Homeຂ່າວຕ່າງປະເທດຜູ່ນຳສີລັງກາ ປະກາດມອບດິນໃຫ້ປະຊາຊົນນັບແສນຄົນ ທີ່ໄດ້ຮັບຜົນກະທົບ ຈາກສົງຄາມກາງເມືອງ

ຜູ່ນຳສີລັງກາ ປະກາດມອບດິນໃຫ້ປະຊາຊົນນັບແສນຄົນ ທີ່ໄດ້ຮັບຜົນກະທົບ ຈາກສົງຄາມກາງເມືອງ

Published on

559000000063001

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ມັງກອນນີ້ວ່າ ທ່ານ ໄມຕຣີພາລາ ສິຣິເສນາ ປະທານາທິບໍດີສີລັງກາ ໄດ້ອອກມາເປີດເຜີຍ ໃນວັນອາທິດທີ 3 ມັງກອນ ກ່ຽວກັບແຜນການ ກຽມມອບທີ່ດິນປຸກສ້າງ ໃຫ້ແກ່ປະຊາຊົນ ຫລາຍກ່ວາ 100,000 ຄົນ ໃນພື້ນທີ່ພາກເໜືອ ແລະ ພາກຕາເວັນອອກຂອງປະເທດ ທີ່ໄດ້ຮັບຜົນກະທົບ ຈາກເຫດການສົງຄາມກາງເມືອງ ເມື່ອ 6 ປີຜ່ານມາ ແລະ ຍັງດຳລົງຊີວິດໃນຄ້າຍພັກຊົ່ວຄາວຢູ່.

ແຜນການດັ່ງກ່າວນີ້ ແມ່ນຈະຮີບຮ້ອນໃຫ້ສຳເລັດ ພາຍໃນເວລາ 6 ເດືອນ ຊຶ່ງຈະຊ່ວຍໃຫ້ ບັນດາຜູ່ອົບພະຍົບ ທີ່ພັດພາກ ຈາກບ້ານເກີດເມືອງນອນ ພາຍໃນປະເທດ ເນື່ອງຈາກສົງຄາມ ເພື່ອກກັບຄືນສູ່ຖິ່ນຖານເດີມ ແລະ ເລີ່ມຕົ້ນຊີວິດໃໝ່ ພາຍຫລັງສົງຄາມໄດ້ສິ້ນສຸດລົງແລ້ວ.

ທັງນີ້ ເນື່ອງຈາກສີລັງກາ ປະເຊີນກັບພາວະສົງຄາມກາງເມືອງ ກັບກຸ່ມກະບົດ ນັບແຕ່ປີ 1972 – 2009 ຂ້າຊີວິດພົນລະເມືອງ ຫລາຍກ່ວາ 100,000 ຄົນ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...