spot_img
Homeຂ່າວຕ່າງປະເທດເລຂາທິການອົງການສະຫະປະຊາຊາດ ອອກປະນາມການກໍ່ເຫດ ໂຈມຕີເມືອງຫລວງອິນໂດເນເຊຍ

ເລຂາທິການອົງການສະຫະປະຊາຊາດ ອອກປະນາມການກໍ່ເຫດ ໂຈມຕີເມືອງຫລວງອິນໂດເນເຊຍ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ມັງກອນນີ້ວ່າ ທ່ານ ບັນກີມູນ ເລຂາທິການອົງການສະຫະປະຊາຊາດ ຫລື UN ໄດ້ອອກມາປະນາມ ຕໍ່ເຫດການກໍ່ການຮ້າຍ ໂຈມຕີນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ແລະ ບາດເຈັບອີກ 20 ກ່ວາຄົນ ເມື່ອວັນພະຫັດທີ 14 ມັງກອນ 2015 ຜ່ານມານີ້ ໂດຍທ່ານໄດ້ກ່າວວ່າ ” ຂໍປະນາມການລະເບີດ ແລະ ການໂຈມຕີດ້ວຍອາວຸດປືນ ໃນນະຄອນຫລວງຈາກາຕາ, ຂໍສະແດງຄວາມເສຍໃຈ ໄປຍັງຄອບຄົວຂອງຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບບາດເຈັບ ແລະ ຂໍສະແດງຄວາມເປັນນ້ຳໜຶ່ງໃຈດຽວ ກັບລັດຖະບານ ແລະ ປະຊາຊົນຊາວອິນໂດເນເຊຍ ແລະ ຫວັງວ່າ ຜູ້ກະທຳຜິດໃນການໂຈມຕີຄັ້ງນີ້ ຈະຖືກດຳເນີນຄະດີຢ່າງວ່ອງໄວ ເພື່ອຄວາມຍຸຕິທຳ “.

 

ບົດຄວາມຫຼ້າສຸດ

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...