spot_img
Homeຂ່າວການພັດທະນາລາວຫາລືຕອບໂຕ້ການລະບາດຂອງພະຍາດໂປລີໂອຜ່ານສື່ມວນຊົນ

ລາວຫາລືຕອບໂຕ້ການລະບາດຂອງພະຍາດໂປລີໂອຜ່ານສື່ມວນຊົນ

Published on

polio

ໃນວັນທີ 4 ທັນວານີ້, ກົມ​ອະນາ​ໄມ ​ແລະ ສົ່ງ​ເສີມ​ສຸຂະພາບກະຊວງ​ສາທາລະນະ​ສຸກ, ໄດ້ຈັດ​ກອງ​ປະຊຸມ​ປືກສາຫາລືຕອບໂຕ້ການລະບາດຄືນມາໃໝ່ຂອງພະຍາດໂປລີໂອຜ່ານສື່ມວນຊົນ, ພາຍ ຫລັງກວດພົບການເກີດຂຶ້ນຂອງພະຍາດດັ່ງກ່າວຢູ່ແຂວງບໍລິຄໍາໄຊ ແລະ ແຂວງໄຊສົມບູນ ເມື່ອບໍ່ດົນມານີ້.

ທ່ານຫົວໜ້າກົມອານາໄມ ແລະ ສົ່ງເສີມສຸຂະພາບ ດຣ ​ເພັດ ​ເກິ່ງ​ຊາ​ເນ​ດ ກ່າວວ່າ: ສື່ມວນຊົນມີບົດບາດສໍາຄັນຫລາຍໃນການໂຄສະນາເຜີຍແຜ່ໃຫ້ປະຊາຊົນກຸ່ມເປົ້າໝາຍໄດ້ຮັບຮູ້ຂໍ້ມູນຂ່າວ ສານຢ່າງກວ້າງຂວາງ ແລະ ວ່ອງໄວໃນການຕອບໂຕ້ການລະບາດຂອງພະຍາດດັ່ງກ່າວ, ຊຶ່ງນັບແຕ່ປີ 2000 ​ເປັນ​ຕົ້ນ​ມາ, ສປປ ລາວ ​ໄດ້​ປະກາດ​ລົບ​ລ້າງ​ພະຍາດ​ດັ່ງກ່າວ​ໄປ​

ແລ້ວ,​ ແຕ່​ມາ​ໃນຕົ້ນ​ເດືອນ​ຕຸລາ 2015 ນີ້,​ ໄດ້​ຮັບ​ການ​ຢືນຢັນ​ຈາກ​ຫ້ອງກວດທາງ​ເຄມີ​ວ່າໄດ້​ພົບ​ເຊື້ອ​ພະຍາດໂປ​ລີ​ໂອ4 ກໍລະນີຢູ່​ແຂວງ​ບໍລິ​ຄຳ​ໄຊ ​ແລະ ​ແຂວງ​ໄຊ​ສົມບູນ ​ແລະ ​ເພື່ອ​ເປັນ​ການ​ສະກັດກັ້ນ ​ແລະ ຕອບ​ໂຕ້ພະຍາດ​ດັ່ງ ກ່າວ,ກະຊວງ​ສາທາລະນະ​ສຸກຮ່ວມ​ກັບ​ອົງການ​ຈັດ​ຕັ້ງ​ສາກົນ​ປະຈຳ​ລາວ ແລະ ພາກສ່ວນ​ກ່ຽວຂ້ອງ​ໄດ້​ເປີດ​ຂະ​ບວນຢອດ​ຢາ​ກັນ​ໂປ​ລີ​ໂອ​​ແບບ​ເປີດ​ກວ້າງນັບ​ແຕ່​ເດືອນ​ຕຸລາ 2015​ ເຖິງ​ເດືອນ​ມີນາ 2016 ​ໃນ​ນັ້ນ 4 ຄັ້ງແມ່ນ​ລະດັບ​ທ້ອງ​ຖິ່ນ ​ແລະ ລະດັບ​ຊາດ 2 ຄັ້ງ. ມາ​ຮອດ​ປັດຈຸບັນ​ແມ່ນ​ຈັດ​ມາ​ແລ້ວ 2 ຄັ້ງຢູ່ 3 ແຂວງ​ຄື: ​ແຂວງ​ບໍລິ​ຄຳ​ໄຊ,​ໄຊ​ສົມບູນ ​ແລະ ​ແຂວງ​ຊຽງ​ຂວາງ ​ແລະ ​ໃນ​ວັນ​ທີ 21-31 ທັນວາ 2015 ທີ່​ຈະ​ເຖິງນີ້,​ ແມ່ນ​ຈະ​ເປີດ​ຂະ​ບວນສັກ​ຢາ-ຢອດ​ຢາຄັ້ງ​ທີ 3ຢູ່ 18 ​ແຂວງ​ໃນ​ທົ່ວ​ປະ​ເທດ, ຄັ້ງ​ທີ 4 ​ແຕ່​ວັນ​ທີ 18-31 ມັງກອນ 2016 ຢູ່ 15 ​ແຂວງ .ຍົກ​ເວັ້ນແຂວງ​ບໍລິ​ຄຳ​ໄຊ,​ໄຊ​ສົມບູນ ​ແລະ ​ແຂວງ​ຊຽງ​ຂວາງ, ຄັ້ງ​ທີ 5 ວັນ​ທີ 15-28 ກຸມພາ 2016 ຢູ່ 18 ​ແຂວງ ​ແລະ ຄັ້ງ​ທີ 6 ຄາດ​ວ່າ​ຈະ​ຢູ່75 ​ເມືອງ​ທີ່​ມີ​ຄວາມ​ສ່ຽງ​ໃນ​ວັນ​ທີ 21-31 ມີນາ2016. ທັງ​ນີ້ກໍ​ເພື່ອ​ເຮັດ​ໃຫ້​ເດັກ​ໄດ້​ເຂົ້າ​ເຖິງ​ການ​ຮັບ​ວັກ​ແຊງຫລາຍ​ກວ່າ 90% ຫລືຄິດ​ສະ​ເລ່ຍ​ໃຫ້​ໄດ້ 8,6 ລ້ານ​ຄັ້ງ​ໃນ​ເດັກ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕ່ຳ​ກວ່າ 15 ປີ.

ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ​ໂປ​ລີ​ໂອ ​ເປັນ​ພະຍາດ​ທີ່​ສາມາດ​ເຮັດ​ໃຫ້​ຜູ້​ຕິດ​ເຊື້ອ​ເປັນ​ລ່ອຍ ​ແລະ ​ເສຍ​ຊີວິດ​ໄດ້, ພະຍາດ​ດັ່ງກ່າວຖ້າ​ເກີດ​ຂຶ້ນ​ແລ້ວ​ບໍ່​ສາມາດ​ປິ່ນປົວ​ໄດ້​ແຕ່​ສາມາດ​ປ້ອງ​ກັນ​​ໄດ້​ດ້ວຍ​ການ​ຢອດ​ຢາ​ ຫລືສັກ​ວັກ​ແຊງ​ໃຫ້​ຄົບ 3 ຄັ້ງ. ສະ​ນັ້ນ ​ເພື່ອ​ຄວາມ​ປອດ​ໄພ ​ແລະ ຮັກສາ​ຊີວິ​ດຂອງ​ເດັກຜູ້​ປົກຄອງ​ຄວນນຳ​ເອົາ​ລູກ-ຫລານ​ຂອງ​ຕົນ​ເອງ​ໄປ​ຮັບ​ວັກ​ແຊງ​ໃຫ້​ຄົບ​ຕາມ​ກຳນົດ.

ກອງປະຊຸມດັ່ງກ່າວມີຜູ້ຕາງໜ້າຈາກກະຊວງສາທາລະນະສຸກ,​ ອົງການ​ອຸຍ​ນີ​ເຊັບປະຈຳ​ລາວ ແລະ ​ສື່​ມວນ​ຊົນຫລາຍຂະແໜງເຊັ່ນ: ໜັງສືພິມ, ວິທະຍຸ ແລະ ໂທລະພາບເຂົ້າ​ຮ່ວມນໍາດ້ວຍ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...