spot_img
Homeຂ່າວທ້ອງຖິ່ນເບຍລາວມອບທຶນການສຶກສາ ແກ່ ມຈ ແລະ ວສຄ ປາກເຊ

ເບຍລາວມອບທຶນການສຶກສາ ແກ່ ມຈ ແລະ ວສຄ ປາກເຊ

Published on

12108014_1642879592628634_2242680967662309946_n
ບໍລິສັດເບຍລາວຈຳກັດ ໄດ້ມອບທຶນການສຶກສາ ໃຫ້ແກ່ນັກສຶກສາທີ່ທຸກຍາກ, ຮຽນດີ-ຮຽນເກັ່ງ ຂອງ ມະຫາວິທະຍາຈຳປາສັກ( ມຈ ) ຄັ້ງທີ V ແລະ ວິທະຍາໄລຄູປາກເຊ ຄັ້ງທີ II. ເຊິ່ງພິທີມອບມີຂຶ້ນໃນວັນທີ 3 ພະຈິກ 2015 ນີ້ ທີ່ ມຈ .ເຊິ່ງໃຫ້ກຽດມອບໂດຍ ທ່ານ ກິດສະໜາ ວົງໄຊ ຜູ້ອຳນວຍການໃຫຍ່ ບໍລິສັດເບຍລາວ, ຕາງໜ້າຮັບໂດຍທ່ານ ດຣ. ບຸນມີ ພອນສະຫວັນ ອະທິການບໍດີມະຫາວິທະຍາໄລຈຳປາສັກ ແລະ ທ່ານ ຄຳພຽນ ເມກຈອນ ຜູ້ອຳນວຍການ ວິທະຍາໄລຄູປາກເຊ, ມີທ່ານຮອງຜູ້ອຳນວຍການໃຫຍ່ ບໍລິສັດເບຍລາວ, ພະນັກງານຄູອາຈານ ແລະ ນັກສຶກສາຂອງສອງສະຖາບັນເຂົ້າຮ່ວມ.
ທ່ານ ກິດສະໜາ ວົງໄຊ ໃຫຮູ້ວ່າ: ບໍລິສັດເບຍລາວໄດ້ເລີ່ມນະໂຍບາຍ ມອບທຶນການສຶກສາມາແຕ່ປີ 2010 ຈຳນວນທຶນທີ່ຊ່ວຍເຫຼືອຜ່ານມາມີປະມານ 1250 ທຶນ. ມີນັກສຶກສາທີ່ຮຽນຈົບໄປແລ້ວ ປະມານ 250 ຄົນ ມີວຽກເຮັດງານທຳ, ເຊິ່ງເຂົາເຈົ້າເຫຼົ່ານັ້ນກໍໄດ້ປະກອບສ່ວນ ຮັບໃຊ້ວຽກງານຢູ່ຫຼາຍຂົງເຂດຂອງລັດ, ທຸລະກິດກໍ່ຄືສັງຄົມ. ສົກປີ 2015-2016 ບໍລິສັດມີຕົວເລກ ມອບທຶນການສຶກສາທັງໝົດໃນທົ່ວປະເທດ 330 ທຶນ ຄິດເປັນເງິນປະມານ 1 ຕື້ກີບ. ໃນນັ້ນສະເພາະສອງສະຖາບັນການສຶກສາ ມະຫາວິທະຍາໄລຈຳປາສັກ ມີທັງໝົດ 40 ທຶນລວມເປັນເງິນ 118 ລ້ານກີບ ແລະ ວິທະຍາໄລຄູປາກເຊ 20 ທຶນມູນຄ່າ 64 ລ້ານກີບ. ທັງໝົດນີ້ກໍ່ເພື່ອແບ່ງເບົາ ໃຫ້ແກ່ນັກສຶກສາທີ່ປະຕິບັດໂຕດີ ຕັ້ງໃຈຮໍ່າຮຽນແຕ່ວ່າຂາດເຂີນທາງດ້ານທຶນຮອນ, ທັງເປັນການປະຕິບັດຕາມແນວທາງ ນະໂຍບາຍຂອງພັກ-ລັດຖະບານ ເຂົ້າໃນວຽກງານການສຶກສາອີກດ້ວຍ.
ຜູ້ຕາງໜ້າຈາກສອງສະຖາບັນການສຶກສາ ໃຫ້ຮູ້ຕື່ມວ່າ: ທັງສອງສະຖາບັນ ຂອງພວກເຮົາຄັດເລືອກນັກສຶກສາເພື່ອ ໃຫ້ທຶນແມ່ນເປັນໄປຕາມເງື່ອນໄຂຂອງ ບໍລິສັດເບຍລາວໄດ້ກຳນົດອອກ ຄື: ເປັນນັກສຶກສາທີ່ທຸກຍາກ, ຮຽນດີຮຽນເກັ່ງ, ຄຸນສົມບັດດີ. ສະເພາະວິທະຍາໄລຄູປາກເຊ ແມ່ນແບ່ງທຶນອອກໄປແຕ່ລະສາຍຮຽນ ຄື: ສາຍຄູອະນຸບານ ແລະ ປະຖົມ 10 ທຶນ, ສາຍວິທະຍາສາດ-ຄະນິດສາດ 4 ທຶນ, ຄູວິທະຍາສາດສັງຄົມ ແລະ ຄູພາສາຕ່າງ ປະເທດສາຍລະ 3 ທຶນ. ສ່ວນ ມຈ ໄດ້ຂະຫຍາຍທຶນດັ່ງກ່າວລົງສູ່ 6 ຄະນະວິຊາຄື: ຄະນະສຶກສາສາດ, ຄະນະນິຕິສາດ ແລະ ລັດຖະສາດ, ຄະນະກະເສດສາດ ແລະ ປ່າໄມ້, ຄະນະເສດຖະສາດ ແລະ ການຄຸ້ມຄອງ, ຄະນະວິສະວະກຳສາດ ແລະ ຄະນະວິທະຍາສາດທຳມະຊາດ.
ຂ່າວ-ພາບ: ຄຳຫຼ້າ

 

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...