spot_img
Homeຂ່າວການພັດທະນາປີ 2033 ລາວຈະຊຳລະໜີ້ດາວທຽມໃຫ້ໝົດ ພ້ອມມີແຜນສົ່ງຂຶ້ນດວງທີສອງ ດ້ວຍເງິນກຳໄລຂອງຕົນ!

ປີ 2033 ລາວຈະຊຳລະໜີ້ດາວທຽມໃຫ້ໝົດ ພ້ອມມີແຜນສົ່ງຂຶ້ນດວງທີສອງ ດ້ວຍເງິນກຳໄລຂອງຕົນ!

Published on

2011071209514490409

ປລ. ​ລາວ​ຈະ​ຕ້ອງ​ໄດ້ຊຳລະ​ໜີ້​ໂຄງການ​ດາວ​ທຽມ​ດວງ​ທຳ​ອິດ​ຂອງ​ລາວ ຈຳນວນ 341 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ​ ​ແລະ ດອກ​ເບ້ຍ​ໃຫ້​ລັດຖະບານ ສປ ​ຈີນ, ​ໃຫ້​ສຳ​ເລັດ​ ໃນ​ປີ 2033 ພາຍຫລັງທີ່​ໄດ້​ກູ້​ຢືມ​ເງິນ​ຈຳນວນ 258 ລ້ານ​ໂດ​ລາ​ສະຫະລັດ​, ມາ​ດຳ​ເນີນ​ໂຄງການ​ດັ່ງກ່າວ.

ໃນ​ໂອກາດ​ລາຍ​ງານ ​ກ່ຽວ​ກັບ​ໂຄງການ​ດາວ​ທຽມ​ລາວ ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ VII, ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ​ໄດ້​ມີ​ຄຳ​ເຫັນ​ວ່າ: ການ​ຊຳລະ​ໜີ້​ໂຄງການ​ດາວ​ທຽມ​ລາວ ​ແມ່ນ​ຈະ​ຫັກ​ເອົາ 80% ຂອງ​ກຳ​ໄລ​ທຸລະ​ກິ​ດດ້ານ​ດາວ​ທຽມ ​ເພື່ອ​ມອບ​ໃຫ້​ລັດຖະບານ​ ນຳ​ໄປ​ແທນ​ຄືນ​ແກ່​ລັດຖະບານ ​ຈີນ ໂດຍ​ມີ​ໄລຍະ​ການ​ດຳ​ເນີນ​ໂຄງການ ​ທັງ​ໝົດ 15 ປີ ເຊິ່ງ​ໂຄງການ​ນີ້ ​ແບ່ງ​ອອກ​ເປັນ​ສອງ​ໄລຍະ​ຄື: ການ​ດຳ​ເນີນ​ການ​ດ້ານ​ເຕັກນິກ​ຕ່າງໆ ​ຈົນ​ເຖິງ​ການ​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄຈອນ​ອາ​ວະ​ກາດ​ສຳ​ເລັດ, ສ່ວນ​ໄລຍະ​ທີ​ສອງ ​ແມ່ນ​ການ​ບໍລິຫານ​ລະບົບດາວ​ທຽມ​ ໃຫ້​ເກີດ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ-ສັງຄົມ ​ນຳ​ໃຊ້​ງານ 15 ປີ ​ແລ້ວ ລາວ​ຍັງ​ມີ​ແຜນ​ຈະ​ສົ່ງ​ດາວ​ທຽມ​ດວງ​ທີ​ສອງ​ ໄປ​ແທນ​ດາວ​ທຽມ​ດວງ​ທີ​ໜຶ່ງ ​ເພື່ອ​ຮັກສາ​ຕຳ​ແໜ່​ງການ​ນຳ​ໃຊ້​ວົງ​ໂຄຈອນ 128,5 ອົງສາ​ຕາ​ເວັນ​ອອກໄວ້​ ໂດຍ​ນຳ​ໃຊ້​ຜົນ​ກຳ​ໄລ​ ທີ່​ໄດ້​ມາ​ຈາກ​ການ​ດຳ​ເນີນ​ ທຸລະ​ກິດ​ດາວ​ທຽມ ດັ່ງກ່າວ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...