Homeຂ່າວພາຍ​ໃນເຊວຊີ ອາດເຊັນສັນຍາ ຊາມເປົາລີ ເປັນຄູເຝິກຄົນໃໝ່

ເຊວຊີ ອາດເຊັນສັນຍາ ຊາມເປົາລີ ເປັນຄູເຝິກຄົນໃໝ່

Published on

“ເດລີ ເມລ໌” ສື່ດັ່ງຂອງອັງກິດ ອອກມາສະເໜີຂ່າວວ່າ ເຊນວຊີ ແຊມປ໌ເກົ່າ ພຣີເມຍລີກ ສ້າງຄວາມປະຫລາດໃຈແບບສຸດໆ ໃສ່ຊື່ ຮໍເກ ຊາມເປົາລີ ຄູເຝິກທີມຊາດ ຊິລີ ເຂົ້າມາຄຸມທີມ ຊຶ່ງຫຼ້າສຸດ ເຊວຊີໃຊ້ ກຸສ ຮິດດິງຄ໌ ໄວ 69 ປີ ກອບກູ້ວິກິດຈົນກວ່າຈະຈົບຊີຊັນ 2015-16 ໂດຍທີ່ ໂຣມັນ ອັບບລາໂມວິຊ ເຈົ້າຂອງທີມຊາວລັດເຊຍ ຫວັງຍົກ-ລະດັບ “ເຊວຊີ” ຫລັງຟອມຕົກໜ້າຜິດຫວັງ ເບີ່ງຄືຈະເສຍແຊມປ໌ລະດູການນີ້ ແລະຈະຄອງຄວາມຍິ່ງໃຫຍ່ເທິງສັງວຽນລະດັບສະໂໝມສອນເອີຣົບ ຊຶ່ງ ຊາມເປົາລີ ພາທີມຊາດ ຊິລີ ເຖິງແຊມປ໌ ໂຄປາ ອາເມລິກາ 2015 ດ້ວຍສະໄຕລ໌ເນັ້ນເກມບຸກ ຊຶ່ງເປັນສິ່ງທີ່ ອັບບລາໂມວິຊ ຢາກເຫັນປະກົດການດັ່ງກ່າວ ທີ່ສະແຕມຟອລ໌ດ ບຣິດຈ໌ ນາຍທຶນຍັກໃຫຍ່ເຂດລອນດອນຕະເວັນຕົກ ວາງແຜນຊື້ຕົວຄູເຝິກຄົນນີ້ມີທັງ ກວາດິໂອລາ, ດີເອໂກ ຊິເມໂອເນ ຈາກ ແອດເລຕິໂກ ມາດຣິດ ແລະ ຄວນເດ ລາມອສ

667587-01

ສຳລັບ ຊາມເປົາລີ ກາຍເປັນມ້ານອກສາຍຕາຮັບງານຄຸມ “ເຊວຊີ” ຄຸນສົມບັດຕິດຊິງລາງວັນໂຄຊ ດີເດັ່ນ ປະຈຳປີ 2015 ຂອງ ສະຫະພັນບານເຕະນານາຊາດ (ຟີຟາ) ຮ່ວມກັບ ເປ໊ປ ກວາດິໂອລາ ຈາກ ບາເຢິນ ມິວນິກ ແລະ ຫລຸຍສ໌ ເອັນລິເກ ຂອງ ບາເຊໂລນາ ນອກຈາກນີ້ ລາວຍັງໄດ້ຮັບຄວາມສົນໃຈຈາກ ສະວອນຊີ ຊິຕີ ຊຶ່ງເລີ່ມການເວົ້າກ່ຽວກັບຕັ່ງນັ່ງຜູ້ຄຸມທີມທີ່ຍັງວ່າງຢູ່ ລວມເຖິງ ໂລມາ ຍອດທີມຈາກ ກັນໂຊ ຊີລີ ອາ ກໍຫວັງດຶງຕົວໄປແທນ ລູດີ ກາລ໌ເຊຍ ເຊັ່ນກັນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...