spot_img
Homeຂ່າວພາຍ​ໃນສ້າງເສດຖະກິດແຫ່ງຊາດ ໄປຕາມທິດພັດທະນາແບບຍືນຍົງ

ສ້າງເສດຖະກິດແຫ່ງຊາດ ໄປຕາມທິດພັດທະນາແບບຍືນຍົງ

Published on

ຂປລ. ພັກເຮົາໄດ້ກຳນົດທິດທາງ ແລະ ຄາດໝາຍໃຫຍ່ຫລາຍດ້ານ ເພື່ອນຳພາປະເທດຊາດຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ໃນປີ 2020 ເຊິ່ງໜຶ່ງໃນນັ້ນແມ່ນການເສີມຂະຫຍາຍກໍາລັງແຮງ ຂອງບັນດາພາກສ່ວນເສດຖະກິດກໍຄື ຊັ້ນຄົນຕ່າງໆເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະ ເທດຊາດຢ່າງຕັ້ງໜ້າ, ເຮັດໃຫ້ເສດຖະກິດແຫ່ງຊາດ ຂະຫຍາຍຕົວໄປຕາມທິດພັດທະນາແບບຍືນຍົງຢ່າງຕໍ່ເນື່ອງ, ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ແລະ ໜັກແໜ້ນ.

ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຜ່ານຮ່າງບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ​ໃນວັນທີ 18 ມັງກອນ ວ່າ: ເພື່ອເຮັດໃຫ້ການສ້າງເສດຖະກິດແຫ່ງຊາດ ໄປຕາມທິດພັດທະນາ ແບບຍືນຍົງນັ້ນ ພວກເຮົາຕ້ອງໄດ້ ສືບຕໍ່ສ້າງ ແລະ ພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົນນິຍົມ ທີ່ມີຫລາຍພາກສ່ວນເສດຖະກິດ, ຫລາຍຮູບການກຳມະສິດ, ຫລາຍຮູບການແຈກຢາຍ ແລະ ຫລາຍຮູບການຈັດຕັ້ງການຜະລິດທີ່ສະເໝີພາບ; ສ້າງເສດຖະກິດແຫ່ງຊາດ ໃຫ້ເຕີບໂຕຢ່າງແຂງແຮງຕໍ່ເນື່ອງ ຕາມທິດພັດທະນາແບບຍືນຍົງ ມີຄວາມກົມກຽວກັບສັງຄົມ ແລະ ສິ່ງແວດລ້ອມ, ຮັບປະກັນໃຫ້ເສດຖະກິດມະຫາພາກມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ ຕິດພັນກັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ໜັກແໜ້ນເຂັ້ມແຂງ; ພັດທະນາກະສິກຳ ສະອາດຕິດພັນກັບການປຸງແຕ່ງ ແຕ່ຫົວທີ, ສ້າງເປັນພື້ນຖານຂອງ ການພັດທະນາທີ່ຍືນຍົງ, ຜະລິດສິນຄ້າໃຫ້ຫລາຍຂຶ້ນ ທັງດ້ານປະລິມານ ແລະ ຄຸນນະພາບ; ແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຢ່າງທົ່ວເຖິງ, ຕັ້ງໜ້າສືບຕໍ່ປະຕິບັດ ມາດຕະການຍຸດທະສາດຫັນລົງກໍ່ສ້າງຮາກຖານ, ພັດທະນາຊັນນະບົດຮອບດ້ານ ຕາມທິດສ້າງຊົນນະບົດໃໝ່ ໂດຍຖືເອົາການສົ່ງເສີມ ການຜະລິດເປັນສິນຄ້າ ແລະ ການບໍລິການສ້າງລາຍໄດ້ເຂົ້າຄອບຄົວເປັນໃຈກາງ; ພັດທະນາອຸດສາຫະກຳ ໃນຂະແໜງທີ່ມີທ່າແຮງໄດ້ປຽບ ຕາມທິດມີຈຸດສຸມ, ມີປະສິດທິຜົນ, ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ ເພື່ອເປັນເສົາຄ້ຳໃຫ້ແກ່ ເສດຖະກິດແຫ່ງຊາດ ມີຄວາມອາດສາມາດ ໃນການແຂ່ງຂັນ.
ພ້ອມກັນນີ້, ຕ້ອງໄດ້ຍູ້ແຮງການພັດທະນາແຕ່ລະບໍລິເວນເຂດແຄວ້ນ ແລະ ຫັນເປັນຕົວເມືອງໃຫ້ມີຄວາມ ກົມກຽວດ້ານການພັດທະນາ ລະຫວ່າງ ຕົວເມືອງກັບຊົນນະບົດ; ສົ່ງເສີມການບໍລິການ ໃນຂະແໜງທຸລະກິດບໍລິການ ທີ່ມີທ່າແຮງສ້າງລາຍໄດ້ໃຫ້ປະເທດ, ດັດປັບໂຄງສ້າງຂອງຂະແໜງບໍລິການ; ສົ່ງເສີມ ການປະດິດສ້າງ ແລະ ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອໃຫ້ກາຍເປັນປັດໄຈສຳຄັນ ເພື່ອຂະຫຍາຍກຳລັງການຜະລິດ, ເສດຖະກິດພູມປັນຍາ, ຍົກສູງການຜະລິດ ແລະ ການແກ່ງແຍ່ງແຂ່ງຂັນ; ເພີ່ມທະວີການຄຸ້ມຄອງຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ ເປັນເຈົ້າການຮັບມືກັບໄພທຳມະຊາດ ແລະ ຕັ້ງໜ້າເຂົ້າຮ່ວມ ໃນຂະບວນການເຊື່ອມໂຍງ ຂະບວນການແບ່ງງານຂອງ ພາກພື້ນຢ່າງ ເປັນເຈົ້າການ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...