spot_img
Homeຂ່າວຕ່າງປະເທດຣັດເຊຍເປີດສາກ ຍິງລູກສອນໄຟຖະຫລົ່ມກຸ່ມໄອເອັສ ຈາກເຮືອດຳນ້ຳ ເປັນຄັ້ງທຳອິດ! (ເບິ່ງຄລິບ)

ຣັດເຊຍເປີດສາກ ຍິງລູກສອນໄຟຖະຫລົ່ມກຸ່ມໄອເອັສ ຈາກເຮືອດຳນ້ຳ ເປັນຄັ້ງທຳອິດ! (ເບິ່ງຄລິບ)

Published on

EyWwB5WU57MYnKOuYBlzW7lTVAstl15KiBf2XAeGj0XASt1qySllbx

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ທັນວານີ້ວ່າ ທ່ານ ເຊີເກ ຊອຍກູ ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດຣັດເຊຍ ໄດ້ເປີດເຜີຍວ່າ ເຮືອດຳນ້ຳຂອງກອງທັບຣັດເຊຍ ໄດຍິງລູກສອນໄຟພິໄສໄກ ຈາກທະເລເມດິແຕຣານຽນ ເຂົ້າໃສ່ຖານທີ່ໝັ້ນຂອງກຸ່ມໄອເອັສ ຊຶ່ງລວມທັງໂຮງງານນ້ຳມັນຂອງກຸ່ມດັ່ງກ່າວ 2 ຈຸດ ທາງພາກເໜືອຂອງປະເທດຊີຣີ ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ໂດຍໄດ້ມີການແຈ້ງ ໃຫ້ແກ່ຝ່າຍສະຫະລັດອາເມຣິກາ ແລະ ອິດສະລາແອນຮັບຊາບ ກ່ຽວກັບການຍິງຂີປະນາວຸດຄັ້ງນີ້ ລ່ວງໜ້າແລ້ວ.

ທັງນີ້ ການຍິງລູກສອນໄຟໂຈມຕີດັ່ງກ່າວ ແມ່ນເປັນຄັ້ງທຳອິດທີ່ ກອງທັບຣັດເຊຍ ທຳການຍິງຈາກເຮືອດຳນ້ຳ ເພື່ອໂຈມຕີກຸ່ມໄອເອັສ ໃນປະເທດຊີຣີ ເນື່ອງຈາກໃນໄລຍະຜ່ານມາ ແມ່ນມີການຍິງໂຈມຕີ ຈາກເຮືອກ່ຳປັ່ນສູ້ຮົບ ແລະ ທາງອາກາດເທົ່ານັ້ນ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...