spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ ປກສ ຫລວງພະບາງຈັບເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່

ເຈົ້າໜ້າທີ່ ປກສ ຫລວງພະບາງຈັບເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່

Published on

yaba

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ປກສ ​ແຂວງ​ຫລວງ​ພະ​ບາງ, ​ໄດ້​ນຳ​ກຳລັງ​ເຂົ້າປິດ​ລ້ອມ​ກວດຄົ້ນ​ເຮືອນ​​ທ້າວ ທອງວິນ ອາຍຸ 47 ປີ ​ແລະ ນາງ ຊວານອາຍຸ 40 ປີ, ທັງສອງເປັນຜົວ​​ເມຍກັນ, ຢູ່​ບ້ານ​ນາ​ຊອນ , ເມືອງ​ໂພນທອງ ​ແຂວງ​ຫລວງ​ພະ​ບາງ, ພາຍຫລັງມີພົນລະ ເມືອງດີແຈ້ງວ່າເຮືອນຫລັງດັ່ງກ່າວເປັນແຫລ່ງຄ້າຂາຍຢາເສບຕິດລາຍໃຫຍ່ ແລະ ຜ່ານການກວດຄົ້ນໃນເຮືອນພົບ​ເຮ​ໂຣອິນຈໍານວນ 20 ​ແທ່ງຊຸກ​ເຊື່ອງ​ໄວ້​ຢູ່​ຫ້ອງ​ນອນ​ຈຶ່ງ​ໄດ້​ຢືດໄວ້ເປັນຫລັກຖານເພື່ອ​ດຳ​ເນີນ​ຄະດີ​ຕາມລະບຽບ​ກົດໝາຍ ແລະ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ເຮໂຣອີນດັ່ງກ່າວແມ່ນຊື້ມານໍາຂະບວນການຄ້າຢາເສບຕິດພາຍໃນແຂວງຫລວງພະບາງເພື່ອຈະເອົາໄປສົ່ງໃຫ້ລູກຄ້າຢູ່ປະເທດໃກ້ຄຽງ, ແຕ່ຖືກເຈົ້າໜ້າທີ່ຈັບຕົວເສຍກ່ອນ ແລະ ຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ຈະຂະຫຍາຍຜົນເພື່ອຈັບຕົວຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມກົດໝາຍໂດຍໄວ.

​ເຈົ້າໜ້າ​ທີ່ເປີດເຜີຍວ່າ: ຄູ່​ຜົວເມຍ​ຄ້າຢາເສບຕິດຄະດີນີ້, ເປັນເປົ້າໝາຍ​​ຕິດຕາມມາດົນ ແລະ ຈົນໄດ້ຮັບແຈ້ງຈາກພົນລະເມືອງດີວ່າພວກກ່ຽວມີຢາເສບຕິດຊຸກເຊື່ອງໄວ້ພາຍໃນເຮືອນ, ຈຶ່ງນໍາກໍາລັງ​ເຂົ້າຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...