spot_img
Homeຂ່າວເຫດການແຕ່ລະ​ປີ​ຢູ່ລາວ​ມີ​ຫຼາຍ​ກວ່າ 2.100 ຄົນ​ເປັນ​ພະຍາດຕັບ​ແຂງ​ຍ້ອນ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ

ແຕ່ລະ​ປີ​ຢູ່ລາວ​ມີ​ຫຼາຍ​ກວ່າ 2.100 ຄົນ​ເປັນ​ພະຍາດຕັບ​ແຂງ​ຍ້ອນ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ

Published on

ໃນກອງປະຊຸມຫາລືການຄວມຄຸມ​​ເຄື່ອງດື່ມທີ່ມີທາດເຫຼົ້າສາມປະເທດລາວ​-ຫວຽດນາມແລະ ກຳປູ​​ເຈຍເມື່ອມໍ້ໆມານີ້, ທ່ານ ນາງບົວພັນ ລີໄກຢາ,ຮອງປະທານຄະນະກຳມະທິການວັດທະນະທຳ​-ສັງຄົມສະພາແຫ່ງຊາດລາວ​​ໄດ້ລາຍງານໃຫ້ຮູ້ວ່າ​: ສຳລັບສປປ ລາວແຕ່ລະປີເຄື່ອງດື່ມທີ່ມີທາດເຫຼົ້າເປັນພາລະທາງດ້ານເສດຖະກິດທີ່ໜັກໜ່ວງຊຶ່ງກວມເອົາ 2% ຂອງ GDP ​ເທົ່າກັບ1.500 ຕື້ກີບແລະ ມີປະມານ 2.120 ຄົນ/ປີ,​ ເປັນພະຍາດຕັບແຂງທີ່ມີສາເຫດມາຈາກເຄື່ອງດື່ມທີ່ມີທາດເຫຼົ້າ, ​ຫຼາຍກວ່າ 3 ​ແສນຄົນເກີດເປັນພະຍາດແລະ 180 ພັນຄົນຕິດເຫຼົ້າແລະ 50% ຂອງອຸປະຕິເຫດຕາມທ້ອງຖະໜົນແມ່ນເກີດຈາກການດື່ມ​​ເຄື່ອງດື່ມທີ່ມີທາດເຫຼົ້າແລະ ມີ​ 2.360 ກໍລະນີເສຍຊີວິດຍ້ອນອຸປະຕິເຫດທີ່ກ່ຽວພັນກັບການດື່ມ​​ເຄື່ອງດຶ່ມທີ່ມີທາດເຫຼົ້າແລະ ຈາກການລາຍງານຂອງອົງການອະນາໄມໂລກຊີ້ໃຫ້ເຫັນວ່າອັຕາການບໍລິໂພເຫຼົ້າໃນ ສປປ ລາວແມ່ນສູງກວ່າປະເທດອື່ນໃນພູມີພາກແລະ ມີທ່າອຽງສູງຂື້ນຫາກບໍ່ມີການຄວບຄຸມຢ່າງຈິງຈັງ, ​​ເຖິງຢ່າງໃດກໍຕາມຕໍ່ກັບຜົນຮ້າຍດັ່ງກ່າວພັກ​-ລັດຖະບານກໍຄືສະພາແຫ່ງຊາດໄດ້ສະແດງຄວາມເປັນຫ່ວງຕໍ່ຊີວິດແລະ ຊັບສິນຂອງປະຊາຊົນ, ຜົນທາງລົບຕໍ່ສຸຂະພາບ,​ ເສດຖະກິດສັງຄົມ,ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມແລະ ສະຖາບັນຄອບຄົວ, ພັກລັດຖະບານ​ ​ແລະ ສະພາແຫ່ງຊາດໄດ້ຮີບຮ້ອນສ້າງແຜນ ການແລະ ຮັບຮອງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ,​ ໂດຍລັດຖະບານໄດ້ມອບຄວາມຮັບຜິດຊອບໃຫ້ກະຊວງສາທາລະນະສຸກສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ​​ເປັນເຈົ້າການໃນການຈັດຕັ້ງປະຕິບັດ,​ ໂດຍປະທານປະເທດໄດ້ອອກດຳ ລັດປະກາດໃຊ້ໃນເດືອນມັງກອນ2015 ​ເປັນຕົ້ນມາ, ​​ໃນທາງປະຕິບັດຈິງໜຶ່ງປີຜ່ານມາເຫັນວ່າໄດ້ມີຜົນສຳເລັດໃນເບື້ອງຕົນແຕ່ຍັງມີສິ່ງທ້າທາຍທີ່ຈະຕ້ອງ​​ໄດ້ໃຊ້ຄວາມພະຍາຍາມໂຄສະນາອົມຮົມດ້ວຍຫຼາຍຮູບການເພື່ອປູກຈິດສຳນຶກໃນການສ້າງຄວາເຂົ້າໃຈໃຫ້ສັງຄົມ, ​ໂດຍສະເພາະແມ່ນແມ່ຍິງຖືພາ, ​ເດັກນ້ອຍເຍົາວະຊົນ ​​ແລະ ຊາວໜຸ່ມໃຫ້ເຫັນໄດ້ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ, ​ແນ່ໃສ່ການຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...