spot_img
Homeຂ່າວຕ່າງປະເທດເຮືອບິນໂດຍສານຕວກກີ ປ່ຽນເສັ້ນທາງກະທັນຫັນ ຫລັງຖືກຂູ່ວາງລະເບີດ!

ເຮືອບິນໂດຍສານຕວກກີ ປ່ຽນເສັ້ນທາງກະທັນຫັນ ຫລັງຖືກຂູ່ວາງລະເບີດ!

Published on

EyWwB5WU57MYnKOuYBmaNg6cpIBdSxd34x86MfnadCtydasa0hmgLN

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ພະຈິກນີ້ວ່າ ໃນມື້ວານນີ້ (22 ພະຈິກ) ເຮືອບິນໂດຍສານ ສາຍການບິນ ເຕີກິດ ແອຣ໌ລາຍ ຊຶ່ງກຳລັງເດີນທາງ ຈາກນະຄອນນິວຢອກ ປະເທດສະຫະລັດອາເມຣິກາ ໄປຍັງນະຄອນອິດສະຕັນບູນ ປະເທດຕວກກີ ພ້ອມດ້ວຍຜູ້ໂດຍສານ ແລະ ລູກເຮືອ 256 ຄົນ ຕ້ອງໄດ້ປ່ຽນເສັ້ນທາງ ໄປລົງຈອດທີ່ ສະໜາມບິນສາກົນ ຮາລິແຟັກ ສະແຕນຟິວ ໃນລັດໂນວາສະໂກເຊຍ ທາງພາກຕາເວັນອອກຂອງ ປະເທດກາດານາແທນ ຫລັງຈາກທີ່ເຮືອບິນລຳດັ່ງກ່າວ ຖືກຂູ່ວາງລະເບີດ.

ຕຳຫລວດການາດາລະບຸວ່າ ຄຳຂູ່ດັ່ງກ່າວ ຖືກສົ່ງມາໃນເວລາປະມານ 10:50 ໂມງ ຕາມເວລາໃນທ້ອງຖິ່ນ ພາຍຫລັງມີການກວດຄົ້ນແລ້ວ ແມ່ນບໍ່ພົບວັດຖຸລະເບີດ ແຕ່ຢ່າງໃດ ໂດຍປັດຈຸບັນ ຕຳຫລວດກຳລັງສືບວນ ແລະ ຫາຕົວຜູ້ຢູ່ເບື້ອງຫລັງ ຂອງການສົ່ງຄຳຂູ່ດັ່ງກ່າວ.

 

 

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...