spot_img
Homeມູມໄອທີລາວສຸດຍອດ! Hyundai ສ້າງຄູ່ມືການໃຊ້ລົດ ດ້ວຍລະບົບ AR ຜ່ານແອັບພິເຄຊັ່ນເທິງມືຖື

ສຸດຍອດ! Hyundai ສ້າງຄູ່ມືການໃຊ້ລົດ ດ້ວຍລະບົບ AR ຜ່ານແອັບພິເຄຊັ່ນເທິງມືຖື

Published on

ກ່ອນ​ໜ້າ​ນີ້​ກໍ​ມີ​ໂຊ​ລູມ​ລົດ​ທີ່​ໃຊ້​ລະບົບ AR ໃນ​ການ​ເບິ່ງ​ຜ່ານ​ມື​ຖື​ອອກ​ມາ​ໃຫ້​ໄດ້​ຊົມ​ກັນ​ຫລວງຫລາຍ ແຕ່​ວ່າ​ລະບົບ AR ຄື​ຫຍັງ​? ລະບົບ AR ນັ້ນ​ກໍ​ຄື Augmented Reality ເທກ​ໂນ​ໂລ​ຍີ​ລະບົບ​ສະເຫມືອນຈິງທີ່​ນຳ​ເອົາ​ພາບ​ຂອງ​ໂລກ​ແທ້​ມາ​ລວມ​ເຂົ້າ​ກັບ​ພາບ​ຂອງ​ໂລກ​ສະເຫມືອນທີ່​ເຮັດໃຫ້​ເຮົາ​ເບິ່ງເຫັນ​ຄືກັບ​ວ່າ​ມັນ​ມີ​ຢູ່​ຈິງ​ນັ້ນ​ເອງ ເປັນ​ເທກ​ໂນ​ໂລ​ຍີ​ທີ່​ສາມາດ​ຕໍ່ຍ​ອດ​ໄດ້​ຫລາກ​ຫລາຍ ຢ່າງ​ທີ່​ເຮົາ​ເຫັນ​ກັນ​ຫລວງຫລາຍ ຢ່າງ Google CardBoard

ແລະ​ໃນ​ຕອນ​ນີ້ ບໍລິສັດ Hyundai ໄດ້​ສ້າງ​ຄູ່​ມື​ການ​ໃຊ້​ງານ​ລົດ​ໃນ​ຮູບ​ແບບ​ໃໝ່ ສະແດງ​ຜົນ​ແບບ AR ຊ່ວຍ​ໃຫ້​ເຈົ້າ​ເຂົ້າໃຈ​ການ​ໃຊ້​ງານ​ສ່ວນ​ຕ່າງໆ ໃນ​ລົດ​ຫລາຍ​ຍິ່ງ​ຂຶ້ນ​ແລະ​ບໍ່​ໜ້າ​ເບື່ອ​ຄື​ກັບ​ຫນັງສື​ຄູ່​ມື​ລົດ​ເຫລັ້ມ​ໜາໆ ອີກ​ຕໍ່ໄປ ພຽງ​ແຕ່​ເຈົ້າ​ເປີດ​ໃຊ້​ງານ​ແອັບ​ພິ​ເຄ​ຊັ່ນ​ຂຶ້ນ​ມາ​ຜ່ານ​ມື​ຖື​ຫລື​ແທັບ​ເລັດ​ເທົ່າ​ນັ້ນ

ພາຍ​ໃນ​ແອັບ ກໍ​ຈະ​ມີ​ຟັງ​ຊັ່ນ​ຕ່າງໆ ທີ່​ໃຊ້​ໃນ​ການ​ອະທິບາຍ​ການ​ໃຊ້​ງານ​ຂອງ​ລົດ​ ບໍ່​ວ່າ​ຈະ​ເປັນ​ພາຍນອກ​ຕົວ​ລົດ ຫ້ອງ​ເຄື່ອງ ພາຍ​ໃນ​ລົດ ແລະ​ພິເສດ​ກວ່າ​ນັ້ນ​ກໍ​ຄື ມີ​ວີ​ດີ​ໂອ​ສາ​ທິດ​ການ​ໃຊ້​ງານ​ເບິ່ງ​ສົດໆ ໄດ້​ພ້ອມ​ກັບ​ອະທິບາຍ​ຢ່າງ​ລະອຽດ ເຮັດ​ອອກ​ມາ​ໄດ້​ໜ້າ​ສົນ​ໃຈ​ຫລາຍ​ ເປັນ​ເທື່ອ​ທຳອິດ​ທີ່​ໄດ້​ເຫັນ​ຄູ່​ມື​ການ​ໃຊ້​ງານ​ລົດ​​ດິ​ຈິ​ຕອນ ຢ່າງ​ເຕັມ​ຮູບ​ແບບ ຖື​ວ່າ​ໃຊ້​ເທກ​ໂນ​ໂລ​ຍີ​ໄດ້​ຄຸ້ມ​ຄ່າ​ຫລາຍ​ໆ ຫາກ​ໃຜ​ສົນ​ໃຈ​ກໍ​ສາມາດ​ດາວໂຫລດ​ໃຊ້​ງານ​ກັນ​ໄດ້​ແລ້ວ​ມື້​ນີ້ ໃນ​ລະບົບ iOS ແລະ Android ສ່ວນ​ຮູບ​ພາບ​ຕົວ​ຢ່າງ​ການ​ໃຊ້​ງານ​ແອັບພິ​ເຄ​ຊັ່ນ​ໃນ​ລະບົບ AR ກໍ​ສາມາດ​ເບິ່ງ​ໄດ້​ດ້ານ​ລຸມ​ນີ້​ເລີຍ

7150_151116163120WO 7150_151116163121q4 7150_151116163123F9 7150_151116163123xE 7150_151116163124Ov 7150_1511161631193k 7150_1511161631210X 7150_1511161631216h 7150_1511161631223v 7150_15111616311895 7150_15111616312058 7150_15111616312290

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...