spot_img
Homeຂ່າວພາຍ​ໃນພະມະຫາກະສັດ ແຫ່ງ ລາຊະອານາຈັກກຳປູເຈຍ ສະເດັດຢ້ຽມຢາມລາວ

ພະມະຫາກະສັດ ແຫ່ງ ລາຊະອານາຈັກກຳປູເຈຍ ສະເດັດຢ້ຽມຢາມລາວ

Published on

1-1

ຕອບສະໜອງຕາມຄຳ ເຊີນຂອງພະນະທ່ານ ຈູມມາລີ  ໄຊຍະສອນ ປະທານປະເທດ, ພະບາດສົມເດັດພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດແຫ່ງລາຊະອາ ນາຈັກກຳປູເຈຍ ໄດ້ສະເດັດມາ ຢ້ຽມຢາມລັດຖະກິດ ສປປ ລາວ ຢ່າງເປັນທາງການໃນ ຕອນບ່າຍຂອງວັນທີ 21 ທັນ ວານີ້ ຊຶ່ງເປັນການຢ້ຽມຢາມຄັ້ງ ທຳອິດ ພາຍຫຼັງທີ່ໄດ້ຂຶ້ນຄອງ ຣາດ ອັນຈະເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະ ຫວ່າງສອງປະເທດທີ່ມີມູນເຊື້ອອັນດີງາມຢູ່ແລ້ວນັ້ນໃຫ້ ສືບຕໍ່ພັດທະນາດ້ວຍບາດກ້າວ ໃໝ່ຕໍ່ໄປ.
ພິທີຕ້ອນຮັບຢ່າງເປັນ ທາງການໄດ້ຈັດຂຶ້ນຢ່າງສົມ ກຽດ ແລະ ສະຫງ່າລາສີ ທີ່ທຳ ນຽບປະທານປະເທດ ນຳໂດຍ  ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ພ້ອມດ້ວຍ ການເຂົ້າຮ່ວມຂອງສະມາຊິກ ຄະນະລັດຖະບານ, ສະມາຊິກສະພາແຫ່ງຊາດ, ຫົວໜ້າບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ນາຍທະຫານ, ນາຍຕຳຫຼວດ ແລະ ຜູ້ຕາງໜ້າ ມວນຊົນຊາວນະຄອນຫຼວງວຽງຈັນຢ່າງຫຼວງຫຼາຍ.
ການພົບປະປຶກສາຫາລືຮ່ວມກັນຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນດຽວກັນທີ່ຫ້ອງວ່າການປະທານປະເທດໂດຍປະມຸກລັດຂອງສອງປະເທດ ໄດ້ແຈ້ງສະພາບການ ພັດທະນາເສດຖະ ກິດ – ສັງຄົມ ໃຫ້ກັນຊາບ ລວມທັງການແລກປ່ຽນທັດສະນະ ແລະ ທິດທາງການຮ່ວມມືໃນ ອະນາຄົດລະຫວ່າງສອງປະ ເທດ.
ຝ່າຍລາວໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງບໍ່ພຽງ ແຕ່ຈະເປັນຂີດໝາຍໃໝ່ແຫ່ງ ການເພີ່ມທະວີ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະ ເທດ ຖານບ້ານໃກ້ເຮືອນຄຽງ ທີ່ດີຕໍ່ກັນເທົ່ານັ້ນ ຫາກຍັງເປັນ ການເພີ່ມທະວີ ແລະ ເພີ່ມພູນ ຄູນສ້າງຄວາມສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈໃນການ ພົວພັນຮ່ວມມື ເພື່ອການພັດ ທະນາໃນຄອບຄົວອາຊຽນອີກດ້ວຍ. ປະມຸກລັດທັງສອງປະ ເທດໄດ້ສະແດງຄວາມເພິ່ງພໍ ໃຈຕໍ່ສາຍພົວພັນມິດຕະພາບ ທີ່ມີມາແຕ່ດົນນານຖານບ້ານ ໃກ້ເຮືອນຄຽງທີ່ດີຕໍ່ກັນລະ ຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດລາວ ແລະ ກຳປູເຈຍ ທີ່ນັບມື້ນັບແໜ້ນແຟ້ນ. ສອງຝ່າຍໄດ້ສະແດງຄວາມ ຊົມເຊີຍຕໍ່ຄວາມຄືບໜ້າຂອງ ວຽກງານຊາຍແດນ ຊຶ່ງສອງ ຝ່າຍໄດ້ຮ່ວມກັນສຳຫຼວດ ແລະ ປັກຫຼັກໝາຍຊາຍແດນໄດ້ເປັນສ່ວນໃຫຍ່, ສ່ວນທີ່ຍັງຄົງ ຄ້າງແມ່ນສະເໜີໃຫ້ສອງຝ່າຍ ສືບຕໍ່ຊຸກຍູ້ໜ່ວຍງານທີ່ກ່ຽວ ຂ້ອງຮີບຮ້ອນຮ່ວມມືກັນແກ້ ໄຂບົນຈິດໃຈທີ່ເປັນຍາດພີ່ ນ້ອງບ້ານໃກ້ເຮືອນຄຽງດ້ວຍ ກັນໃຫ້ໄດ້ຮັບຜົນສຳເລັດໂດຍໄວ. ປະມຸກລັດທັງສອງໄດ້ຕີລາຄາສູງຕໍ່ໝາກຜົນຂອງການ ຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນດ້ານຕ່າງໆອັນໄດ້ນຳ ເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງທັງສອງປະເທດ ຊຶ່ງການພົບປະໄດ້ດຳເນີນໄປໃນບັນຍາກາດແຫ່ງ ໄມຕີຈິດມິດຕະພາບທີ່ສະໜິດສະໜົມ, ອົບ ອຸ່ນ ແລະ ເຂົ້າອົກ ເຂົ້າໃຈກັນຢ່າງເລິກເຊິ່ງ.
ຕອນຄ່ຳຂອງວັນດຽວກັນພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດໄດ້ ຈັດງານລ້ຽງຕ້ອນຮັບເພື່ອເປັນ ກຽດແກ່ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາ ໂມນີ ພ້ອມດ້ວຍຄະນະ ແລະ ຕິດຕາມດ້ວຍການຊົມລາຍ ການສະແດງສິລະປະຂອງ ລາວດ້ວຍຄວາມເບີກບານ ມ່ວນຊື່ນ ແລະ ຄຶກຄື້ນ.
ພະມະຫາກະສັດແຫ່ງລາຊະອານາຈັກກຳປູເຈຍຈະສືບຕໍ່ສະເດັດຢ້ຽມຢາມປະເທດເຮົາ ຈົນເຮົາຮອດວັນທີ 23 ທັນວານີ້.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)