spot_img
Homeຂ່າວພາຍ​ໃນປີ 2016 ນີ້ ລາວຕັ້ງເປົ້າຜະລິດເຂົ້າ ໃຫ້ໄດ້ 4,2 ລ້ານໂຕນ!

ປີ 2016 ນີ້ ລາວຕັ້ງເປົ້າຜະລິດເຂົ້າ ໃຫ້ໄດ້ 4,2 ລ້ານໂຕນ!

Published on

7EE02717-2235-4DE5-9F6D-26BBDBBC48FB_w640_s

ຂປລ. ໃນປີ 2016 ນີ້ ກະຊວງກະສິກຳປ່າໄມ້ ຈະສູ້ຊົນຂະຫຍາຍເນື້ອທີ່ປູກເຂົ້າລວມໃຫ້ໄດ້ 1.007.000 ​ເຮັກຕາ, ສະມັດຕະພາບສະເລ່ຍປະມານ 4,2 ​ໂຕນ/​ເຮັກຕາ, ຜົນຜະລິດ​​ໃຫ້ໄດ້ 4,2 ລ້ານໂຕນ, ​ໃນນີ້ປະກອບມີເຂົ້ານາແຊງ 120. 000 ​ເຮັກຕາ (ຈາກ102.000 ​ໃນປີ 2014-2015 ຜ່ານມາ ) ​ເນື່ອງຈາກວ່າ ຈະສະໜອງນ້ຳໄດ້ເພີ່ມຕື່ມຢູ່ປະຕູ 3 ນ້ຳເທີນ 2 ຈຳນວນ 1 ພັນເຮັກຕາ, ​ເຊສາລະລອງ 600 ​ເຮັກຕາແລະ ບ່ອນອື່ນໆ ຜົນຜະລິດໄດ້ 6 ​ແສນໂຕນ, ​ເຂົ້ານາປີ 787.000 ​ເຮັກຕາ ຜົນຜະລິດ 3.400.000 ​ໂຕນ, ​ເຂົ້າ​​ໄຮ່ 1 ​ແສນເຮັກຕາ ຜົນຜະລິດ 2 ​ແສນໂຕນ.ໃນຈຳນວນເຂົ້າ 4,2 ລ້ານໂຕນນີ້ແບ່ງອອກເປັນເຂົ້າບໍລິໂພ ມີປະມານ 2.100.000 ​ໂຕນ, ຄັງແຮ 4 ​ແສນໂຕນ, ​ແນວພັນ 60 ພັນໂຕນ, ປຸງແຕ່ງພາຍໃນປະມານ 640.000 ​ໂຕນແລະເຂົ້າເປັນສິນຄ້າພາຍໃນແລະ ສົ່ງອອກ ປະມານ 1 ລ້ານໂຕນ.

ທ່ານໄຊປລາເດດ ຈຸລາມະນີ ຫົວໜ້າກົມແຜນການແລະ ການຮ່ວມມື ກະຊວງກະສິກຳ​ ​ແລະ ປ່າໄມ້ ​​​ເປີດເຜີຍເມື່ອບໍ່ດົນນີ້ວ່າ: ​ເພື່ອບັນລຸຕົວເລກຄາດໝາຍການຜະລິດເຂົ້າ 4,2 ລ້ານໂຕນນັ້ນ ຈະຕ້ອງໄດ້ກຳນົດເນື້ອທີ່ການຜະລິດລະດູແລ້ງ, ລະດູຝົນ ໃຫ້ຈະແຈ້ງໂດຍສະເພາະເນື້ອທີ່ການຜະລິດເຂົ້ານາປີ ໃຫ້ຮູ້ວ່າ ແຕ່ລະແຂວງມີ​​ເທົ່າໃດແລ້ວ ມອບຄວາມຮັບຜິດຊອບໃຫ້ແຕ່ລະແຂວງເປັນເຈົ້າການ ໃນການຊຸກຍູ້, ຕິດຕາມການຜະລິດຢ່າງແຂງແຮງ, ສະໜອງນ້ຳໃຫ້ແກ່ການຜະລິດລະດູແລ້ງສົກປີ 2015 -2016 ​ໃຫ້ໄດ້180.000 ​ເຮັກຕາໃນນັ້ນ ນາແຊງ 120.000​ ເຮັກຕາ, ພືດລະດູແລ້ງ 60 ພັນ​​ເຮັກຕາ, ລະດູຝົນ 260.000 ​ເຮັກຕາ, ຕ້ອງໄດ້ຟື້ນຟູ, ສ້ອມແປງໂຄງການທີ່ໃຊ້ມາຫລາຍປີແລະເປ່ເພໃຫ້ຮັບປະກັນການສະໜອງນ້ຳ ພ້ອມທັງຕິດຕາມເຝົ້າລະວັງແລະແກ້ໄຂກໍລະນີ ເກີດໄພແຫ້ງແລ້ງ-​ນ້ຳຖ້ວມໃຫ້ທັນການໄປຄຽງຄູ່ກັບ ການສະໜອງ​​ແນວພັນເຂົ້າທີ່ດີໃຫ້ໄດ້ 60 ພັນໂຕນ ກໍຄື ການນຳໃຊ້ຝຸ່ນ-​ປຸ໋ຍວິທະຍາສາດເພື່ອຮັບໃຊ້ເນື້ອທີ່ການຜະລິດ ​​ໂດຍການສົມທົບກັບຜູ້ປະກອບການ, ກຸ່ມໂຮງສີເປັນຜູ້ຕອບສະໜອງຕິດພັນກັບສິນເຊື່ອທະນາຄານ, ພ້ອມປຸກລະດົມຊາວກະສິກອນ ນຳໃຊ້ຝຸ່ນບົ່ມ-​ຝຸ່ນຄອກໂດຍປະຕິບັດຕາມຄຳຂວັນບ້ານສະອາດ ນາງາມ”.

ຜ່ານການເກັບກຳຂໍ້ມູນສະຖິຕິໃນສົກປີ 2014-2015 ເຂົ້າບໍລິໂພກ ແລະ ຄັງແຮ ມີປະມານ 2,5 ລ້ານໂຕນ, ເຂົ້າແນວພັນ 60 ພັນໂຕນ, ເປັນສິນຄ້າທີ່ມີເຄື່ອງໝາຍການຄ້າ ສົ່ງອອກຜ່ານດ່ານສາກົນ 1 ແສນໂຕນເຂົ້າສ່ວນເກີນສົ່ງອອກ ຕາມຊາຍແດນ 6 ແສນໂຕນ ແລະ ສ່ວນເຫລືອ ແມ່ນການປຸງແຕ່ງພາຍໃນ ສະແດງໃຫ້ເຫັນວ່າ ເຂົ້າສົ່ງອອກທີ່ມີເຄື່ອງໝາຍການຄ້າ ມີພຽງ 20% ຂອງການສົ່ງອອກທັງໝົດ ແລະ 80% ແມ່ນເຂົ້າສ່ວນເກີນທີ່ຂາຍຕາມຊາຍແດນ.

 

ແຫລ່ງຂ່າວ:

ຂປລ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...