spot_img
Homeຂ່າວເຫດການຄະນະບໍລິຫານງານພັກແຂວງຄຳມ່ວນ ສໍາເລັດກອງປະຊຸມເປີດກວ້າງ ຄັ້ງທີ 3 ສະໄໝທີ IX

ຄະນະບໍລິຫານງານພັກແຂວງຄຳມ່ວນ ສໍາເລັດກອງປະຊຸມເປີດກວ້າງ ຄັ້ງທີ 3 ສະໄໝທີ IX

Published on

ຂປລ. ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ແຂວງຄໍາມ່ວນ ຄັ້ງທີ 3 ສະໄໝທີ IX ​ໄດ້ດໍາເນີນແຕ່ວັນທີ 12–13 ມັງກອນ 2016 ຢູ່ແຂວງດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ສະຫາຍໂອໄດ ສຸດາພອນເລຂາຄະນະບໍລິຫານງານພັກແຂວງ, ​ເຈົ້າແຂວງໆຄໍາມ່ວນ, ໄດ້​​ສະຫລຸບຕີລາຄາ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງແລະ ພັດທະນາຊົນນະບົດຮອບດ້ານ, ວຽກງານທົດລອງສາມສ້າງ​, ການແຂ່ງຂັນຮັກຊາດແລະ ພັດທະນາແລະ ການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ໃນໄລຍະ 5 ປີທີ່ຜ່ານມາ ນັບແຕ່ປີ 2011–2015,  ພ້ອມທັງ ວາງທິດທາງແຜນການ 5 ປີຕໍ່ໜ້າ ນັບແຕ່ປີ 2016 – 2020. ກອງປະຊຸມ​​ແມ່ນ ໄດ້ຮັບຟັງການລາຍງານແລະ ປະກອບຄໍາຄິດເຫັນ ຂອງຜູ້ແທນຈາກບັນດາພະແນກການ, ບັນດາເມືອງ  ​ແລະ  ຈຸດສຸມພັດທະນາຈໍານວນໜຶ່ງຕໍ່ບັນຫາຕ່າງໆທີ່ຍົກຂຶ້ນໃນການຊີ້ນໍາໆພາແລະໃຫ້ທິດຊີ້ນໍາໃນກອງປະຊຸມ.

ກອງປະຊຸມ ຄັ້ງນີ້ ​ໄດ້ມີ​ພິທີມອບຫລຽນໄຊແຮງງານ ຊັ້ນ I ຈໍານວນ 9 ທ່ານ ແລະ 4 ບ້ານ , ຫລຽນໄຊແຮງງານ ຊັ້ນ II ຈໍານວນ 24 ທ່ານ ແລະບ້ານ, ຫລຽນໄຊແຮງງານ ຊັ້ນ III ຈໍານວນ 46 ທ່ານ ແລະ 18 ບ້ານ, ຫລຽນກາແຮງງານ ຈໍານວນ 133 ທ່ານ ແລະ 43 ບ້ານ , ໃບຍ້ອງຍໍລັດຖະບານ ຈໍານວນ 329 ທ່ານ ແລະ 64 ບ້ານທີ່ມີຜົນງານດີເດັ່ນປະກອບສ່ວນ ເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ຮອບດ້ານ, ລຶບລ້າງຄວາມທຸກຍາກ ແລະ ຊຸກຍູ້ວຽກງານສາມສ້າງ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການ ສ້າງສາພັດທະນາປະເທດຊາດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...