spot_img
Homeມູມໄອທີລາວຫຼຸດ Nokia C1 ພາບເຣນເດີ້ໃໝ່ແລະລາຍລະອຽດສະເປັກ

ຫຼຸດ Nokia C1 ພາບເຣນເດີ້ໃໝ່ແລະລາຍລະອຽດສະເປັກ

Published on

ສະບາຍດີມື້ນີ້ມີຂ່າວໃໝ່ກ່ຽວກັບ Nokia C1 ມາຝາກ ຫຼັງຈາກກ່ອນໜ້ານີ້ນັ້ນເຮົາໄດ້ສະເໜີຂ່າວກ່ຽວກັບພາບເຣນເດີ້ທີ່ຫຼຸດອອກມາຂອງສະມາດໂຟນ Nokia C1 ທີ່ຈະມາພ້ອມລະບົບປະຕິບັດການ Android ແລະ Windows 10 Mobile ໄປແລ້ວ.

image

ຕາມລາຍງານບອກວ່າ Nokia C1 ແມ່ນຖືກຍົກເລີກໄປກ່ອນໜ້ານີ້ແລ້ວ ເພາະຕ້ອງການຍ້າຍໄປສ້າງຕົ້ນແບບທີ່ທັັນສະໄໝໃໝ່ກວ່ານີ້ (ຍົກເລີກໂຕເກົ່າແລ້ວໄປສ້າງໂຕໃໝ່)

ສຳລັບລາຍລະອຽດກ່ຽວກັບສະເປັກຂອງ Nokia C1 ມີດັ່ງນີ້:

ໜ້າຈໍ:
– 5 ນິ້ວ, ຄວາມລະອຽດ Full HD
– 5.5 ນິ້ວ, ຄວາມລະອຽດ Full HD

ລະບົບປະຕິບັດການ:
– Android
– Windows 10

ໜ່ວຍຄວາມຈຳ:
– Rom 32 GB ພ້ອມກັບ Ram 2 GB
– Rom 64 GB ພ້ອມກັບ Ram 3 GB

ກ້ອງ:
– ກ້ອງຫຼັງຄວາມລະອຽດ 8 MP ແລະ ກ້ອງໜ້າຄວາມລະອຽດ 5 MP
– ກ້ອງຫຼັງຄວາມລະອຽດ 13 MP ແລະ ກ້ອງໜ້າຄວາມລະອຽດ 5 MP

ສ່ວນພາບເຣນເດີ້ຫຼຸດອອກມານັ້ນທາງຕົ້ນຂ່າວບອກວ່າ ບໍ່ຄວນຈະປັກໃຈເຊື່ອເທື່ອເພາະວ່າຍັງບໍ່ສາມາດຢືນຢັນໄດ້ວ່າເປັນຮູບແທ້ຫຼືບໍ່ , ເພາະວ່າມັັນບໍ່ໄດ້ຍາກເລີຍທີ່ຄົນອື່ນຈະສາມາດສ້າງພາບພວກນີ້ຂຶ້ນມາເອງ. ແຕ່ໝັ້ນໃຈໄດ້ເລີຍວ່າໂນເກຍຈະກັບມາສ້າງສະມາດໂຟນໃຫ້ເຮົາໄດ້ຊົມໃຊ້ອີກຄັ້ງຢ່າງແນ່ນອນເພາະກ່ອນໜ້ານີ້ເອງຜູ້ບໍລິຫານຂອງໂນເກຍກໍໄດ້ອອກມາຢືນຢັນແລ້ວວ່າ ຈະກັບມາເຮັດທຸລະກິດກ່ຽວກັບຕະຫຼາດສະມາດໂຟນອີກຢ່າງແນ່ນອນ.

ທີ່ມາ: nokiapoweruser

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...