spot_img
Homeປ່ອງຢ້ຽມດວງດາວນັກວິທະຍາສາດເຊື່ອວ່າດາວອັງຄານກຳລັງຈະມີວົງແຫວນ

ນັກວິທະຍາສາດເຊື່ອວ່າດາວອັງຄານກຳລັງຈະມີວົງແຫວນ

Published on

6dd2d4671f1184f91e4563239c3926c7

ນັກ​ວິທະຍາ​ສາດ​ເຊື່ອ​ວ່າດາວ​ບໍລິວານ​ຂອງ​ດາວ​ອັງ​ຄານ​ທີ່​ຊື່ ໂຟ​ບອດ ກຳ​ລັງ​ຄ່ອຍໆ​ຕົກ​ສູ່​ດາວ​ອັງ​ຄານ ແຕ່​ຈະ​ບໍ່​ຕົກ​ລົງ​ສູ່​ພື້ນ​ຜິວ ແລະ​ຈະ​ກາຍ​ເປັນ​ເສດ​ນ້ອຍໆ​ທີ່​ຈະ​ໂຄຈອນ​ຮອບ​ດາວ​ອັງ​ຄານ​ເປັນ​ລັກສະນະ​ຄ້າຍ​ວົງ​ແຫວນ ແບບ​ດຽວ​ກັບ​ທີ່​ດາວ​ເສົາ ດາວ​ພະຫັດ ດາວ​ຍູ​ເລ​ນັດ ແລະ ​ດາວ​ເນບ​ຈູນ ມີ

ນັກ​ວິທະຍາ​ສາດ​ທີ່​ມະຫາ​ວິທະຍາ​ໄລ​ແຄ​ລິ​ຟໍເນຍເ​ບີ​ກີ ເຜີຍ​ວ່າ ດວງຈັນ​ໂຟ​ບອດ​ນັ້ນ​ຈະ​ມີ​ຈຸດ​ສີ້ນສຸດ​ຢ່າງ​ລ້ຽງ​ບໍ່​ໄດ້ ແມ່ນ​ຈະ​ບໍ່​ໄດ້​ເກີດ​ຂຶ້ນ​ໃນ​ໄວໆ​ນີ້ ແຕ່​ກໍ​ອາດຈະ​ເກີດ​ຂຶ້ນ​ໃນ​ອີກ 20-40 ລ້ານ​ປີ​ໃຫ້​ຫລັງ​ນີ້ ແລະ​ຈະ​ກາຍ​ເປັນ​ວົງ​ແຫວນ​ທີ່​ຄົງ​ທີ່​ໃນ​ໄລຍະ​ລະຫວ່າງ 1 – 100 ລ້ານ​ປີ​ຫລັງ​ຈາກ​ນີ້

ງານ​ວິ​ໄຈ​ຊິ້ນ​ນີ້​ໄດ້ຮັບ​ການ​ເຜີຍແຜ່​ໃນ​ວາລະ​ສານ​ວິ​ຊາ​ການ Nature Geoscience ແລ້ວ ໂດຍ​ນັກ​ວິທະຍາ​ສາດ ດຣ. ເບນ​ຈາ​ມິນ ແບັລກ ແລະ ທຸ​ຊາລ໌ ມິ​ຕານ ນັກ​ສຶກ​ສາ ໄດ້​ປະ​ມານ​ລັກສະນະ​ການ​ຢຶດ​ເກາະ​ກັນ​ຂອງ​ອົງ​ປະກອບ​ຂອງ​ດວງຈັນ​ໂຟ​ບອດ​ວ່າ​ຈະ​ບໍ່​ສາມາດ​ຕ້ານ​ທາງ​ແຮງ​ໄທ​ດັລ​ທີ່​ຈະ​ຈີກ​ດາວ​ອອກ​ເປັນ​ສ່ວນໆ​ເມື່ອ​ເຂົ້າ​ໃກ້​ສູ່​ດາວ​ອັງ​ຄານ

ແຮງ​ໄທ​ດັລ ເປັນ​ແຮງ​ທີ່​ເຮັດໃຫ້​ເກີດ​ນ້ຳ​ຂຶ້ນ​ນ້ຳ​ລົງ​ເທິງ​ໂລກ ເກີດ​ຈາກ​ການ​ທີ່​ໂລກ​ໄດ້ຮັບ​ແຮງ​ດຶງ​ດູດ​ຈາກ​ດວງຈັນ​ບໍ່​ເທົ່າ​ກັນ​ໃນ​ແຕ່​ລະ​ຈຸດ ເຊັ່ນ​ດຽວ​ກັນ​ກັບ​ເທິງ​ດາວ​ອັງ​ຄານ ດາວ​ອັງ​ຄານ​ຈະ​ເຮັດໃຫ້​ເກີດ​ແຮງ​ດຶງ​ທີ່​ດວງຈັນ​ໂຟ​ບອດ​ບໍ່​ເທົ່າ​ກັນ​ໃນ​ແຕ່​ລະ​ຈຸດ ຍິ່ງ​ໂຟ​ບອດ​ເຂົ້າ​ໃກ້​ດາວ​ອັງ​ຄານ​ຫລາຍ​ເທົ່າ​ໃດ ແຮງ​ດຶງ​ຍິ່ງ​ຈະ​ເຮັດໃຫ້​ດວງຈັນ​ໂຟ​ບອດ​ແຕກ​ເປັນ​ສ່ວນ​ໆ ເຕັມ​ໄປ​ດ້ວຍ​ເສດຊາກ ແລະ​ ຈະ​ຄ່ອຍໆ​ສູນເສຍມ​ວນ​ໄປ​ເທື່ອລະ​ໜ້ອຍ ຈົນແຕກ​ໄປຫມົດ​ທັງ​ດວງ

ເສດ​ຫິນ​ທີ່​ເກີດ​ຈາກ​ການ​ແຕກ​ຂອງ​ດວງຈັນ​ໂຟ​ບອດ​ນັ້ນ​ຈະ​ມີ​ຂະໜາດ​ບໍ່​ເທົ່າ​ກັນ ມີ​ຝຸ່ນ​ເກີດ​ຂຶ້ນ​ຈຳນວນ​ຫລາຍ​ແລະ​ຈະ​ຍັງ​ຄົງ​ໂຄຈອນ​ຮອບ​ດາວ​ອັງ​ຄານ​ຕໍ່ໄປ ແລະ​ໃນ​ທີ່ສຸດ​ກໍ​ຈະ​ກາຍ​ເປັນ​ວົງ​ແຫວນ​ຢ່າງ​ວ່ອງໄວ

ເສດ​ຫິນ​ກ້ອນ​ທີ່​ໃຫຍ່​ໆ​ບາງ​ກ້ອນ​ກໍ​ອາດຈະ​ຕົກລົງ​ສູ່​ດາວ​ອັງ​ຄານ​ເປັນ​ວົງ​ໂຄຈອນ​ຮູບວົງ​ແຫວນ​ຈົນຕົກລົງ​ສູ່​ພື້ນ​ຜິວ​ດາວ ແຕ່​ເສດ​ຫິນ​ສ່ວນ​ໃຫຍ່​ຈະ​ໄປ​ໂຄຈອນ​ຮອບ​ດາວ​ເປັນ​ເວລາ​ຫລາຍ​ລ້ານ​ປີ ແຕ່​ໃນ​ທີ່ສຸດ​ກໍ​ຈະ​ຄ່ອຍໆ​ຕົກລົງ​ສູ່​ພື້ນ​ຜິວ​ຂອງ​ດວງ​ດາວ ກາຍ​ເປັນ​ຝົນ​ດາວ​ຕົກ​ໄດ້​ເຊັ່ນ​ກັນ ແລະ​ຈະ​ເຮັດໃຫ້​ດາວ​ອັງ​ຄານ​ເຫລືອ​ດວງຈັນ​ພຽງ​ແຕ່​ດວງ​ດຽວ ນັ້ນ​ຄື ດີ​ມອດ

ດຣ. ແບັລກ ແລະ​ມິດ​ຕານ ຊີ້​ວ່າ ດວງຈັນ​ດວງ​ນີ້​ມີ​ລັກ​ສະot​ທີ່​ແຕກ​ຕ່າງ​ໄປ​ຈາກ​ດວງຈັນ​ດວງ​ອື່ນໆ​ໃນ​ລະບົບ​ສຸ​ລິ​ຍະ​ຂອງ​ເຮົາ

“ໃນ​ຂະນະ​ທີ່​ດວງຈັນ​ຂອງ​ເຮົາ​ກຳ​ລັງ​ເຄື່ອນ​ທີ່​ໄກ​ອອກຈາກ​ໂລກ​ໄປ​ເທື່ອລະ​ເຊນ​ຕິ​ແມັດ​ໃນ​ແຕ່​ລະ​ປີ ດວງຈັນ​ໂຟ​ບອດ​ກັບ​ເຄື່ອນ​ທີ່​ເຂົ້າໄປ​ຫາ​ດາວ​ອັງ​ຄານ​ເລື້ອ​ຍໆ​ເທື່ອລະ​ເຊນ​ຕິ​ແມັດ​ໃນ​ແຕ່​ລະ​ປີ ແລະ​ໃນ​ທີ່ສຸດ​ກໍ​ຈະ​ແຕກ​ເປັນ​ສ່ວນໆ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້”

ນອກ​ຈາກ​ນີ້ ຍັງ​ເປັນ​ທີ່​ຮູ້​ກັນ​ດີ​ວ່າ ດວງຈັນ​ໄຕ​ຕັນ ດວງຈັນ​ທີ່​ໃຫຍ່​ທີ່ສຸດ​ຂອງ​ດາວ​ເນບ​ຈູນ​ກໍ​ເຄື່ອນ​ທີ່​ເຂົ້າ​ໃກ້​ດາວ​ແມ່​ຫລາຍ​ຂຶ້ນ​ເລື້ອ​ຍໆ​ເຊັ່ນ​ດຽວ​ກັນ

ການສຶກສາ​ດວງຈັນ​ເຫລົ່າ​ນີ້​ກ່ຽວພັນ​ກັບ​ການສຶກສາ​ສະພາບ​ລິເລີ່ມ​ຂອງ​ລະບົບ​ສຸ​ລິ​ຍະ ຊຶ່ງ​ເບິ່ງຄືວ່າ​ແຕ່​ກ່ອນ​ຈະ​ມີ​ດວງຈັນ​ຫລາຍກວ່າ​ນີ້​ໂດຍ​ສະເພາະ​ທີ່​ບໍລິເວນ​ດາວ​ເຄາະ​ວົງ​ນອກ​ໆ ແຕ່​ໄດ້​ມີ​ການ​ເຄື່ອນ​ທີ່​ເຂົ້າ​ຫາ​ດາວ​ແມ່​ແລະ​ແຕກ​ເປັນ​ສ່ວນໆໃນ​ເວລາ​ຕໍ່​ມາ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...