spot_img
Home​ຂ່າວບັນເທິງແຈັກເກັດ ວົງດົນຕີທີ່ໜ້າຈັບຕາ

ແຈັກເກັດ ວົງດົນຕີທີ່ໜ້າຈັບຕາ

Published on

ເມື່ອຕອນຄ່ຳວັນທີ 16 ມັງກອນ 2015 ທີ່ຜ່ານມາ ຢູ່ທີ່ຮ້ານ ນວນຕາ ປິ້ງເອັນ 500 ບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ວົງແຈັກເກັດ ໄດ້ຈັດມິນິຄອນເສີດ ເປີດໂຕຢ່າງຍິ່ງໃຫຍ່ ມີແຟນໆ ເຂົ້າຮ່ວມຢ່າງໜາແໜ້ນ. ນອກຈາກນັ້ນແລ້ວ ໃນໂອກາດນີ້ຍັງຖືໂອກາດສະຫຼອງວັນເກີດ ໜຸ່ມໂຊນ່ານ ນັກຮ້ອງນ້ຳຂອງວົງນຳອີກ.

ວົງແຈັກເກັດ

ໜຸ່ມໂຊນ່ານ ໄດ້ໃຫ້ສຳພາດສັ້ນໆ ຕໍ່ນັກຂ່າວພວກເຮົາວ່າ ແຈັກເກັດມີນຳກັນທັງໝົດ 5 ຄົນ ໄດ້ແກ່: ໂຊນ່ານ ຮ້ອງນຳ, ວິ ມືກີຕ້າໂຊໂລ້, ແຂັກ ມືກີຕ້າຄອດ, ໂຈອີ້ ມືເບສ ແລະ ຈອນນີ້ ມືກອງ. ຍ້ອນໂຄງການ M-150 ເສຍສະຫຼະ Cover Contest ທີ່ເຮັດໃຫ້ພວກເຮົາໄດ້ມາຮວມຕົວກັນ. ເຊິ່ງທາງນັກຮ້ອງນຳ ໂຊນ່ານເອງ ໄດ້ົສົ່ງວີດີໂອໂຄເວີເພງດັ່ງກ່າວອັບລົງໃນເພດຂອງ M-150 ວິ ມືກີ້ຕ້າໂຊໂລ້ມາເຫັນ ແລະ ໄດ້ຟັງກໍເລີຍໄດ້ຊວນມາຢູ່ວົງນໍາ. ໃນເມື່ອກ່ອນຊື່ວົງແມ່ນ OLO Rock ເມື່ອໂຊນ່ານເຂົ້າໄປຮ່ວມວົງນຳເລີຍໄດ້ປ່ຽນຊື່ວົງ ຈາກ OLO Rock ເປັນ ວົງ Jacket ຍ້ອນແຕ່ລະຄົນມີຄວາມມັກສະຕາຍການໃສ່ເສື້ອແຈັກເກັດເລີຍ ມີວົງພວກເຮົາໃນປັດຈຸບັນ.

ໃນໄລຍະທີ່ຜ່ານມາ ວົງແຈັກເກັດ ໄດ້ມີໂອກາດຜ່ານຫຼາຍເວທີ ແລະຮ້ອງເພງຕາມສະຖານບັນເທີງມາແລ້ວ ແລະທີ່ສຳຄັນທີ່ສຸດແມ່ນໄດ້ມີ ເພງຂອງວົງອອກມາແລ້ວ 2 ເພງ ຄືເພງ ທົນເພື່ອຫຍັງ ແລະ ບໍ່ຮັກຄືບໍ່ບອກ (ເພງ ບໍ່ຮັກຄືບໍ່ບອກກຳລັງຕັດຕໍ່ວິດີໂອຢູ່).

ວົງແຈັກເກັດ 12553095_945037468924892_5523035325007939961_n

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...