spot_img
Homeຂ່າວເຫດການກຽມຈັດງານຊາປະນາກິດສົບ ພຣະອາຈານ ດຣ. ມະຫາຜ່ອງ ສະມາເລີກ 20 ທັນວານີ້!

ກຽມຈັດງານຊາປະນາກິດສົບ ພຣະອາຈານ ດຣ. ມະຫາຜ່ອງ ສະມາເລີກ 20 ທັນວານີ້!

Published on

DSC_8789 achanephon 1

ຂປລ. ​ງານຊາປະນາກິດສົບພະອາຈານ ດຣ. ມາຫາຜ່ອງ ສະມາເລີກອະດີດປະທານສູນກາງ ອົງການພຸດທະສາສະໜາສໍາພັນລາວ ອົງທີ 4 ​ແມ່ນ​ໄດ້​ເລີ່​ມ​ແຕ່ວັນ​ທີ 16-20 ທັນວາ 2015 ນີ້ເຊິ່ງທ່ານ ສາຍທອງແກ້ວດວງດີ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ​ໄດ້ຖະແຫລງຂ່າວກ່ຽວກັບງານດັ່ງກ່າວ​​ໃນວັນທີ 17 ທັນວາ 2015 ນີ້ວ່າງານຊາປະນາກິດສົບພະອາຈານດຣ. ມະຫາຜ່ອງສະມາເລີກ ຈະໄດ້ຈັດຂຶ້ນ​​ໃນວັນທີ 20 ທັນວາ 2015 ​ໂດຍຈະໄດ້ເລີ່ມຕົ້ນແຕ່ເວລາ 12 ​ໂມງເປັນຕົ້ນໄປ ຈະມີຂະບວນແຫ່ສົບໄປຍັງປະຕູໄຊ, ຫລັງຈາກນັ້ນ ກໍຈະໄດ້ຈັດຂະບວນ​​ແຫ່ສົບແຕ່ປະຕູໄຊໄປຫາສະໜາມຫລວງຢ່າງເປັນຂະບວນທີ່ຍິ່ໃຫຍ່ໂດຍການນໍາພັກ​, ລັດແລະ ຂະບວນກຽດຕິຍົດ​ ​ເຊິ່ງປະກອບມີຂະບວນທ່ານຊາຍຊົງຄຸນວຸດທິ 8 ທ່ານ, ນຸ່ງຊຸດລາວສີຂາວອຸ້ມຂັນໝາກເບັງອອກໜ້າແລະ 2 ທ່ານ ຊ້າຍຂວາ ຖືທຸງຊາດແລະ ທຸງສາສະໜາ, ຂະບວນຈູງສົບ​ ​ແມ່ນມີພະສົງສຳມະເນນ 400 ອົງ, ຂະບວນພະສົງສຳມະເນນແຫ່ຕາມຫລັງຈໍານວນ 500 ອົງ, ຂະບວນລົດ​ດົຕີພື້ນເມືອງລາວ, ຂະບວນມະຫາຊົນແລະ ຂະບວນຊາວໜຸ່ມຢືນຢູ່ສອງຂ້າງທາງ​​ແຕ່ປະຕູໄຊເຖິງສະໜາມຫລວງ.

ທ່ານ ສາຍທອງແກ້ວດວງດີ ຍັງກ່າວຕື່ມອີກວ່າ​: ຂະບວນແຫ່​ ສົບ​ໄປຍັງສະໜາມຫລວງໃຊ້ເວລາປະມານ 30 ນາທີຫລັງຈາກນັ້ນ ເວລາ 15 ​ໂມງ 15 ນາທີ ພິທີຖອດຜ້າບັງສະກຸນຊຸດທີ 1, ມີພະ 4 ອົງແລະຊຸດທີ 2 ມີພະ 26 ອົງ, ພະເຖຣະຂັ້ນສູນກາງແລະ ພະສົງຕາງປະເທດຕ່າງໆແລະ  ການນໍາພັກລັດແລະ ຜູ້ຕາງໜ້າປະເທດຕ່າງໆຂຶ້ນວາງດອກໄມ້ທູບທຽນ​, ຈາກນັ້ນເວລາ 21 ​ໂມງຈະໄດ້ວາງເພີງຮ້ອນຢ່າງເປັນທາງການ. ສ່ວນວັນທີ ວັນທີ 21 ​ເວລາ 9 ​ໂມ ຈະໄດ້ຈັດພິທີເກັບດູກ ສູດໄຊຍະມົງຄຸນ; ​ໃນວັນທີ 22 ທັນວາ 2015 ​ເປັນມື້ຫໍ່ເຂົ້າຕັ້ງກອງບຸນ, ຕັກບາດແລະ ຖວາຍສັງຄະທານເລີກມົງຄຸນ ພະສົງ 101 ອົງ.

ໃນໂອກາດນີ້ ທ່ານ ສາຍທອງແກ້ວດວງດີ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຜູ້ທີ່ມີນ້ຳໃຈໄສສັດທາທີ່ຢາກມາຮ່ວມ ໃນພິທີຊາປະນາກິດສົບໃນຄັ້ງນີ້ ຈົ່ງໃຫ້ໄປ ເຕົ້າໂຮມກັນຢູ່ທີ່ສະໜາມຫລວງ ເຊິ່ງທາງຄະນະກໍາມະການໄດ້ກຽມສະຖານທີ່ໄວ້ຮອງຮັບຢ່າງກວ້າງຂວາງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...