spot_img
Homeຍ້ອງຍໍຄົນດີເດັ່ນມອບໃບຍ້ອງຍໍຊ່ຽວຊານໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນເຂດພູດອຍ ແລະ ພູພຽງພາກໃຕ້ລາວ

ມອບໃບຍ້ອງຍໍຊ່ຽວຊານໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນເຂດພູດອຍ ແລະ ພູພຽງພາກໃຕ້ລາວ

Published on

IMG_0843

ເມື່ອ​ມໍ່ໆ​ມາ​ນີ້ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ໄດ້​ຈັດ​ພິທີມອບ​ໃບ​ຍ້ອງຍໍ​ໃຫ້​ຊ່ຽວຊານ​​ໂຄງການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຂດ​ພູດ​ອຍ ​ແລະ ພູ​ພຽງ​ເຂດ​ພາກ​ໃຕ້ຂອງ​ລາວທີ່​ມີ​ຜົນງານ​ດີ​ເດັ່ນຂຶ້ນ​,​ທີ່​ກົມລ້ຽງສັດ ​ແລະ ການ​ປະ​ມົງ,ກະຊວງ​ດັ່ງກ່າວ,​ ໂດຍ​ການ​​ເຂົ້າ​ຮ່ວມ​ຂອງ​ທ່ານ ດຣ ບຸນ​ຂວາງ ຄຳ​ບຸນ​ເຮືອງລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະ​ຊວງ​ກະສິກຳ ​ແລະ ປ່າ​ໄມ້, ໂຄງການດັ່ງກ່າວເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2011 ຮອດປັດຈຸບັນຖືວ່າເປັນປີສຸດທ້າຍ ຂອງການຈັດຕັ້ງປະຕິບັດ ​ແລະ ​ເຫັນ​ວ່າ​ມີ​ປະສິດທິ​ຜົນ ​ແລະ ແທດເໜາະກັບປະຊາທ້ອງຖິ່ນສຳລັບພາກໃຕ້ແມ່ນ: ກິດຈະກຳສົ່ງເສີມຄອບຄົວຕົວແບບດ້ານການລ້ຽງສັດ ແລະ ການຮັກສາສຸຂະພາບສັດ, ພ້ອມນັ້ນຍັງໄດ້ສ້າງ ບຸກຄະລາກອນດ້ານວິຊາການສັດລ້ຽງ ແລະ ສັດຕະວະແພດໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ,​ ໃນບ້ານເປົ້າໝາຍຂອງໂຄງການຢູ່ແຂວງ: ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື, ຊຶ່ງການຈັດຕັ້ງປະຕິບັດຂອງໂຄງການແມ່ນມີໝາກຜົນດີ, ເຮັດໃຫ້ປະຊາຊົນໃນເຂດເປົ້າໝາຍໄດ້ຮັບຜົນປະໂຫຍດຕົວ​ຈິງ ​ແລະ ​​ສາມາດ​ຊ່ວຍໃຫ້​ຊີວິດ​ການ​ເປັນຢູ່​ຂອງ​ເຂົາ​ເຈົ້າ​ນັບ​ມື້​ດີ​ຂຶ້ນ, ດັ່ງນັ້ນການນຳກະຊວງກະສິກຳ ແລະ ປ່າໄມ້, ຈຶ່ງໄດ້ອອກຂໍ້ຕົກລົງຍ້ອງຍໍຊົມເຊີມຊ່ຽວຊານໂຄງການດັ່ງກ່າວ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...