spot_img
Homeຂ່າວເຫດການຮອງປະທານປະເທດ ຕ້ອນຮັບປະທານສະພາປະຊາຊົນແຫ່ງຊາດຈີນ

ຮອງປະທານປະເທດ ຕ້ອນຮັບປະທານສະພາປະຊາຊົນແຫ່ງຊາດຈີນ

Published on

china

ຂປລ. ຕອນບ່າຍຂອງວັນທີ 2 ທັນວາ 2015 ທີ່ທຳນຽບປະທານປະເທດ, ສະຫາຍບຸນຍັງ ວໍລະຈິດ ກຳ ມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວໄດ້ໃຫ້ກຽດຕ້ອນຮັບແລະ ພົບປະກັບ ສະຫາຍ ຈາງເຕີ ຈຽງ ຄະນະປະຈຳກົມການເມືອງ ປະທານສະພາປະຊາຊົນຈີນ ພ້ອມດ້ວຍຄະນະໂອກາດເດີນທາງມາຢ້ຽມຢາມແລະ ຮ່ວມສະເຫລີມສະຫລອງວັນຊາດ 2 ທັນວາ ຄົບຮອບ 40 ປີ, ພ້ອມ​​ເຂົ້າຮ່ວມພິທີວາງສີລາ​ເລີກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວຈີນ ອີກດ້ວຍ.

ໂອກາດນີ້ ສະຫາຍ ບຸນຍັງ ວໍລະຈິດໄດ້ສະແດງຄວາມຊົມເຊີຍແລະ ຕີລາຄາສູງ ຕໍ່ສະຫາຍ ຈາງເຕີ ຈຽງ ທີ່ໄດ້​​ເດີນທາງມາຢ້ຽມຢາມແລະຮ່ວມງານສະເຫລີມສະຫລອງໃຫຍ່ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີຕາມການເຊື້ອເຊີນຂອງ ພັກ ປປ ລາວ, ອັນເປັນການປະກອບສ່ວນສຳຄັນເຂົ້າ ໃນການສືບຕໍ່ເສີມສ້າງສາຍ ພົວພັນມິດຕະພາບ, ຄວາມສາມັກຄີພິເສດທີ່ເປັນມູນເຊື້ອແລະ ການຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາວຈີນ. ພ້ອມສະແດງຄວາມຂອບໃຈ ຕໍ່ພັກລັດຖະບານແລະ ປະຊາຊົນຈີນໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອໃນຫລາຍດ້ານໄລຍະຜ່ານມາ.

ສະຫາຍ ປະທານສະພາຜູ້ແທນປະຊາຊົນຈີນ ຈາງເຕີ ຈຽງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ຮອງ​ປະທານ​ປະ​ເທດ ທີ່​ໃຫ້ການ​ຕ້ອນຮັບອັນອົບ​ ​ແກ່​ຄະນະ​ຜູ້​ແທນ​ສະພາ​ປະຊາຊົນ​ຈີນ ​ໃນ​ການຢ້ຽມຢາມລາວ ​ແລະ ​ເຂົ້າ​ຮ່ວມ​ງານ​ສຳຄັນ​ທາງ​ປະຫວັດສາດ​ຂອງ​ຊາດ​ລາວ​ຄັ້ງນີ້ ພ້ອມສະແດງຄວາມເຊື່ອໝັ້ນວ່າ ການພົວພັນຮ່ວມມືທີ່ແໜ້ນແຟ້ນ ​ແລະ ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ​ສອງພັກ, ສອງລັດແລະ ປະຊາຊົນສອງຊາດ ຈີນລາວ ນັບມື້​​ຈະ​ແຕກ​ດອກ​ອອກ​ຜົນ​ງອກ​ງາ​ມຍິ່ງໆຂຶ້ນ

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...