spot_img
Homeຂ່າວເຫດການສະຫຼອງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 60 ປີ

ສະຫຼອງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 60 ປີ

Published on

5532be361ef2489f20b95985104fdbd7

ພິທີ​ສະເຫຼີມສະຫຼອງ​ສາຍພົວພັນ​ການ​ທູດ ລາວ-ຍີ່ປຸ່ນ ຄົບຮອບ 60 ປີ ວັນ​ຄ້າຍ​ວັນ​ປະສູດຂອງ​ສົມເດັດ​ພະ​ເຈົ້າ​ຈັກກະພັດ​ຍີ່ປຸ່ນ ຄົບຮອບ 82 ພັນ​ສາ ແລະ ງານ​ລ້ຽງ​ອຳ​ລາ​ຂອງ​ທ່ານ​ທູດ​ຍີ່ປຸ່ນ ​ປະຈຳ​ລາວ ຈັດ​ຂຶ້ນ​ວັນ​ທີ 18 ພະຈິກ 2015 ທີ່​ໂຮງແຮມ​ລາວພລາ​ຊາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ທ່ານ ຮິ​ໂຣ​ຢຸ​ກິ ຄິ​ຊິ​ໂນະ ເອກ​ອັກຄະລາຊະທູດ​ຍີ່ປຸ່ນ ​ປະຈຳລາວ ມີ​ລັດຖະມົນຕີ​ວ່າການຊ່ວຍ​ວ່າການ ແລະ ພະນັກງານກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ຮິ​ໂຣ​ຢຸ​ກິ ຄິ​ຊິ​ໂນະ ທູດຍີ່ປຸ່ນ​ປະຈຳ​ລາວ ໄດ້​ກ່າວ​ວ່າ: ຕະຫຼອດ​ໄລຍະ​ທີ່​ມາ​ປະຕິບັດ​ໜ້າທີ່​ທາງ​ການ​ທູດ​ຢູ່​ລາວ ໄດ້​ເຫັນວ່າ​ສາຍ​ພົວພັນ​ຮ່ວມ​ມື​ມິດ​ຕະພາບ​ລະຫວ່າງ ລາວ-ຍີ່ປຸ່ນ ນັບມື້​ນັບ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ ​ສະແດງອອກ​ໃນ​ການ​ໄປມາຫາສູ່​ຂອງການ​ນຳລະຫວ່າງ​ສອງ​ປະເທດ ມີ​ຄວາມ​ສະດວກ​ສະບາຍ ພ້ອມ​ນີ້ ຍັງ​ໄດ້​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ເປັນຕົ້ນແມ່ນ​ ການຮ່ວມ​ມື​ທາງ​ດ້ານ​ທຸລະ​ກິດ ເຊັ່ນ: ບັນດາ​ໂຮງ​ຈັກໂຮງງານ​ຂອງ​ຍີ່ປຸ່ນ​ ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ຢູ່​ລາວ ຈຳນວນ​ຫຼາຍ 10 ແຫ່ງ ໂຄງການ​ສ້າງ​ເຂື່ອນ​ໄຟຟ້າ ​ກໍ່​ມີ​ການຂະຫຍາຍຕົວ ຈຳນວນ​ບໍລິສັດ​ຍີ່ປຸ່ນ​ມາ​ລົງທຶນ​ຢູ່​ລາວ​ໄລຍະ 3 ປີຜ່ານ​ມາ​ ແມ່ນ​ເພີ່ມ​ຂຶ້ນ​ເປັນ​ສອງເທົ່າ ການ​ລົງທຶນ​ຂອງ​ບໍລິສັດຍີ່ປຸ່ນ​ສ່ວນ​ຫຼາຍ​ ແມ່ນ​ການ​ລົງທຶນການ​ຜະລິດ​ເປັນ​ສິນຄ້າ​ສົ່ງ​ອອກ ປະກອບສ່ວນ​ເຂົ້າ​ໃນ​ເສດຖະກິດຂອງ​ທ້ອງຖິ່ນ ​ດ້ວຍ​ການ​ສ້າງ​ວຽກເຮັດ​ງານ​ທຳ ຍົກ​ສູງ​ຄວາມ​ສາມາດ​ໃຫ້​ແກ່​ແຮງ​ງານ​ລາວ ແລະ ອື່ນໆ.

ຕອນ​ທ້າຍ​ຂອງ​ພິທີ ທ່ານ​ກໍ່ໄດ້​ກ່າວ​ຄຳ​ອຳ​ລາ​ໃນ​ໂອກາດ​ທີ່ສຳເລັດ​ໜ້າທີ່ ​ປະຕິບັດ​ການ​ທູດ​ຢູ່ລາວວ່າ: ຂ້າພະເຈົ້າ​ຈະ​ເດີນທາງ​ກັບ​ໄປ​ປະເທດ​ ພ້ອມ​ກັບຄວາມ​ຊົງ​ຈຳ​ທີ່​ພິເສດ ແລະ ມີຄ່າ ໂດຍ​ສະເພາະ​ແມ່ນ​ການ​ອຳນວຍ​ຄວາມ​ສະດວກ ​ໃນ​ການ​ປະຕິ​ບັດ​ໜ້າທີ່​ວຽກ​ງານ ແລະ ໃຫ້ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ ແລະ ຈະ​ສືບຕໍ່​ໃຫ້ການ​ຊ່ວຍເຫຼືອ​ລາວ ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ໂດຍ​ຜ່ານ​ການ​ຊ່ວຍເຫຼືອດ້ານ​ການ​ພັດທະນາ​ໃນ​ຫຼາຍ​ຂົງເຂດ ເປັນຕົ້ນແມ່ນ​ ການ​ພັດ​ທະນາ​ພື້ນຖານ​ໂຄງ​ລ່າງ ການ​ສຶກສາ ສາທາລະນະ​ສຸກ ແລະ ອື່ນໆ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...