Homeຂ່າວການພັດທະນາເຊັນສັນຍາໂຄງການນ້ຳປະປາແສນດິນ ຈະສູບນ້ຳງື່ມຂຶ້ນຜະລິດ 24,000 ແມັດກ້ອນຕໍ່ມື້!

ເຊັນສັນຍາໂຄງການນ້ຳປະປາແສນດິນ ຈະສູບນ້ຳງື່ມຂຶ້ນຜະລິດ 24,000 ແມັດກ້ອນຕໍ່ມື້!

Published on

fe9e38f559a47ca2fe4886f65b0813f0

ໂຄງການ​ນ້ຳ​ປະປາ​ແສນ​ດິນ ເມືອງ​ນາ​ຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ ມີ​ການ​ສຶກ​ສາ​ໂຄງການ​ເບື້ອງ​ຕົ້ນ​ແຕ່​ປີ 2014 ເປັນຕົ້ນ​ມາ ເຊິ່ງ​ໂຄງການ​ດັ່ງກ່າວ ມີເປົ້າ​ໝາຍ​ສຳຄັນ​ ເພື່ອ​ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ລັດຖະບານ ໃນ​ການຫຼຸດຜ່ອນ​ອັດຕາ​ສ່ວນ ຈຳນວນ​ປະຊາ​ກອນ​ທີ່​ບໍ່​ສາມາດ​ໄດ້​ຮັບ​ນ້ຳດື່ມ​ສະອາດ ພາຍ​ໃນ​ປີ 2015 ໃຫ້​ປະສົບ​ຜົນສຳເລັດ​ຕາມ​ຄາດໝາຍ​ວາງ​ໄວ້.

ພິທີ​ເຊັນ​ສັນຍາ​ສຳ​ປະທານ ໂຄງການ​ກໍ່ສ້າງ​ໂຮງງານ​ນ້ຳ​ປະປາ​ແສນ​ດິນ ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ຢູ່​ທີ່​ໂຮງແຮມ​ແລນມາກ ແມ່​ຂອງ ຣີ​ເວີ​ໄຊ ນະຄອນຫຼວງ​ວຽງ​ຈັນ ຮ່ວມ​ລົງ​ນາມ ມີທ່ານ ຄຳ​ເຜີຍ ວົງສາ​ຄຳ​ຜຸຍ ຜູ້ອຳນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ນ້ຳປະປານະຄອນຫຼວງ ແລະ ທ່ານ ພຶດສະພາ ພູມ​ມະ​ສັກ ປະທານບໍລິສັດ ເອ​ເຊຍ​ລົງທຶນພັດທະນາ ແລະ ກໍ່ສ້າງ​ ຈຳກັດ​ຜູ້​ດຽວ ໂດຍ​ມີທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງຈັນ ພ້ອມ​ດ້ວຍ​ບັນດາຫົວໜ້າ​ພະແນກ ຫ້ອງການ ແລະ ພະນັກງານ-ວິຊາ​ການ​ກ່ຽວຂ້ອງ​ສອງຝ່າຍ​ເຂົ້າ​ຮ່ວມ.

ສຳລັບ​ໂຄງການ​ກໍ່ສ້າງ​ໂຮງງານ​ຜະລິດ​ນ້ຳ​ປະ​ນາ​ແສນ​ດິນ ລະບົບ​ການ​ຜະລິດ​ແມ່ນ​ຈະ​ນຳໃຊ້​ນ້ຳ​ຈາກ​ແມ່ນ້ຳ​ງື່ມ ໂຄງການມີ​ໄລຍະ​ການ​ກໍ່ສ້າງ 18 ເດືອນ ດ້ວຍ​ມູນ​ຄ່າທັງ​ໝົດ 15 ລ້ານໂດ​ລາ​ສະຫະລັດ ຫຼື ປະມານ 120 ຕື້​ກີບ ມີ​ກຳລັງ​ການ​ຜະລິດ 24.000 ແມັດ​ກ້ອນ/ວັນ ຄາດວ່າໂຄງການ​ສຳເລັດ​ ຈະ​ສາມາດປະກອບສ່ວນ​ເຂົ້າ​ໃນ​ແຜນການຂະຫຍາຍ​ລະບົບ​ນ້ຳ​ປະປາ​ທົ່ວນະຄອນຫຼວງ ຮອດ​ປີ 2020 ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 365.000 ແມັດ​ກ້ອນ/ວັນ ຈາກ​ປັດຈຸບັນ ມີພຽງ​ແຕ່​ປະມານ 180.000 ແມັດກ້ອນ/ວັນ ເຊິ່ງ​ນັ້ນ​ບໍ່​ສາມາດ​ຕອບສະໜອງ​ໄດ້​ຄວາມ​ຮຽກຮ້ອງຕ້ອງການ​ຂອງ​ສັງຄົມ ກໍ່​ຄືການຂະຫຍາຍຕົວ​ທາງ​ດ້ານ​ເສດ​ຖະກິດ-ສັງຄົມໃນ​ອະນາຄົດ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...