spot_img
Homeຂ່າວການພັດທະນາເປີດນຳໃຊ້ໂຄງການສາຍສົ່ງ 230 ກິໂລໂວນ ທ່າວຽງ-ທ່າບົກ

ເປີດນຳໃຊ້ໂຄງການສາຍສົ່ງ 230 ກິໂລໂວນ ທ່າວຽງ-ທ່າບົກ

Published on

a2907e1fc0f02ba374146542ebd9e266

ໂຄງການ​ສາຍ​ສົ່ງ 230 ກິ​ໂລໂວນ ທ່າ​ວຽງ-ທ່າ​ບົກ ກວມ​ເອົາ 2 ແຂວງ​ຄື: ແຂວງ​ໄຊ​ສົມບູນ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ປະກອບມີ​ສາຍ​ສົ່ງ​ຈາກ​ສະຖານີ​ທ່າ​ວຽງ ຫາສະຖານີ​ທ່າ​ບົກ ຍາວ 154 ກິໂລແມັດ ຈຳນວນເສົາ​ໄຟ 376 ຕົ້ນ ແລະ ສະຖານີ​ກໍ່ສ້າງ​ໃໝ່ 1 ສະຖານີ ແລະ ຂະຫຍາຍ​ສະຖານີ 1 ແຫ່ງ ໃຊ້​ໄລຍະ​ດຳເນີນ​ໂຄງການ 3 ປີ​ກວ່າ ໂດຍ​ແມ່ນ​ລັດ​ວິສາ​ຫະ​ກິດ​ໄຟຟ້າ​ລາວ​ເປັນ​ເຈົ້າຂອງ​ໂຄງການ ແລະ ບໍລິສັດ China International Water and Electric Corporation (CWE) ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງໂຄງການ​ນີ້ ​ເຮັດ​ບົດບາດ​ລຳລຽງກະແສ​ໄຟຟ້າ ຈາກ​ບັນດາ​ເຂື່ອນຕ່າງໆຂອງ​ໄຟຟ້າ​ລາວ ແລະ ຂອງ​ຜູ້​ຜະລິດ​ໄຟຟ້າເອກະລາດ (IPP) ເປັນຕົ້ນ​ແມ່ນ ເຂື່ອນ​ນ້ຳງຽບ 2 ນ້ຳ​ຊັນ 3 ນ້ຳ​ຈຽນ ແລະ ບັນດາ​ເຂື່ອນ​ອື່ນໆອີກ​ຈຳນວນໜຶ່ງ​ ທີ່​ຈະ​ມີ​ການ​ກໍ່ສ້າງ​ໃນຕໍ່ໜ້າ ເພື່ອ​ເຊື່ອມ​ຕໍ່​ກັບ​ລະບົບ​ສາຍ​ສົ່ງພາກ​ກາງ 2 ແລະ ນະຄອນຫຼວງວຽງ​ຈັນ.

ຜົນສຳເລັດ​ໂຄງການ​ນີ້ ຈະເປັນ​ການ​ປະກອບສ່ວນ​ສຳຄັນ ​ໃນການ​ພັດທະນາ​ເສດຖະກິດ-ສັງຄົມ ເພື່ອ​ຫັນ​ຈາກ​ເສດຖະກິດ​ທຳມະ​ຊາດ ໄປ​ສູ່​ເສດຖະກິດ​ຜະລິດເປັນ​ສິນຄ້າ ການ​ຫັນປ່ຽນ​ແບບວິທີ​ການ​ຜະລິດ ການ​ດຳລົງ​ຊີວິດ ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ຢ່າງ​ຕັ້ງໜ້າ.

ພິທີ​ເປີດ​ການ​ນຳ​ໃຊ້​ໂຄງການ​ດັ່ງກ່າວ​ ໄດ້​ຈັດ​ຂຶ້ນ​ວັນ​ທີ 19 ທັນວາ 2015 ທີ່​ສະໂມສອນຫ້ອງ​ວ່າການ​ແຂວງ​ບໍ​ລິ​ຄຳ​ໄຊ ໂດຍ​ມີ​ທ່ານ ສົມ​ສະຫວາດ ເລັ່ງສະ​ຫວັດ ຮອງ​ນາຍົກ​ລັດ​ຖະ​ມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ຂົງເຂດ​ເສດຖະ​ກິດ​ການ​ຜະລິດ ແລະ ຈໍ​ລະຈອນ ທ່ານ ​ດຣ. ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ທ່ານ​ທູດ​ເສດຖະກິດ ແລະ ການຄ້າ ແຫ່ງ ​ສປ ຈີນ ປະຈຳ​ລາວ ທ່ານ​ເຈົ້າແຂວງ​ບໍ​ລິ​ຄຳ​ໄຊ ຜູ້​ອຳນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າລາວ ແຂກ​ຖືກ​ເຊີນ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...