Homeຂ່າວເຫດການອີຢູ ສະເຫລີມສະຫລອງວັນສິດທິມະນຸດ ຄົບຮອບ 50 ປີ

ອີຢູ ສະເຫລີມສະຫລອງວັນສິດທິມະນຸດ ຄົບຮອບ 50 ປີ

Published on

12347620_535999789910916_7729540675002069059_n

ການສະ​ເຫລີ​ມສະຫລອງ​ວັນ​ສິດທິ​ມະນຸດ ຄົບຮອບ 50 ປີ, ​ໄດ້​ຈັດ​ຂຶ້ນ​ທີ່ສຳນັກງານ​ສະຫະພາບ​ເອີ​ຣົບ ປະຈຳ​ລາວ ໃນຄືນ​ວັນ​ທີ 10 ທັນວາ​ຜ່ານ​ມາ, ​ຊຶ່ງ​ເປັນ​ວັນ​ໜຶ່ງທີ່ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ້ງ​ໝັ້ນຂອງ​ສາກົນ ເຮັດ​ໃຫ້​ທຸກ​ຄົນ​ໃນ​ໂລກ​ນີ້ມີ​ສິດເສລີພາບ​​ເທົ່າ​ທຽມກັນ, ​ພາຍ​ໃນ​ງານ​ມີ​ທ່ານ ມີ​​ແຊ​ນ ​ໂກ​​ແຟງ ອຸປະ​ທູດ​ສະຫະ​ພາບ​ເອີຣົບ ປະຈຳ​ລາວ, ມີບັນດາ​ທູຕາ​ນຸທູດ ຈາກ​ສະຖານທູດ​ຕ່າງໆ ​ແລະ ພາກສ່ວນ​ກ່ຽວຂ້ອງ​​ເຂົ້າ​ຮ່ວມ.

ທ່ານອຸປະ​ທູດ​ສະຫະພາບ​ເອີຣົບ ປະຈຳ​ລາວ​ ກ່າວ​ວ່າ: ການສະ​ເຫລີ​ມສະຫລອງ​ຄັ້ງ​ນີ້ ພວກ​ເຮົາ​ໄດ້​ສະ​ຫລອງ​ໃຫ້​ແກ່​ສອງ​ສົນທິສັນຍາ​ຄື: ສົນທິສັນຍາ​ວ່າ​ດ້ວຍ​ສິດທິ​ທາງ​ດ້ານ​​ເສດຖະກິດ,ສັງຄົມ ​ແລະ

ວັດທະນະທຳ (ICESCR) ​ແລະ ສົນທິສັນຍາ​ສາກົນ​ວ່າ​ດ້ວຍ​ສິດທິ​ພົນລະ​ເຮືອນ ​ແລະ ສິດທິ​ທາງ​ດ້ານ​ການ​ເມືອງ(ICCPR), ທັງ​ສອງ​ສົນທິສັນຍາ​ນີ້ ​ໄດ້​ວາງ​ຢູ່​ບົນ​ພື້ນຖານ​ຂອງ​ທຸກ​ຄົນ ນັບ​​ແຕ່​ມື້​ເກີດ​ຈົນ​ເຖິງ​ບັ້ນ​ປາຍ​ຊີວິດ, ​ໃນ​ນີ້ສປປ ລາວ ​ໄດ້​ເຊັນ​ສັນຍາ​ເຂົ້າ​ເປັນ​ພາຄີ​ໃນ​ປີ 2000 ກ່ອນ​ທີ່​ຈະ​ໃຫ້​ສັດຕະຍາບັນ​ ສົນທິ​ສັນຍາ​ວ່າ​ດ້ວຍ​ສິດທິ​ທາງ​ດ້ານ​ເສດຖະກິດ-ສັງຄົມ ​ແລະ ວັດທະນະທຳ ໃນ​ປີ 2007 ​ແລະ ສົນທິ​ສັນຍາ ວ່າດ້ວຍພົນລະເຮືອນ ແລະ ການເມືອງ ປີ2009. ຕໍ່ກັບວຽກງານດັ່ງກ່າວ ສປປ ລາວ ກໍໄດ້ນຳເອົາສົນທິສັນຍາດັ່ງກ່າວ ເປັນແກນຫລັກ ໃນການຮັບຮອງເອົາກົດໝາຍຫລາຍ ສະບັບເຊັ່ນ: ຄະນະກຳມະການຊີ້ນຳລະດັບຊາດດ້ານສິດທິມະນຸດ ໃນປີ 2012 ເຊິ່ງໄດ້ ໂຄງສ້າງດ້ານນິຕິກຳ ແລະ ສະຖາບັນອັນຈຳເປັນໃຫ້ແກ່ການອອກແບບ, ຈັດຕັ້ງປະຕິບັດ ແລະ ຕິດຕາມນະໂຍບາຍທີ່ຖືກຕ້ອງດ້ານສິດທິມະນຸດ ໃຫ້ໄດ້ຮັບໝາກຜົນດີຂຶ້ນ.

ໃນເດືອນຜ່ານມາ, ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາ ຫາລືດ້ານສິດທິມະນຸດ ສອງຝ່າຍຄັ້ງທີ 6 ຂຶ້ນໃນນະຄອນຫລວງວຽງຈັນ, ເຊິ່ງໄດ້ສຸມໃສ່ ການຈັດຕັ້ງປະຕິບັດພັນທະ ແລະ ສັນຍາສາກົນຂອງ ສປປລາວ ໃຫ້ມີປະສິດທິຜົນ, ພ້ອມ ນີ້ ອີຢູ ຍັງໄດ້ເນັ້ນຢ້ຳເຖິງຄວາມກ່ຽວຂ້ອງຂອງວຽກງານສິດທິມະນຸດທີ່ມີຕໍ່ສະຖຽນລະພາບ ແລະ ຄວາມສຳຄັນຂອງການເຊື່ອມໂຍງວຽກສິດທິມະນຸດ ເຂົ້າໃນບັນດານິຕິກຳ ແລະ ນະໂຍບາຍຕ່າງໆຂອງລາວ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...