ລາວຫາລືດ້ານວິຊາການສຳລັບການຈັດຕັ້ງປະຕິບັດກົດໝາຍປ່າໄມ້

forestry

ວັນທີ 15 ທັນວານີ້, ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ໄດ້ຮ່ວມກັບສະຫະ ພາບເອີຣົບປະຈຳລາວຈັດກອງປະຊຸມ​ດ້ານ​ວິຊາ​ການ​ຂອງ​​ການ​ຈັດ​ຕັ້ງ​ປະຕິບ​ດກົດ​ໝາຍປ່າ​ໄມ້, ການ​ຄຸ້ມ​ຄອງ​ໄມ້ ​ເ​ເລະ ການ​ຄ້າ​ໄມ້(FLEGT) ຂຶ້ນທີ່​ໂຮງ​ແຮມ​ວຽງ​ຈັນ​ພາ​ຊາ​ ໃນ​ນະຄອນ​ຫຼວງ​ວຽງ​ຈັນ ໂດຍການ​ເຂົ້າ​ຮ່ວມ​ຂອງ​ທ່ານ ຄຳ​ພຸດ ພັນ​ດາ​ນຸວົງ, ຫົວໜ້າ​ກົມ​ກວດກາ​ປາ​ໄມ້ ​ແລະ ທ່ານ ມາຕິນ ຜູ້​ຕາງ​ໜ້າ​ສະຖານ​​ເອກ​ອັກຄະ​ລັດຖະທູດ​ສະຫະພາບ​ເອີຣົບປະຈຳ​ລາວ, ພ້ອມ​ດ້ວຍ​ນັກວິຊາ​ການ​ຈາ​ກກະຊວງ ​ແລະ ອົງການ​ຈັດ​ຕັ້ງ​ທີ່ກ່ຽວຂ້ອງ​ເຂົ້າ​ຮວມ​ເປັນ​ຈຳນວນ​ຫຼາຍ.

ທ່ານ​ຫົວ​ຫນ້າ​ກົມ​ກວດກາ​ປ່າ​ໄມ້​ກ່າວ​ໃນ​ທີ່​ປະຊຸມ​ວ່າ: ລັດຖະບານ​ລາວ​ໄດ້​ລິ​ເລີ່​ມການກະກຽມ​​ເຈລະຈາ​ຂໍ້​ຕົກລົງ​ການ​ເຂົ້າ​​ເປັນ​ຄູ່​ຮ່ວມ​ສັນຍາ​ດ້ານ​ການ​ຄ້າ​ແບບ​ສະໝັກ​ໃຈ ( VPA ) ກັບ​ສະຫະ ພາບ

​ເອີຣົບ​ໃນ​ປີ 2016 ​​ໃນ​ກອບ​ຊຶ່ງແຜນ​ງານ​ການ​ຈັ້ງ​ຕັ້ງ​ປະຕິບັດກົດໝາຍປ່າ​ໄມ້, ການຄຸ້ມ​ຄອງ​ໄມ້ ​ແລະ ການ​ຄ້າ​ໄມ້(FLEGT) ຂອງ​ສະຫະພາບ​ເອີຣົບ, ແຜ​ບງານ​ດັ່ງກ່າວ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ການ​ລິ​ເລີ່​ມຂອງ​ລັດຖະບານ​ລາວ​ເພື່ອ​ຮັບປະກັນ​ການ​ປັບ​ປຸງການ​ຄຸ້ມ​ຄອງ ​ແລະ ການ​ຈັດການ​ປ່າ​ໄມ້​ແບບ​ຍືນ​ຍົງ​​ໃນ​ ສປປ ລາວ​ ຂອງ​. ດັ່ງ​ນັ້ນ​ ລັດຖະບານຈຶ່ງ​ໄດ້​ຈັດ​ກອງ​ປະຊຸມ​​ນີ້​ຂຶ້ນ​ເພື່ອໃຫ້​ອົງການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ​ໄດ້​ຮັບ​ຮູ້​​ເຖິງ​ເປົ້າ​ໝາຍ​ຂອງ​ລັດຖະບານ​ໃນ​ແຜນ​ງານ​ FLEGT VPA ,ລວມທັງ​ຜົນ​ປະ​ໂຫຍດ ​ແລະ ຂໍ້​ຫຍຸ້ງຍາກ​ທີ່​ຄາດ​ວ່າ​ຈະ​ໄດ້​ຮັບ ​ແລະ ການ​ເຊື່ອມ​ໂຍງ​ຂອງ​ແຜນ​ງານດັ່ງກ່າວ​ກັບ​ຄວາມ​ຄິດ​ລິ​ເສີ່​ມອື່ນໆ​ໃນ​ລະດັບ​ຊາດ​ທີ່​ກ່ຽວຂ້ອງ​ກັບ​ຂະ​ແໜງ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ປ່າ​ໄມ້​ກ່ອນ​ການ​​ເຂົ້າ​ຮ່ວມ​ເຈລະຈາ VPA ຄັ້ງ​ທຳ​ອິດ​ກັບ​ສະຫະພາບ​ເອີຣົບ.

ທ່ານ​ຫົວໜ້າ​ກົມ​ກ່າວ​ວ່າ: ​ແຜນງານການ​ຈັດ​ຕັ້ງ​ປະຕິບັດກົດ​ໝາຍ​ປ່າ​ໄມ້, ການ​ຄຸ້ມ​ຄອງ​ໄມ້ ​ແລະ ການ​ຄ້າ​ໄມ້ ​ແລະ ຂໍ້​ຕົກລົງ​ການ​ເຂົ້າ​​ເປັນ​ຄູ່​ຮ່ວມ​ສັນຍາ​ດ້ານ​ການ​ຄ້າ​ແບບ​ສະໝັກ​ໃຈ​ແມ່ນ​ຂີດ​ໝາຍ​​ສຳຄັນ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນວຽກ​ງານ​ການ​ຄຸ້ມ​ຄອງ​ປ່າ​ໄມ້,​ ເພາະວ່າ​ການ​ຄຸ້ມ​ຄອງ​ປ່າ​ໄມ້​ທີ່​ດີ​ນັ້ນ​ຈະ​ຊ່ວຍ​​ໃຫ້​ພວກ​ເຮົາ​ສາມາດ​ປົກ​ປັກ​ຮັກສາ​ປ່າ​ໄມ້​ເພື່ອ​ອະນາຄົດ​ຂອງ​ຄົນ​ລຸ່ນ​ໃໝ່,​ ເສີມ​ຂະຫຍາຍ​ໂອກາດ​ໃຫ້​ແກ່​ຂະ​ແໜງ​ປຸ່ງ​​ແຕ່ງ​ໄມ້​ໃນ​ປະ​ເທດ, ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​​ແກ່​ຜະລິດ​ຕະພັນ​ໄມ້, ສ້າງ​ໂອກາດ​ໃນ​ການ​ຈ້າງ​ງານ​ໃນ​ຂະ​ແໜງ​ປ່າ​ໄມ້ ​ແລະ ​​ເປີດ​ກ້ວາງ​ໂອ​ການ​ທາງ​ດ້ານ​ການ​ຕະຫຼາດ​ທີ່​ໃຫຍຂຶ້ນ​ກວ່າ​ເກົ່າ ​ແລະ ພາຍຫຼັງ​ທີ່​ແຜນການ​ດັ່ງກ່າວ​ຖືກ​ຈັດ​ຕັ້ງ​ປະ​ຕິບັດຜະລິດ​ຕະພັນ​ໄມ້​ຂອງລາວ​ກໍ​ຈະ​ສາມາດ​ຕອບ​ສະໜອງ​ຕາມ​ກົດ​ລະບຽບ​ວ່າ​ດ້ວຍ​ໄມ້​ຂອງ​ສະຫະພາບ​ເອີຣົບ, ຊຶ່ງ​ຈະ​ເປັນ​ການ​ສົ່ງ​ເສີມ​ການ​ສົ່ງ​ອອກ​ໄມ້​ທີ່​ຖືກ​ກົດໝາຍ​ໄປ​ຍັງ​ຕະຫຼາດ​ເອີຣົບ, ພ້ອມ​ນັ້ນ ​ບັນດາ​ບໍລິສັດ​ປຸງ​ແຕ່ງ​ໄມ້​ໃນ ສປປ ລາວ​ ກໍ​ຈະ​ສາມາດ​ເຂົ້າ​ເຖິງ​ຕະຫຼາດ​ອື່ນ​ໆ​ໄດ້​ງ່າຍ​ຂຶ້ນ, ​​ໂດຍ​ສະ​ເພາະ​​ແມ່ນ​ຕະຫຼາດ​ໃນ​ບັນດາ​ປະ​ເທດ​ອາ​ຊຽນ, ສະ​ຫະ​ລັດ​ອາ​ເມຣິກາ, ອົດ​ສະ​ຕຣາ​ລີ, ນິວຊີ​ແລ​ນ ​ແລະ ຍີ່ປຸ່ນ​​ເປັນ​ຕົ້ນ.

ແຫ່ລງຂ່າວ

ລພນ