spot_img
Homeຂ່າວພາຍ​ໃນເຜີຍສະຖິຕິ ການຜະລິດລາວສົ່ງອອກໜ້ອຍ ສ່ວນໃຫຍ່ຜະລິດໃຊ້ພາຍໃນ ກວມ 94%!

ເຜີຍສະຖິຕິ ການຜະລິດລາວສົ່ງອອກໜ້ອຍ ສ່ວນໃຫຍ່ຜະລິດໃຊ້ພາຍໃນ ກວມ 94%!

Published on

22082012023230
(ພາບປະກອບ)

ຂປລ. ຈາກການສອບຖາມກ່ຽວກັບ ການຜະລິດສິນຄ້າ ແລະ ບໍລິການ ຂອງຫົວໜ່ວຍພື້ນຖານ ເສດຖະກິດໃນ ສປປ ລາວ ເຫັນວ່າ ການຜະລິດ ສ່ວນໃຫຍ່ ແມ່ນເພື່ອການຊົມໃຊ້ພາຍໃນ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ 94% ຫລື 117.912 ຫົວໜ່ວຍ ຂອງການຜະລິດສິນຄ້າ ແລະ ບໍລິການ ແມ່ນເພື່ອສະໜອງ ພາຍໃນປະເທດ, ຂະນະທີ່ ການຜະລິດເພື່ອສົ່ງອອກຕ່າງປະເທດ ມີພຽງ 0,5% ຫລື 630 ກວ່າຫົວໜ່ວຍ, ນອກນີ້ ຫົວໜ່ວຍພື້ນຖານ ເສດຖະກິດ ທີ່ທັງຜະລິດເພື່ອ ສະໜອງພາຍໃນ ແລະ ສົ່ງອອກຕ່າງປະເທດ ກວມອັດຕາສ່ວນ 1, 4% ຫລື 1.700 ກວ່າຫົວໜ່ວຍ.
ທ່ານ ດຣ. ສະໃໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການຮ່ວມມື ເປີດເຜີຍເມື່ອບໍ່ດົນນີ້ວ່າ: ຖ້າເບິ່ງຕາມ ການສະໜອງສິນຄ້າ ແລະ ບໍລິການ ຂອງຫົວໜ່ວຍວິສາຫະກິດ ແບ່ງຕາມຂະແໜງການ ເສດຖະກິດເຫັນໄດ້ວ່າ ການຜະລິດທີ່ສະໜອງພາຍໃນ ມີເຖິງ 63,3% ແມ່ນຂະແໜງ ການຄ້າຂາຍຍົກ-ຂາຍຍ່ອຍ, ສ້ອມແປງລົດໃຫຍ່-ລົດຈັກ, ການສະໜອງໄຟຟ້າ, ແກ໊ສ, ການປັບອາກາດ ກວມ 12,4%, ຂໍ້ມູນຂ່າວສານ ແລະ ການຕິດຕໍ່ ສື່ສານ 11,7%, ແລະ ຂະແໜງການອື່ນໆ ກວມເອົາອັດຕາສ່ວນລະຫວ່າງ 1-3%, ສຳລັບການຜະລິດສິນຄ້າ ແລະ ບໍລິການເພື່ອສົ່ງອອກ ຕ່າງປະເທດ ກວມເອົາ ອັດຕາສ່ວນຫລາຍກວ່າໝູ່ແມ່ນ ຂະແໜງການຄ້າຂາຍ ຍົກ-ຂາຍຍ່ອຍ, ສ້ອມແປງລົດໃຫຍ່ -ລົດຈັກ 41% ກວ່າ, ອຸດສາຫະກຳປຸງແຕ່ງ 24,6%, ກະສິກຳ-ປ່າໄມ້ ແລະ ການປະມົງ ກວມເອົາເກືອບ 19%, ຂະແໜງການອື່ນ ແມ່ນກວມເອົາອັດຕາສ່ວນ ລະຫວ່າງ 1-4%, ການຜະລິດສິນຄ້າ ແລະ ບໍລິການ ເພື່ອຮັບໃຊ້ພາຍໃນ-ຕ່າງປະເທດ ກວມອັດຕາສ່ວນຫລາຍກວ່າໝູ່ ​ໂດຍ​ສະ​ເພາະຂະແໜງການຄ້າ ຂາຍຍົກ-ຂາຍຍ່ອຍ, ສ້ອມແປງລົດໃຫຍ່-ລົດຈັກ 52% ກວ່າ, ຮອງລົງມາແມ່ນ ອຸດສາຫະກຳປຸງແຕ່ງ 15,6% ແລະ ການເຄື່ອນໄຫວກິດຈະກຳໃຫ້ທີ່ພັກ ແລະ ບໍລິການອາຫານ 11%.

ທ່ານ ດຣ. ສະໃໝຈັນ ບຸບຜາ ກ່າວຕື່ມວ່າ: ຖ້າເບິ່ງຕາມທີ່ຕັ້ງພູມສັນຖານ ຫົວໜ່ວຍທີ່ເຮັດການຜະລິດ ເພື່ອສົ່ງອອກສ່ວນໃຫຍ່ ແມ່ນຢູ່ພາກເໜືອ ມີ 220 ກວ່າຫົວໜ່ວຍ, ພາກກາງ 180 ກວ່າ ຫົວໜ່ວຍ ແລະ ນະຄອນຫລວງວຽງຈັນ ມີ 160 ຫົວໜ່ວຍ, ນອກນີ້ ຍັງມີປະມານ 1.790 ກວ່າຫົວໜ່ວຍ ແມ່ນຜະລິດ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ເຊິ່ງຫົວໜ່ວຍໃຫຍ່ແມ່ນຢູ່ພາກເໜືອ, ພາກກາງ ແລະ ນະຄອນຫລວງວຽງຈັນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...