spot_img
Homeຂ່າວເຫດການປະທານ ຄຳ​ໄຕ ສີ​ພັນ​ດອນ ​ໃຫ້​ກຽດ​ໂອ້​ລົມ​ການ​ນຳ ​ແລະ ພະນັກງານ​ຫລັກ​ແຫ​ລ່ງສະຫວັນ​ນະ​ເຂດ

ປະທານ ຄຳ​ໄຕ ສີ​ພັນ​ດອນ ​ໃຫ້​ກຽດ​ໂອ້​ລົມ​ການ​ນຳ ​ແລະ ພະນັກງານ​ຫລັກ​ແຫ​ລ່ງສະຫວັນ​ນະ​ເຂດ

Published on

ໃນ​ຕອນ​ເຊົ້າ​ວັນ​ທີ 7 ມັງກອນ​ຜ່ານ​ມາ​ນີ້, ທ່ານ ຄຳ​ໄຕ ສີ​ພັນ​ດອນ ອະດີດ​ປະທານ​ພັກ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດພົບ​ປະ​ໂອ້​ລົມພະນັກງານ​ການ​ນຳ ​ແລະ ຫລັກ​ແຫລ່ງ​ແຂວງ​ສະຫວັນ​ນະ​ເຂດ, ຊຶ່ງ​ມີ​ຂຶ້ນ​ທີ່​ຫ້ອງ​ວ່າການ​ດັ່ງກ່າວ ພາຍຫລັງ​ທ່ານ ດຣ. ສຸພັນ ​ແກ້ວ​ມີ​ໄຊ ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ ​ໃຫ້​ທ່ານ​ອະດີດ​ປະທານ​ພັກ​ໄດ້​ຮັບ​ຊາບ, ​ເຊິ່ງ​ເຫັນ​ໄດ້​ວ່າ​ແຂວງ​ສະ​ຫວັນນະ​​ເຂດ​ຍັງ​ຮັກສາ​ໄດ້​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ, ລະດັບ​ການ​ພັດທະນາ​ເສດ​ຖະກິດ-ສັງຄົມ​ກໍ​ມີ​ຄວາມ​ກ້າວໜ້າ​ຂຶ້ນ​ຕາມ​ລຳດັບ. ຈາກ​ນັ້ນ ທ່ານ​ອະດີ​ປະທານ​ພັກ ອະດີດ​ປະ​ທານ​ປະ​ເທດ​ແຫ່ງ ສປປ ລາວ ກໍ​ໄດ້​ໂອ້ລົມ ​ແລະ ​ໃຫ້​ທິດ​ຊີ້​ນຳ​ຫລາຍ​ບັນຫາ​ຕໍ່​ການ​ນຳ ​ແລະພະນັກງານ​ຫລັກ​ແຫ​ລ່ງຂອງ​ແຂວງ. ກ່ອນ​ອື່ນ​ທ່ານ ​ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ການ​

ຂອງ​ໂລກ ​ແລະ ຂອງ​ພາກ​ພື້ນ​ທີ່​ກຳລັງ​ມີ​ການ​ປ່ຽນ​ແປງ​ໄປ​ຢ່າງ​ສັບສົນ, ​ໃນ​ນີ້ ລວມມີ​ບັນຫາ​ຂະ​ບວນການ​ກໍ່​ການ​ຮ້າຍ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ, ບັນຫາ​ການ​ກໍ່​ການ​ຮ້າຍ​ຂອງ​ກຸ່ມ​ມຸດ​ສະ​ລິ​ມຫົວ​ຮຸນ​ແຮງ, ບັນຫາ​ຄວາມ​ຮຸນ​ແຮງ​ຂອງ​ກຸ່ມ​ໄອ​ເອສ໌ ທີ່​ມີ​ຕໍ່​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ທີ່​ອາດ​ນຳ​ໄປ​ສູ່​ການ​ກໍ່​ໃຫ້​ເກີດ​ສົງ ຄາມ​ສາສະໜາ, ບັນຫາ​ຄວາມ​ຂັດ​ແຍ່ງ​ໃນ​ທະ​ເລ​ຈີນ​​ໃຕ້ ​ແລະ ບັນຫາ​ອື່ນໆ ​ເຊິ່ງອາດ​ຈະ​ເກີດ​ເປັນ​ສົງຄາມ​ໂລກ​ຄັ້ງ​ທີ III ກໍ​ເປັນ​ໄປ​ໄດ້, ຈາກ​ບັນຫາ​ສະພາບ​ການ​ຂອງ​ໂລກ​ທີ່​ກຳລັງ​ສັບສົນ​ໃນ​ປັດຈຸບັນ​ມັນ​ຮຽກຮ້ອງ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ລະມັດ​ລະວັງ​ຫລາຍ​ດ້ານ ​ແລະ ​ໃນ​ນັ້ນ ​ແມ່ນ​ການ​ວາງ​ທັດສະ ນະ​ທາງ​ດ້ານ​ການ​ທູດ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ ​ເພື່ອ​​ເຮັດ​ແນວ​ໃດ​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດຈາກ​ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ມາ​ໃຫ້​ປະ​ເທ​ດ​ເຮົາ​ໄດ້​ຫລາຍ​ທີ່​ສຸດ. ທາງ​ດ້ານ​ການ​ເມືອງ​ເຫັນ​ໄດ້​ວ່າ​ສະພາບ​ການ​ພາຍ​ໃນ​ປະ​ເທດ​ເຮົາ ຍາມ​ໃດ​ພວກ​ສັດຕູ​ກໍ​ຍັງ​ບໍ່​ຫລຸດ​ລະ​ຄວາມ​ພະຍາຍາມ​ໃນ​ການ​ມ້າງ​ເພ​ລະ ບອບ​ໃໝ່, ພະຍາຍາມ​ສ້າງ​ຄວາມ​ບໍ່​ສະຫງົບ ​ແລະ ​ໃສ່​ຮ້າຍ​ປ້າຍ​ສີ​ລະບອບ​ໃໝ່​ຂອງ​ພວກ​ເຮົາ. ສະ​ນັ້ນ ບັນຫາ​ຫລາຍໆ​ດ້ານ​ຈະ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ ​ແລະ ບໍ່​ເປີດ​ຊ່ອງ​ວ່າງ​ໃຫ້​ພວກ​ສັດຕູ​ແຊກ​ແຊງ​ໄດ້, ​ໃນ​ນນັ້ ​ແມ່ນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະ​ຊາ​ຊົນ, ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ບັນຫາ​ການ​ສ້າງ​ຄ່າ​ນິຍົມ​ແບບ​ບໍ່​ຖືກຕ້ອງ​ໃນ​ຮູບ​ແບບ​ການ​ສື່ສານ​ດ້ວຍ​ລະບົບ​ອອນ​ລາຍ​ຕ່າງ​ໆ ທີ່​ສ້າງ​ຄວາມ​ແຕກ​ແຍກ ​ແລະ ​ໂຍມ​ຕີ​ລະບອບ​ການ​ເມືອງ​ຂອງ​ພວກ​ເຮົາ, ​ແກ້​ໄຂ​ບັນຫາ​ການ​ສໍ້​ລາດ​ບັງ​ຫລວງ, ​ແນວຄິດ​ອາດຍາ​ສິດ,​ ການ​ສ້າງກຸ່ມ​ກ້ອນ ​ແລະ ບັນຫາ​ການ​ທຳ​ລາວ​ຊັບພະຍາກອນ​ທຳ​ມະ​ຊາດ ພ້ອມ​ນັ້ນ ທ່າ​ນຍັງ​ໄດ້​ເວົ້າ​ເຖິງ​ການ​ອະນຸລັກ​ຮັກສາ​ຮີດຄອງ​ປະ​ເພນີ​ທີ່​ດີງາມ​ຂອງ​ຊາດ​ລາວ-ຄົນ​ລາວ ​ແລະ ບັນ​ຫາ​ອື່ນ​ໆ. ຈາກ​ນັ້ນ ທ່ານ​ອະດີດ​ປະທານ​ພັກ ກໍ​ຍັງ​ໄດ້​ແນະນຳ​ຕື່ມ​ກ່ຽວ​ກັບ​ການ​ພັດທະ ນາ​ແບບ​ຍືນ​ຍົງ, ​ເຊິ່ງກ່ຽວ​​ໂຍງ​ກັບ​ການ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ມາ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ເສດ​ຖະກິດ, ການ​ພັດທະນາ​ແບບ​ຍືນ​ຍົງ​ຕ້ອ​ງ​ໄດ້​ຄຳນຶງ​​ເຖິງ​ຄວາມ​ເໝາະ​ສົມ ​ແລະ ​ເປັນ​ທຳ​ໃນ​ການ​ແຈກ​ຢາຍ​ໝາກຜົນ​ໃນ​ການ​ນຳ​ໃຊ້​ຊັບພະຍາກອນ​ທາງ​ທຳ​ມະ​ຊາດ.ນອກ​ນັ້ນ ທ່ານ​ຍັງ​ໄດ້​ເວົ້າ​ເຖິງ​ຍຸດ​ທະ​ສາດ ​ແລະ ວິ​ໄສ​ທັດ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ແຕ່​ນີ້​ຫາ​ປີ 2020 ​ແລະ ​ແຕ່​ປີ2020-2030 ​ໂດຍ​ນ​ເນັ້ນ​ໃສ່​ສ້າງ​ແຂວງ​ໃຫ້​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ໃຫ້​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ຮອບດ້ານ ​ແລະ ສ້າງ​ໃຫ້​ເປັນ​ຫົວໜ່ວຍ​ພັດທະນາ. ທ່ານ​ອະດີ​ປະທານ​ພັກ ຍັງ​ໄດ້​​ເນັ້ນໜັກ​ຕື່ມ​ຕໍ່​ບັນດາ​ສະມາຊິກ​ພັກ​ທຸກ​ສະຫາຍ ຕ້ອງ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ປົກ​ປັກ​ຮັກສາ​ລະບອບ​ໃໝ່, ຕ້ອງ​ກຳ​ແໜ້ນ​ສະພາບ​ການ​ໃນ​ແຕ່​ລະ​ດ້ານ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ປັດຈຸບັນ​ນີ້ ອິດ​ທິກຳລັງ​ປະຕິ​ການ​ແມ່ນ​ກຳລັງ​ຈ້ອງ​ມອງ ​ແລະ ​ໃຊ້​ຊ່ອງ​ຫວ່າງ​ເພື່ອ​ແຊກ​ແຊງ ​ແລະ ກໍ​ຄວາມ​ບໍ່​ສະຫງົບ​ໃນ​ສັງຄົມ​ເຮົາ, ສວຍ​ໃຊ້​ຂໍ້​ຂັດ​ແຍ່ງ​ຈາກ​ປະ​ເທດ​​ໃກ້​ຄຽງ​ເພື່​ອ​ແຊກ​ແຊງ ​ແລະ ກໍ່​ຄວາມບໍ່​ສະຫງົບ​ໃນ​ບາງ​ທ້ອງ​ຖິ່ນ, ສະ​ນັ້ນ ສະມາ ຊິກ​ພັກ ​ແລະ ພະນັກງານ​ທຸກ​ຄົນ​ຕ້ອງ​ໄດ້​ເປັນ​ເຈົ້າ​ການ​ປະກອບສ່ວນ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ​ສຸກ ​ປະກອບສ່ວນ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຕົນ​ໄດ້​ຮັບ​ການ​ພັດທະນາ ​ແລະ ສາມາດ​ລຶບລ້າງ​ຄວາມທຸກ​ຍາກ​​ໄດ້​ເທື່ອ​ລະ​ກ້າວ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...