Homeຂ່າວການພັດທະນາເລີ່ມກໍ່ສ້າງສະຖານີດູດນ້ຳ ໂຮງງານຜະລິດນ້ຳປະປາທ່າເດື່ອ ຄາດ 6 ເດືອນສຳເລັດ!

ເລີ່ມກໍ່ສ້າງສະຖານີດູດນ້ຳ ໂຮງງານຜະລິດນ້ຳປະປາທ່າເດື່ອ ຄາດ 6 ເດືອນສຳເລັດ!

Published on

 

ພິທີ​ເປີດ​ການ​ກໍ່ສ້າງ​ສະຖານີດູດ​ນ້ຳຂອງ (Intake Tower) ໄລຍະ​ທີ I ຂອງ​ໂຮງງານ​ຜະລິດ​ນ້ຳປະປາທ່າ​ເດື່ອ ເມືອງ​ຫາດ​ຊາຍຟອງ ນະຄອນຫຼວງ​ວຽງ​ຈັນ ໂດຍມີ​ກຳລັງ​ການ​ຜະລິດ 20 ພັນແມັດ​ກ້ອນ​ຕໍ່​ວັນ ແມ່ນ​ໄດ້​ມີ​ຂຶ້ນໃນ​ວັນ​ທີ 11 ມັງກອນ 2016 ຢູ່ສະຖານີ​ດັ່ງກ່າວ ວັດ​ບ້ານ​ທ່າມ່ວງ ໂດຍ​ເຂົ້າ​ຮ່ວມ​ເປັນ​ປະທານເປີດ​ພິທີ​ມີ​ທ່ານ ຄຳ​ເຜີຍ ວົງສາຄຳ​ຜຸຍ ຜູ້ອຳນວຍການ​ໃຫຍ່​ ລັດ​ວິສາ​ຫະ​ກິດ​ນ້ຳ​ປະປາ ນວ.

ທ່ານ ສຸ​ທິນ ຄຽງ​ສົມບັດ ຫົວໜ້າ​ໂຄງການ​ໂຮງງານ​ຜະລິດນ້ຳ​ປະປາ​ທ່າ​ເດື່ອ ​ໄດ້​ລາຍ​ງານ​ໃຫ້ຊາບ​ກ່ຽວ​ກັບ​ໜ້າ​ວຽກ​ ຂອງ​ການກໍ່ສ້າງ​ສະຖານີ​ດູດ​ນ້ຳຂອງ (Intake Tower) ໄລຍະ​ທີ I ວ່າ ພິທີ​ເປີດ​ການ​ກໍ່ສ້າງ​ສະຖານີ​ດັ່ງກ່າວ ​ຂອງ​ໂຮງງານ​ນ້ຳ​ປະປາ​ທ່າເດື່ອ​ ທີ່​ມີ​ຄວາມ​ອາດ​ສາມາດ​ຜະລິດ​ນ້ຳ​ໄດ້ 20 ພັນ​ແມັດ​ກ້ອນຕໍ່​ວັນ​ແມ່ນ 1 ໂຄງການ​ທີ່​ນອນ​ຢູ່ໃນ​ໂຄງການ​ກໍ່ສ້າງ​ນ້ຳ​ປະປາ​ທ່າເດື່ອ ມີ​ມູນ​ຄ່າ​ທັງ​ໝົດ 19 ລ້ານໂດ​ລາ​ສະຫະລັດ ຫຼື ປະມານ 152 ຕື້​ກວ່າ​ກີບ ທີ່​ຈະ​ລົງມື​ກໍ່ສ້າງ​ໃນເດືອນ​ມັງກອນ​ນີ້ ແລະ ມີ​ໄລຍະການ​ກໍ່ສ້າງ ເປັນ​ເວລາ 6 ເດືອນຈຶ່ງ​ຈະ​ສຳເລັດ ສາມາດ​ຕອບ​ສະໜອງ​ການ​ບໍລິການ​ນ້ຳ​ປະປາ ​ໃຫ້ແກ່​ເຂດ​ພື້ນ​ທີ່​ນະຄອນຫຼວງ ແລະ ເຂດ​ໃກ້​ຄຽງ​ກວມ​ເອົາ 28 ໝູ່ບ້ານ ທີ່​ຂຶ້ນ​ກັບ​ເມືອງ​ຫາດ​ຊາຍຟອງ ແລະ ເມືອງ​ອ້ອມ​ຂ້າງ ໃນ​ພິທີ​ດັ່ງກ່າວ ​ແມ່ນ​ໄດ້​ເຮັດ​ພິທີ​ທາງສາສະໜາ ​ເພື່ອ​ເຮັດ​ໃຫ້​ວຽກ​ງານໃນ​ການ​ກໍ່ສ້າງ ​ໄດ້​ບັນລຸ​ໄປ​ຕາມຄາດໝາຍ​ທີ່​ວາງ​ໄວ້.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...