Homeຂ່າວການພັດທະນາກະຊວງໂຍທາຯເຜີຍ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈະນຳໃຊ້ແຮງງານພາຍໃນ ເປັນສ່ວນໃຫຍ່

ກະຊວງໂຍທາຯເຜີຍ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈະນຳໃຊ້ແຮງງານພາຍໃນ ເປັນສ່ວນໃຫຍ່

Published on

train-1

ຂປລ. ທ່ານ ລັດຕະນະມະນີ ຄູນ​ນີວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​​ໃຫ້​ຮູ້​ວ່າ: ຜ່ານ​ການ​ປຶກສາ​ຫາລື​ກັນຂອງ​ສອງ​ຝ່າຍ ກ່ຽວ​ກັບ​ການ​ດຳ​ເນີນ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ​ແມ່ນ​ມີ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ ​​ໂດຍ​ຈະ​ນຳ​ໃຊ້​ແຮງ​ງານ ​ພາຍ​ໃນ​ປະ​ເທດ​ເຮົາ​ເປັນ​ສ່ວນ​ໃຫຍ່. ​ເນື່ອງ​ຈາກ​ການ​ນຳ​ເຂົ້າ​ແຮງ​ງານ​ຈາກ​ຕ່າງປະ​ເທດ ​ແມ່ນ​ມີຄ່າ​ຈ້າງ​ແຮງ​ງານ​ສູງ ​ແລະ ຫຍຸ້ງຍາກ​ໃນ​ການ​​ເດີນທາງໄປມາ​, ສ່ວນ​ຄວາມ​ຕ້ອງການ​ດ້ານ​ແຮງ​ງານ​ຈະ​ຫລາ​ຍ ຫລື ໜ້ອຍ​ແມ່ນ​ຂຶ້ນ​ກັບ​ຄວາມ​ຕ້ອງການ​ຂອງ​ບໍລິສັດ​ຜູ້​ຮັບ​ເໝົາກໍ່ສ້າງ.

ທ່ານ ​ລັດຖະມົນຕີ​ ຍັງ​ຍົກ​ໃຫ້​ເຫັນ​ວ່າ: ສຳລັບ​ການ​ຄຸ້ມ​ຄອງ​ແຮງ​ງານ​ຕ່າງປະ​ເທດ​ນັ້ນ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໄດ້​ປະສານ​ສົມທົບ​ກັບ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ກ່ຽວ​ກັບ​ການ​ສ້າງ​ມາດ​ຕະການ​ຄຸ້ມ​ຄອງ​ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ຫົວໜ່ວຍ​ແຮງ​ງານ ​ໄດ້​ເຄື່ອນ​ໄຫວ​ເຮັດ​ວຽກ ​ໃນ​ໂຄງການ​ຢ່າງ​ມີ​ຜົນ ສຳ​ເລັດ​ໄປຄຽງ​ຄູ່​ກັບ​ການ​ຮັກສາຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ​ບໍ່​ໃຫ້​ເກີດ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆຕາມ​ມາ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...