spot_img
Homeຂ່າວຕ່າງປະເທດWHO ປະກາດສິ້ນສຸດການລະບາດ ເຊື້ອພະຍາດອີໂບລາ ຢູ່ອາຟຣິກາຕາເວັນຕົກແລ້ວ!

WHO ປະກາດສິ້ນສຸດການລະບາດ ເຊື້ອພະຍາດອີໂບລາ ຢູ່ອາຟຣິກາຕາເວັນຕົກແລ້ວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ມັງກອນນີ້ວ່າ ອົງການອະນາໄມໂລກ ຫລື WHO ໄດ້ປະກາດໃຫ້ ປະເທດໄລເບຣີ ປອດຈາກເຊື້ອໄວຣັດອີໂບລາແລ້ວ ຫລັງຈາກບໍ່ພົບຜູ້ຕິດເຊື້ອລາຍໃໝ່ ຕະຫລອດໄລຍະ 42 ມື້ທີ່ຜ່ານມາ ແລະ ຖືເປັນການສິ້ນສຸດ ການລະບາດຂອງເຊື້ອພະຍາດດັ່ງກ່າວ ໃນພາກພື້ນອາຟຣິກາຕາເວັນຕົກ ຊຶ່ງນັບເປັນການລະບາດ ຄັ້ງຮຸນແຮງທີ່ສຸດໃນປະຫວັດສາດ.

ທັງນີ້ ເນື່ອງຈາກການລະເບີດຂອງເຊື້ອພະຍາດອີໂບລາ ໃນພາກພື້ນອາຟຣິກາຕາເວັນຕົກ ຊຶ່ງເລີ່ມມາແຕ່ຕົ້ນປີ 2013 ຈົນມາຮອດວັນທີ 6 ມັງກອນ 2016 ນີ້ເຫັນວ່າ ເຊື້ອພະຍາດດັ່ງກ່າວ ໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 11,315 ຄົນ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...