spot_img
Homeຂ່າວເຫດການທະນາຄາ​ນລາວ-ຝຣັ່ງ ສະຫລອງວັນສ້າງຕັ້ງຄົບ​ຮອບ 5 ປີ

ທະນາຄາ​ນລາວ-ຝຣັ່ງ ສະຫລອງວັນສ້າງຕັ້ງຄົບ​ຮອບ 5 ປີ

Published on

​ໃນ​ວັນ​ທີ 14 ມັງກອນ​ນີ້, ທະນາຄານ​ລາວ-ຝຣັ່ງ ​ໄດ້​ຈັດ​ພິທີ​ສະ​ເຫລີ​ມສະຫລອງ​ວັນ​ສ້າງ​ຕັ້ງ​ທະນາຄານ​ຂອງຕົນຄົບຮອບ 5 ປີ (26/11/2010-26/11/2015), ຂຶ້ນ​ທີ່​ສະຖານທູດ​ຝຣັ່ງ ປະຈຳ​ລາວ, ​ໂດຍ​ການ​​ເຂົ້າ​ຮ່ວມ​ຂອງ​ທ່ານນາງ ໂຄຣດິນ ​ເລີ​ດູ ​ເອກ​ອັກຄະ​ລັດຖະທູດ​ຝຣັ່ງ ປະຈຳ​ລາວ, ທ່ານ ​ໂອ​ລີ​ເວ​ຍ ຄລາຍ ຜູ້ອຳນວຍ​ການ​ໃຫຍ່​ທະນາຄານ​ເບຣດ, ມີ​ຜູ້ຕາງໜ້າ​ລັດຖະບານ ແລະທະນາຄານ​ແຫ່ງ ສປປ ລາວ, ເຂົ້າ​ຮ່ວມ​ນຳດ້ວຍ.

​​ໃນ​ໂອກາດ​ນີ້ ທ່ານ​ທູດ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່ຜົນສຳເລັດການເຮັດວຽກງານບໍລິການຂອງ​ທະນາຄານ​ລາວ-ຝຣັ່ງ ຕະຫລອດໄລຍະ 5 ປີຜ່ານມາ​, ຊຶ່ງໄດ້​ມີ​ການ​ເຄື່ອນ​ໄຫວ​ຈັດ​ກິດຈະກໍາ

ສະໜັບສະໜູນ​ຄວາມ​ຕ້ອງການ​ແຫລ່ງທຶນໃຫ້ນັກ​ລົງທຶນ​ຕ່າງປະ​ເທດ, ບໍລິສັດ​​ ​ແລະ ປະຊາຊົນ​ຊາວ​ລາວໄດ້​ເປັນ​ຢ່າງ​ດີ, ​ເຊິ່ງ​ເຮັດ​ໃຫ້​ທະນາຄານ​ລາວ-ຝຣັ່ງ, ປະສົບ​ຜົນສຳ​ເລັດເປັນຢ່າງດີ​ໃນ​ໄລຍະ 5 ປີຜ່ານມາ, ພ້ອມ​ນີ້ ທ່ານທູດຍັງ​ໄດ້ຮຽກຮ້ອງ​ໃຫ້​ທະນາຄານ​ລາວ-ຝຣັ່ງ ຈົ່ງ​ສືບ​ຕໍ່​ອຳນວຍຄວາມສະດວກ ແລະ ໃຫ້ການ​ຊ່ວຍ​ເຫລື​ອສະໜັບສະໜູນບັນດາ​ທຸລະ​ກິດ​ຕ່າງໆ​ໄດ້ພຽງພໍຕາມ​ຄວາມ​ຕ້ອງການ​ຂອງ​ເຂົາ​ເຈົ້າ.

ຜູ້ອຳນວຍ​ການ​ທະນາຄານ​ໃຫຍ່​ທະນາຄານ​ເບຣດ, ​ເຊິ່ງ​ເປັນ​ທະນາຄານ​ແມ່​ທີ່​ຕັ້ງ​ຢູ່​ປະ​ເທດ​ຝຮັ່ງ ​ໄດ້​ກ່າວ​ໃນພິທີ​ວ່າ: ທະນາຄານ​ລາວ-ຝຣັ່ງ ​ໄດ້​ເປີດ​ໃຫ້​ບໍລິການ​ຢ່າງ​ເປັນ​ທາງ​ຢູ່ສປປ ລາວ ມາແຕ່​ວັນ​ທີ 26 ພະຈິກ 2010, ​ແລະ​ເປັນ​ທະນາຄານ​ຂອງ​ທະວີ​ບ​ເອີຣົບ​ແຫ່ງ​ທຳ​ອິດ ​ແລະ ​ແຫ່ງ​ດຽວ​ທີ່​ໄດ້ສ້າງ​ຕັ້ງ​ຂຶ້ນ​ໃນສປປ ລາວ, ສ່ວນ​ໃຫຍ່ພະນັກງານ​ພາຍ​ໃນ​ທະນາຄານ​ຈະ​ເປັນ​ຄົນ​ລາວ, ​ເຊິ່ງມີໜ່ວຍ​ບໍລິການ​ທົ່ວປະ​ເທດ 22 ​ແຫ່ງ, ໂດຍຈະເນັ້ນໃສ່​ສົ່ງ​ເສີມ ​ແລະ ພັດທະນາ​ທາງ​ດ້ານ​ເສດຖະກິດ-ການ​ຄ້າ, ການ​ລົງທຶນ​ເປັນຕົ້ນຕໍ ຕາມຫລັກການ ແລະ ​ລະບຽບ​ການຂອງ​ທະນາຄານ ​ແລະ ການ​ເງິນ ເພື່ອໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ລັດຢ່າງ​ເຂັ້ມ​ງວດ, ພ້ອມ​ນີ້ ຍັງ​ໄດ້​ກ່າວ​ຂອບ​ໃຈ​ມາ​ຍັງ​ລູກ​ຄ້າທີ່​ໃຫ້​ຄວາມ​ໄວ້​ວາງ​ໃຈ ​​ເຂົ້າ​ມາ​ໃຊ້​ບໍລິການ​ນຳ​ທະນາຄານ​ລາວ-ຝຣັ່ງ ຈຶ່ງ​ເຮັດ​​ໃຫ້​ທະນາຄານ​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ໄປ​ເລື້ອຍໆ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...