Homeຂ່າວຕ່າງປະເທດແບນຊິກຈັບກຸມ ຜູ່ຖືກສົງໄສເຫດໂຈມຕີປາຣີ ໄດ້ອີກເປັນລາຍທີ 9!

ແບນຊິກຈັບກຸມ ຜູ່ຖືກສົງໄສເຫດໂຈມຕີປາຣີ ໄດ້ອີກເປັນລາຍທີ 9!

Published on

EyWwB5WU57MYnKOuX7GKSKWTWVArOdEgg4bPqc8rsGz6JEXFwIwGHM

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ທັນວາຜ່ານມານີ້ວ່າ ທາງການແບນຊິກ ສາມາດຈັບກຸມ ທ້າວ ອັບດຸນເລາະ ຊີ ຜູ່ຖືກສົງໄສ ຄົນທີ 9 ທີ່ມີສ່ວນກ່ຽວຂ້ອງ ກັບເຫດການໂຈມຕີປາຣີ ເມື່ອວັນທີ 13 ພະຈິກຜ່ານມາ ດ້ວຍການບຸກຈັບກຸມ ພາຍໃນນະຄອນຫລວງບຣຸກແຊນ.  ທັງນີ້ ຫລັງຈາກເກີດເຫດການໂຈມຕີ ຢູ່ນະຄອນຫລວງປາຣີ ໄດ້ເຮັດໃຫ້ຕຳຫລວດຝຣັ່ງ ອອກປະຕິບັດການກວດຄົ້ນ ໃນພື້ນທີ່ຕ່າງໆ ເພື່ອຕາມລ່າຈັບກຸມຜູ່ລົງມື ແລະ ຜູ່ມີສ່ວນກ່ຽວຂ້ອງ ໂດຍຈຳນວນຫລາຍຄົນ ໄດ້ຫລົບໜີ ເຂົ້າມາປະເທດແບນຊິກ.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...