spot_img
Home​ຂ່າວທ່ອງທ່ຽວທ່ຽວຊົມບ້ານບຸນພຽງ ຊົນເຜົ່າລາວກໍ່ ອາຄາພູໂຊ.

ທ່ຽວຊົມບ້ານບຸນພຽງ ຊົນເຜົ່າລາວກໍ່ ອາຄາພູໂຊ.

Published on

2ik

ບ້ານບຸນພຽງ ຂຶ້ນກັບເມືອງບຸນເໜືອ, ຫ່າງໄກຈາກເທສະບານແຂວງຜົ້ງສາລີໄປທາງທິດໄຕ້ປະມານ 52 ກິໂລແມັດ, ເປັນບ້ານຊົນເຜົ່າລາວກໍ່ (ອາຄາພູໂຊ) ເຊິ່ງຕັ້ງຢູ່ເທິງພູສູງທີ່ອ້ອມລ້ອມໄປດ້ວຍທຳມະຊາດ ພູຜາປ່າໄມ້ ທີ່ສວຍ ສົດ ງົດງາມ, ທິວທັດທຳມະຊາດໃນເຂດນີ້ໜ້າຢູ່ໜ້າຊົມເຊິ່ງມີສາຍລົມເຢັນໄດ້ພັດໂຊຍມາຈາກສັນພູຢ່າງບໍ່ຂາດສາຍ, ເວລາເຮົາແນມໄປອ້ອມຮອບບໍລິເວນຂອງບ້ານດັ່ງກ່າວກໍ ຈະເຫັນສາຍພູເປັນຖັ້ນເປັນ ແຖວທີ່ປົກຄຸມໄປດ້ວຍ ປ່າໄມ້ທີ່ ຂຽວງາມອຸ່ມທຸ່ມເຮັດໃຫ້ອາກາດຢູ່ເຂດນີ້ຊຸ່ມເຢັນດີ, ມີບັນຍາກາດເບີກບານມ່ວນຊື່ນ ແລະ ເຮັດໃຫ້ຈິດໃຈລື້ນເລີງສຳລານໄປກັບທຳມະຊາດແຫ່ງນີ້ຢ່າງບໍ່ມີວັນຈະຫລົງລືມໄດ້ ແລະ ເຫັນວ່າເຂດບ້ານບຸນພຽງນີ້ເປັນ ແຫລ່ງທ່ອງ ທ່ຽວ ອີກແຫ່ງໜຶ່ງທີ່ໜ້າສົນໃຈທີ່ສຸດ, ສ່ວນປະຊາຊົນເຂດນີ້ດຳລົງຊີວິດຢູ່ກັບທຳມະຊາດ, ປຸກເຮືອນ ແລະ ປຸກຕູບຢູ່ແບບປະຖົມປະຖານທີ່ມຸງ ແລະ ແອ້ມດ້ວຍຫຍ້າຄາ ເປັນສ່ວນໃຫຍ່ ໂດຍຫາກິນດ້ວຍການເຮັດໄຮ່, ເຮັດນາ, ປູກພືດຜັກ ແລະ ລ້ຽງສັດເປັນຫລັກ. ນອກຈາກນັ້ນ, ຍັງໄດ້ຖືເອົາການຫຍິບປັກຖັກແສ່ວເປັນອາຊີບເສີມອີກດ້ວຍ.
ປະຊາຊົນບ້ານບຸນພຽງ ໄດ້ມີຮີດຄອງປະເພນີ, ຄວາມເຊື່ອຖື, ວິຖີການດຳລົງຊີວິດ ແລະ ວັດທະນະທຳການ ແຕ່ງກາຍ ທີ່ເປັນ ເອກະລັກ ແລະ ມີສະເໜ່ໜ້າຮັກໄປອີກແບບໜຶ່ງ ເຊິ່ງສາມາດດຶງດູດຈິດໃຈຂອງນັກທ່ອງ ທ່ຽວທັງ ພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວຊົມຢ່າງຫລວງຫລາຍ. ຖ້າທ່ານໃດຫາກໄດ້ໄປແຂວງຜົ້ງສາລີ ກໍຢ່າລືມໄປທ່ຽວຊົມ ໄດ້ເຂດ ບ້ານບຸນພຽງຢູ່ເທິງພູສູງ ເພື່ອຈະໄດ້ສຶກສາ ແລະ ຮັບຮູ້ເຖິງວິຖີຊີວິດ, ນັບທັງຮີດຄອງປະເພ ນີການແຕ່ງກາຍທີ່ປະດັບດ້ວຍເຄື່ອງນຸ່ງທີ່ຫຍິບປັກຖັກແສ່ວ ມີລວດລາຍຫລາຍສີສັນພ້ອມທັງ ຮັບຟັງສຳນຽງສຽງ ພາສາປາກ ເວົ້າຂອງ ຊົນເຜົ່າລາວກໍ່ (ອາຄາພູໂຊ) ທີ່ເປັນເອກະລັກມາແຕ່ດຶກດຳບັນ.

ບ້ານບຸນພຽງເປັນເຂດຕັ້ງ          ເທິງພູສູງທີ່ງາມເດັ່ນ

ບໍລິເວນຖືກຫໍ່ຫຸ້ມ            ປົກຄຸມດ້ວຍປ່າໜາ

ພຶກສາຊາດປ່າໄມ້            ດົງຫລວງກວ້າງໃຫຍ່

ທຳມະຊາດສ້າງໄວ້           ໃຫ້ເຮົາໄດ້ທ່ຽວຊົມ  ທ່ານເອີຍ.

ສົມພະໄທເຫລືອລົ້ນ          ໄປຊົມທິວບ້ານຊົນເຜົ່າ

ພູເຂົາສູງຍາວຢຽດ           ອ້ອມເປັນຫລາຍຖັ້ນຖີ່ແຖວ

ຍິນສຽງແຊວໆຮ້ອງ           ກາເວົາວອນເອີ້ນຫາຄູ່

ຝຸງໝູ່ນົກໃຫຍ່ນ້ອຍ          ບິນເຈີ້ຍເຂົ້າສູ່ຮັງ ອອນຊອນເດ.

 

ທີ່ມາ

ຂປລ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...