spot_img
Homeຂ່າວເຫດການຮອງປະທານສະພາແຫ່ງຊາດ ຕ້ອນຮັບຜູ້ແທນ ກອງປະຊຸມການຄວບຄຸມປະລິມານທາດເຫຼົ້າ

ຮອງປະທານສະພາແຫ່ງຊາດ ຕ້ອນຮັບຜູ້ແທນ ກອງປະຊຸມການຄວບຄຸມປະລິມານທາດເຫຼົ້າ

Published on

ທ່ານ ດຣ ໄຊສົມພອນ ພົມວິຫານ ຮອງປະທານສະພາ ແຫ່ງຊາດ ໄດ້ຕ້ອນຮັບການ  ເຂົ້າຢ້ຽມຄຳນັບຂອງຄະນະຜູ້  ແທນກອງປະຊຸມ 3 ຊາດລາວ,  ຫວຽດນາມ ແລະ ກຳປູເຈຍ  ພາຍໃຕ້ຫົວຂໍ້ການຄວບຄຸມ  ປະລິມານທາດເຫຼົ້າ ຊຶ່ງນຳ  ໂດຍທ່ານ ຫງວຽນວັນຕຽນ ສະ  ມາຊິກສະພາແຫ່ງຊາດ ສສ   ຫວຽດນາມ ຮອງກຳມາທິການ  ວັດທະນະທຳ-ສັງຄົມ ພ້ອມ  ດ້ວຍຄະນະ ໃນວັນທີ 12 ມັງ  ກອນນີ້ ທີ່ຫໍສະພາແຫ່ງຊາດໃນໂອ ກາດທີ່ຄະນະຜູ້ແທນດັ່ງກ່າວ ເດີນທາງມາເຂົ້າຮ່ວມກອງປະ ຊຸມກ່ຽວກັບ ການຄວບຄຸມທາດ ເຫຼົ້າໃນລະຫວ່າງວັນທີ 10 –   1 3  ມັງກອນ ນີ້.
ໃນໂອກາດພົບປະໂອລົມ   ທ່ານ ດຣ. ໄຊສົມພອນ   ພົມ ວິຫານ ກໍໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່  ທ່ານ ຫງວຽນວັນຕຽນ ພ້ອມ  ດ້ວຍຄະນະ ຊຶ່ງເປັນການປະ ກອບສ່ວນທີ່ສຳຄັນເຂົ້າໃນ ການເສີມຂະຫຍາຍສາຍພົວ ພັນຮ່ວມມືໃຫ້ນັບມື້ນັບແໜ້ນ ແຟ້ນຍິ່ງຂຶ້ນ ແລະ   ໃນໂອກາດ ດຽວກັນນີ້ ທ່ານ  ຫງວຽນວັນ ຕຽນ ກໍໄດ້ສະແດງຄວາມ ຂອບອົກຂອບໃຈຕໍ່ທ່ານ ດຣ. ໄຊສົມພອນ ພົມວິຫານ ທີ່ໄດ້ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້ ພ້ອມທັງລາຍງານຜົນ ການເຄື່ອນໄຫວ ເຮັດວຽກແມ່ນ ໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ໃນວັນດຽວກັນ ທ່ານ ດຣ ໄຊສົມພອນ ພົມວິຫານ ກໍໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຄຳນັບຂອງ ທ່ານ ລີຊາງ ກຸນ  ເອກອັກຄະລັດຖະທູດແຫ່ງ   ສປປ ເກົາຫຼີ ປະຈຳ ສປປ ລາວ ໃນໂອກາດທີ່ມາດຳລົງຕຳ ແໜ່ງເປັນເອກອັກຄະລັດຖະ ທູດຄົນໃໝ່ ປະຈຳ ສປປ ລາວ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...