spot_img
Homeຂ່າວການສຶກສາຍີ່ປຸ່ນໃຫ້ເງິນຊ່ອຍພັທນາ ໃນລາວ

ຍີ່ປຸ່ນໃຫ້ເງິນຊ່ອຍພັທນາ ໃນລາວ

Published on

181812908-j28

ຣັດຖບານ ຍີ່ປຸ່ນ ໄດ້ ອະນຸມັດ ການ ຊ່ອຍເຫລືອ ແກ່ ສປປລາວ ໃນມູນຄ່າ 240 ຕື້ກີບ ຫລື ປະມານ 30 ລ້ານໂດລາ ສະຫະຣັດ ເພື່ອໃຊ້ ໃນການ ປັບປຸງ ການສຶກສາ ຂັ້ນມັທຍົມ, ການ ບໍຣິຫານ ຈັດການ ເຣື້ອງ ຂີ້ເຫຍື້ອ ແລະ ຍົກຣະດັບ ການ ພຍາກອນ ອາກາດ ຮ່ວມທັງ ການ ບໍຣິຫານ ຈັດການ ເຣື້ອງ ພັຍນໍ້າຖ້ວມ.

ພີທີລົງນາມ ໃນການ ໃຫ້ການ ຊ່ອຍເຫລືອ ໃນສາມ ໂຄງການ ດັ່ງກ່າວ ໄດ້ມີຂື້ນ ໃນ ມື້ວານນີ້ ທີ່ ກະຊວງ ຕ່າງປະເທດ ນະຄອນຫລວງ ວຽງຈັນ. ຜູ້ລົງນາມ ຝ່າຍລາວ ແມ່ນ ທ່ານ ທອງລຸນ ສີສຸລິດ ຣັຖມົນຕຣີ ຕ່າງ ປະເທດ ແລະ ຝ່າຍຍີ່ປຸ່ນ ແມ່ນ ທ່ານ ຮີໂຣ ຢູກິ ເອກອັຄຣາຊທູດ ຍີ່ປຸ່ນ ປະຈຳລາວ.

ໃນເງິນ ຈຳນວນ 10 ລ້ານໂດລາ ແມ່ນເພື່ອໃຊ້ ໃນການ ປັບປຸງ ການສືກສາ ຂັ້ນມັທຍົມ ທີ່ ແຂວງ ສາຣະວັນ ເຊກອງ ແລະ ອັດຕະປື ໃນແຜນການ ດັ່ງກ່າວ ໂຮງຮຽນ ມັທຍົມຕົ້ນ ຈຳນວນ 45 ແຫ່ງ ຈະຖືກ ປັບປຸງ ແລະ ຂຍາຍ, 235 ຫ້ອງ ຈະມີ ໂຕະຕັ່ງ ຫ້ອງສມຸດ ແລະ ຫ້ອງວິຈັຍ ແລະ ຈະສ້າງ ຫໍພັກ ນັກຮຽນ 3 ຫລັງ.

ເງິນ 13 ລ້ານໂດລາ ຈະໃຊ້ ໃນການ ປັບປຸງ ການ ບໍຣິຫານ ຈັດການ ຂີ້ເຫຍື້ອ ໃນເຂດ ຫົວເມືອງໃຫຍ່ໆ ດັ່ງ ນະຄອນຫລວງ ວຽງຈັນ ຫລວງພຣະບາງ ແລະ ໄຊຍະບູຣີ. ໃນນັ້ນ ຈະຊື້ຣົຖ ເກັບຂີ້ເຫຍື້ອ ບ່ອນຖີ້ມ ແລະ ຈູດ ຂີ້ເຫຍື້ອ ທີ່ ໄດ້ມາຕຖານ ແລະ ສະຖານີ ການ ບຳບັດ ຂີ້ເຫຍື້ອ ແລະ ເງິນສ່ວນ ທີ່ເຫລືອ 5 ລ້ານ 7 ແສນໂດລາ ຈະໃຊ້ ໃນການ ປັບປງຸ ການ ພຍາກອນ ອາກາດ ໃນລາວ.

ທີ່ມາ http://www.rfa.org

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...