spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ ປກສ ບໍ່ແກ້ວມ້າງເຄືອຂ່າຍຢາເສບຕິດລາຍໃຫຍ່

ເຈົ້າໜ້າທີ່ ປກສ ບໍ່ແກ້ວມ້າງເຄືອຂ່າຍຢາເສບຕິດລາຍໃຫຍ່

Published on

ທ້າວ​ ຫຸມ​ແພງອາຍຸ 39 ປີ, ນາງບຸນ​ປັນອາຍຸ 39 ປີ​ ຢູ່​ບ້ານ​ມອນ ເມືອງ​ຕົ້ນ​ເຜິ້ງ ​ແຂວງ​ບໍ່​ແກ້ວ, ນາງຄຳອາຍຸ 33 ປີ ​ແລະ ນາງ ​ແກ້ວອາຍຸ 40 ປີ​ ຢູ່​ບ້ານ​ທ່າ​ຂີ້​ເຫລັກປະ​ເທດ​ມຽນມາ, ຖືກເຈົ້າໜ້າທີ່ປກສເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຈັບຕົວມາດໍາເນີນຄະດີຕາມລະບຽບກົດເມື່ອວັນທີ 10 ພະຈິກຜ່ານມານີ້, ຫລັງຈາກເຈົ້າໜ້າທີ່ກວດພົບຢາບ້າຫລາຍເຖິງ 6 ແສນເມັດຊຸກເຊື່ອງຢູ່ໃນລົດຕູ້ພວກກ່ຽວ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງມີພົນລະເມືອງດີແຈ້ງວ່າຈະມີການຂົນສົ່ງຢາເສບຕິດເປັນຈໍານວນຫລາຍຜ່ານເມືອງຫ້ວຍຊາຍ, ເຈົ້າໜ້າທີ່ຈຶ່ງໄດ້ຈັດກໍາລັງຕັ້ງດ່ານສະກັດເປົ້າໝາຍຕາມເສັ້ນທາງ

ເຂດບ້ານນໍ້າຍອນ, ຈຶ່ງພົບເຫັນລົດເປົ້າໝາຍເປັນລົດຕູ້ຍີຫໍ້ສະຕາແລ໋ກໝາຍເລກທະບຽນ ກທ 7170 ກໍາແພງນະຄອນຂັບຂີ່ມາດ້ວຍຄວາມໄວ, ຈຶ່ງໄດ້ທໍາການສະກັດ ແລະ ກວດຄົ້ນພາຍໃນລົດ,ຊຶ່ງມີ 4 ຄົນນັ່ງມາໃນລົດ ແລະ ພົບຢາເສບຕິດເປັນຈໍານວນຫລາຍດັ່ງກ່າວ, ພ້ອມກັບເງິນ 59 ພັນບາດ (ສະກຸນເງິນໄທ), 35 ຢວນ (ສະກຸນເງິນຈີນ),100 ​ໂດ​ລາສະຫະລັດ ​ແລະ ​ໂທລະສັບ 2 ​ເຄື່ອງ, ຈຶ່ງໄດ້ຍຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

ປັດຈຸບັນຄະດີຢາເສບຕິດລາຍນີ້, ພວມຢູ່ໃນຂັ້ນຕອນການຂະຫຍາຍຜົນເພື່ອຫາແຫລ່ງທີ່

ມາຂອງຢາເສບຕິດດັ່ງກ່າວ ແລະ ຜູ້ຮ່ວມຂະບວນການມາດໍາເນີນຄະດີໃຫ້ໄດ້ໂດຍໄວ

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...