຟ້າປັດຈຸບັນ ກັບ ປີ 1975 ນັ້ນ ຖືວ່າລື່ນກັນເປັນ 200 ເທົ່າໂຕ ແລະ ລື່ນແຜນການທີ່ວາງໄວ້ 9,78% ພ້ອມກັນນັ້ນ ການພັດທະນາພະລັງງານທາງເລືອກໃໝ່ເຊັ່ນ ພະລັງງານຈາກແສງຕາເວັນ ຢູ່ເຂດຫ່າງໄກສອກຫຼີກ ກໍໄດ້ຮັບການພັດທະນາເຊັ່ນກັນ ມາຮອດກາງປີ 2015 ການຊົມໃຊ້ໄຟຟ້າແສງຕາເວັນມີ 14.327 ຄອບຄົວ ເທົ່າກັບ 1,27% ຂອງຄອບຄົວທັງໝົດໃນທົ່ວປະເທດ ພະລັງງານລົມ ຊີວະພາບ ຊີວະມວນ ແລະ ພະລັງງານອື່ນໆ ກໍໄດ້ມີການກະກຽມພັດທະນາໃຫ້ຕໍ່ເນື່ອງຢູ່ບາງທ້ອງຖິ່ນທີ່ມີເງື່ອນໄຂ ສຳລັບການຂະຫຽາຍໄຟຟ້າ ໃຫ້ແກ່ຄອບຄົວທຸກຍາກ ທີ່ຢູ່ຊົນນະບົດຫ່າງໄກສອກຫຼີກ ເຊິ່ງໄຟຟ້າລາວ ໄດ້ມີນະໂຍບາຍການຕິດຕັ້ງໄຟຟ້າເຂົ້າເຮືອນໃຫ້ກ່ອນ ແລ້ວຈິ່ງຊໍາລະແບບຜ່ອນຜັນ ດ້ວຍການຄິດໄລ່ເຂົ້າໃນການຊົມໃຊ້ໄຟຟ້າ ໃນແຕ່ລະເດືອນ ອັນໄດ້ເຮັດໃຫ້ພໍ່ແມ່ປະຊາຊົນ ມີຄວາມເພິງພໍໃຈ ແລະ ເຮັດໃຫ້ພວກເຂົາເຈົ້າ ມີການພັດທະນາຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ ໃນໄລຍະດຽວກັນນີ້ ກໍສາມາດປະຕິບັດໄດ້ 2.404 ບ້ານ ມີ 43.218 ຄອບຄົວ ເຊິ່ງໃນໄລຍະ 5 ປີ ຜ່ານມາ ສາມາດຈຳໜ່າຍພະລັງງານໄຟຟ້າອອກຕ່າງປະເທດຄື ໄທ ຫວຽດນາມ ກຳປູເຈຍ ໄດ້ເພີ່ມຂຶ້ນ 4 ເທົ່າໂຕທຽບໃສ່ປີ 2010 ແລະ ຄາດວ່າປີ 2016 ກໍຈະໄດ້ເລີ່ມສົ່ງຂາຍໄຟຟ້າໄປປະເທດມຽນມາ ອັນໄດ້ເຮັດໃຫ້ຂະແໜງພະລັງງານໄຟຟ້າ ສາມາດສ້າງລາຍຮັບສະເຫຼ່ຍ 300 ກວ່າລ້ານໂດລາສະຫະລັດຕໍ່ປີ ແລະ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ.

ຂ່າວ/ພາບ ສິງຄໍາ

ແຫ່ລງຂ່າວVTE Today1

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...