spot_img
Homeຂ່າວເຫດການເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງ ຄັ້ງທີ IV

ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງ ຄັ້ງທີ IV

Published on

2-1-1 2-1-2

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີເຜີຍແຜ່ຜົນ ສຳເລັດກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກກະຊວງ ຄັ້ງ ທີ IV ຊຶ່ງໄດ້ຈັດຂຶ້ນໃນວັນທີ 8 ມັງກອນນີ້ ທີ່ຫໍວັດທະນະທຳ ແຫ່ງຊາດ ໂດຍການ ໃຫ້ກຽດ ເຜີຍແຜ່ຂອງທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ກຳມະ ການສູນກາງພັກ ເລຂາຄະນະ ພັກ ລັດຖະມົນຕີວ່າການກະ ຊວງ ຖວທ, ມີລັດຖະມົນຕີ ຊ່ວຍວ່າການ, ຄະນະປະຈຳພັກກະຊວງ,ຫົວໜ້າກົມ,ຮອງກົມ, ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ໄດ້ຍົກໃຫ້ເຫັນເຖິງຜົນງານ ຂອງການຊີ້ນຳໆພາຂອງອົງ ຄະນະພັກກະຊວງ ຄັ້ງທີ III ພ້ອມທັງຜ່ານຂໍ້ກຳນົດວ່າດ້ວຍລະບອບວິທີເຮັດວຽກຂອງຄະ ນະພັກກະຊວງ, ຜ່ານມະຕິ ກອງປະຊຸມໃຫຍ່ຜູ້ແທນອົງຄະ ນະພັກກະຊວງ ຖວທ ຄັ້ງທີ IV, ການແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະສະຫາຍໃນຄະນະ ພັກກະຊວງ ແລະ ຜ່ານແຜນ ການທິດທາງໜ້າທີ່ວຽກງານ ໃນໄລຍະນີ້ຫາປີ 2020.
ການຈັດຕັ້ງເຜີຍແຜ່ໃນ ຄັ້ງນີ້ ເພື່ອໃຫ້ບັນດາພະນັກ ງານ, ລັດຖະກອນໃນຂົງເຂດ ອ້ອມຂ້າງກະຊວງ ໄດ້ຮັບຮູ້ ເຂົ້າໃຈຕໍ່ຜົນສຳເລັດດັ່ງກ່າວ, ພ້ອມທັງນຳເອົາເນື້ອໃນຈິດໃຈ ກອງປະຊຸມໃຫຍ່ໄປເຜີຍແຜ່ ຜັນຂະຫຍາຍ ແລະ ຈັດຕັ້ງປະ ຕິບັດເຂົ້າໃນວຽກງານຂອງຕົນ ໃຫ້ມີປະສິດທິຜົນສູງ.
ສ່ວນຕອນເຊົ້າຂອງວັນ ດຽວກັນ, ທີ່ກະຊວງ ຖວທ ໄດ້ ຈັດພິທີມອບ – ຮັບໜ້າທີ່ຫົວໜ້າ ກົມຈັດຕັ້ງພະນັກງານ, ກົມ ກວດກາ ແລະ ກົມພິມຈຳໜ່າຍ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍການເຂົ້າຮ່ວມເປັນກຽດ ຂອງທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າ ການກະຊວງ ຖວທ, ມີລັດ ຖະມົນຕີຊ່ວຍວ່າການ, ຄະນະ ປະຈຳພັກກະຊວງ, ຫົວໜ້າ ກົມ, ຮອງກົມ, ພະນັກງານທີ່ ກ່ຽວຂ້ອງທັງ 3 ກົມເຂົ້າຮ່ວມ.
ອີງຕາມດຳລັດວ່າດ້ວຍ ການອະນຸມັດໃຫ້ພະນັກງານ ອອກພັກການ – ຮັບເບ້ຍບຳ ນານ, ອີງຕາມກົດໝາຍສະບັບ ເລກທີ 34/ສພຊ, ລົງວັນທີ 26/7/2013 ວ່າດ້ວຍການປະ ກັນສັງຄົມ, ອີງຕາມອາຍຸກະສຽນ, ອາຍຸການປະຕິວັດຂອງພະນັກ ງານ ເພື່ອເປັນການປະຕິບັດ ນະໂຍບາຍ ແລະ ຮັກສາສຸຂະ ພາບຂອງພະນັກງານ, ນາຍົກ ລັດຖະມົນຕີ ອອກດຳລັດໃຫ້ ທ່ານ ໜູໄຜ່ ກຸນລະວົງ ຄະນະ ພັກກະຊວງ ຫົວໜ້າກົມຈັດຕັ້ງ -ພະນັກງານ ກະຊວງ ຖວທ ອອກພັກການ-ຮັບເບ້ຍບຳ ນານ, ອີງຕາມດຳລັດຂອງນາ ຍົກລັດຖະມົນຕີ ສະບັບເລກທີ 396/ນຍ, ລົງວັນທີ 2 ພະຈິກ 2011 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະ ຊວງຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ອີງຕາມ ການຕົກລົງເຫັນດີຂອງກອງ ປະຊຸມສາມັນຄົບຄະນະພັກ ກະຊວງ ຖວທ ຄັ້ງທີ II (ສະ ໄໝທີ IV) ໃນວັນທີ 31 ທັນວາ 2015, ອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມຈັດ ຕັ້ງ – ພະນັກງານ, ລັດຖະມົນຕີ ວ່າການກະຊວງ ຖວທ ຈຶ່ງໄດ້ ອອກຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງພະນັກງານຮັບໜ້າທີ່ ໃໝ່ດັ່ງນີ້: ແຕ່ງຕັ້ງທ່ານ ຂັນ ແກ້ວ ພົມມະໄກສອນ ຄະນະ ປະຈຳພັກກະຊວງ ຫົວໜ້າກົມ ກວດກາ ເປັນຜູ້ຮັກສາການຫົວ ໜ້າກົມຈັດຕັ້ງ-ພະນັກງານ, ແຕ່ງຕັ້ງທ່ານ ນາງ ສຸພາລັກ ທິລະວົງ ຄະນະປະຈຳພັກກະ ຊວງ ຫົວໜ້າກົມພິມຈຳໜ່າຍ ເປັນຜູ້ຮັກສາການຫົວໜ້າກົມ ກວດກາ, ແຕ່ງຕັ້ງທ່ານ ດຣ. ນາງ ບົວໄຂ ເພັງພະຈັນ ກຳ ມະການພັກກະຊວງ ຮອງຫົວ ໜ້າກົມພິມຈຳໜ່າຍ ເປັນຜູ້ຮັກ ສາການຫົວໜ້າກົມພິມຈຳໜ່າຍ.

ໃນພິທີໄດ້ມີການເຊັນບົດ ບັນທຶກລະຫວ່າງຫົວໜ້າກົມ ຈັດຕັ້ງ-ພະນັກງານ, ກົມກວດ ກາ ແລະ ກົມພິມຈຳໜ່າຍຜູ້ ເກົ່າ-ຜູ້ໃໝ່ ໂດຍການເຂົ້າຮ່ວມ ເປັນສັກຂີພິຍານຂອງທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. (ຂ່າວ: ພູວັນ)

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...