spot_img
Homeຂ່າວຕ່າງປະເທດກູບາບັນລຸເປົ້າໝາຍ ການຊຳລະໜີ້ສິນ ກັບບັນດາປະເທດເຈົ້າໜີ້!

ກູບາບັນລຸເປົ້າໝາຍ ການຊຳລະໜີ້ສິນ ກັບບັນດາປະເທດເຈົ້າໜີ້!

Published on

21082015_dong_USD 400

ຂປລ. ອ້າງ​ຕາມ ​ແຫ​ລ່ງຂ່າ​ວ ຣອຍ​ເຕີ, ​ໃນ​ວັນ​ທີ 12 ທັນວາ, ທ່ານ ມີ​ເຊ​ວ ຊາ​ປິນ ລັດຖະມົນ​ຕີ​ ວ່າການ ກະຊວງ​ ການ​ເງິນ ຂອງຝຣັ່ງ ໃຫ້​ຮູ້​ວ່າ ກູ​ບາ ​ໄດ້​ບັນລຸ ​ຂໍ້​ຕົກລົງ ກັບ ບັນດາ​ ​ເຈົ້າໜີ້ ​ຢູ່​ສະ​ໂມ​ສອນ ປາຣີ, ຕາມ​ນັ້ນ ກູ​ບາ ຈະ​ບໍ່ຕ້ອງ​ຈ່າຍ ​ຄ່າທຳນຽ​ມ ​ກ່ຽວ​ກັບ ການ​ຊຳລະ​ໜີ້ ລ່າຊ້າ 4 ຕື້​ໂດ​ລາ ສະຫະລັດ ​​ແຕ່​ກູ​ບາ​ ຈະຕ້ອງຊຳລະ ​ບ້ວງ​ໜີ້ 2,6 ຕື້​ໂດ​ລາ ​ສະຫະລັດ ​ໃນ​ໄລຍະ 18 ປີ.

ທ່ານ ຊາ​ປິນ ກ່າວ​ວ່າ ຂໍ້​ຕົກລົງ​ນີ້ ​ໄດ້​​ເປີດ​ ສັງກາດ ຄັ້ງ​ໃໝ່ ​ໃນ​ການ​ພົວພັນ ​ຮ່ວມ​ມື ລະຫວ່າງ ກູ​ບາ ​ແລະ ປະຊາ​ຄົມ ​ການ​ເງິນ​ ສາກົນ. ບ້ວງຕົ້ນ​ໜີ້​  470 ລ້ານ​ໂດ​ລາ ສະຫະລັດ ທ່ີ​ກູ​ບາ​ ຍັງ​ຕິດ​ໜີ້ ຝຣັ່ງ, ກູ​ບາ ຈະ​ສົ່ງ​ຄືນ ​ໃຫ້​ຝຣັ່ງ 240 ລ້ານ​ໂດ​ລາ ສະຫະລັດ, ສ່ວນ​ທ່ີ​ ຍັງ​ເຫລືອ ຈະ​ສົ່ງ​ຄືນ ຜ່ານ​ຮູບແບບ​​ ໂຄງການ ​ພັດທະນາ ​ໃຫ້​ກູ​ບາ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...