ມື້ນີ້ ໂລກຂອງເຮົາເບິ່ງຄືວ່າຈະເປັນດາວເຄາະດວງດຽວທີ່ມີສິ່ງມີຊີວິດອາໄສຢູ່ໄດ້ໃນລະບົບສຸລິຍະ ແຕ່ເມື່ອກວ່າ 3500 ລ້ານປີກ່ອນ ມັນຖືກຈັດຢູ່ໃນກຸ່ມດາວເຄາະດວງໜຶ່ງ
ດາວອັງຄານ ເຮົາເຊື່ອວ່າມັນມີຊັ້ນບັນຍາກາດທີ່ຫນາແຫນ້ນ ມີຂອງແຫລວ ແລະອາດມີສິ່ງມີຊີວິດອາໄສຢູ່ໄດ້ ຈົນມີບາງສິ່ງເກີດຂຶ້ນກັບຊັ້ນບັນຍາກາດ ແລະເຮັດໃຫ້ມັນກາຍເປັນດາວເຄາະທີ່ໜາວເຢັນແລະແຫ້ງແລ້ງ
ຕ້ອງຂອບໃຈຍານມາເວນ MAVEN (Mars Atmosphere and Volatile Evolution ຍານສຳຫລວດທີ່ເຮັດໃຫ້ເຮົາຮູ້ວ່າແມ່ນຫຍັງທຳຮ້າຍດາວເຄາະສີແດງດວງນີ້ ດວງອາທິດນັ້ນເອງ ຂະບວນການ 3 ຂະບວນການນີ້ກຳລັງບອກວ່າ ຊັ້ນບັນຍາກາດຂອງເພື່ອນບ້ານຖືກປຸ້ນເອົາສະພາບແວດລ້ອມທີ່ເໝາະສົມຕໍ່ສິ່ງມີຊີວິດໄປນັ້ນຄື ລົມສຸລິຍະ ລັງສີອັນຕຣ້າໄວໂອເຣດທີ່ຮຸນແຮງຈາກດວງອາທິດ ແລະທີ່ສຳຄັນທີ່ສຸດ ເຫດການພາຍຸສຸລິຍະ
ງານວິໄຈນີ້ ເປັນໜຶ່ງໃນງານທີ່ຖືກຕີພິມໃນ 44 ງານວິໄຈໃໝ່ໃນວາລະສານ Science ແລະ Geophysical Research Letters(GRL) ແລະມື້ນີ້ຈະກາຍເປັນງານວິໄຈທີ່ໂດດເດັ່ນ ຕັ້ງແຕ່ຍານມາເວນມາໂຄຈອນຮອບດາວອັງຄານໃນເດືອນກັນຍາປີ 2014 ໄດ້ສຶກສາຊັ້ນບັນຍາກາດຂອງດາວອັງຄານຫລາຍພັນກິໂລແມັດເທິງພື້ນຜິວ ນອກຈາກນັ້ນຍັງສຶກສາເຖິງຊັ້ນບັນຍາກາດໄອໂອໂນດເຟຍ ແລະຂອບເຂດສະໜາມແມ່ເຫລັກ (magnetosphere) ຊຶ່ງທຳການກວດສອບຄວາມເຂ້ມຂອງສະໜາມແມ່ເຫລັກທີ່ເຄີຍມີ ເພື່ອກວດສອບວ່າດາວອັງຄານອາດຈະສາມາດອາໄສຢູ່ໄດ້
“ໃນໄລຍະທຳອິດທີ່ກວດສອບດາວອັງຄານ ສິ່ງທີ່ເຫັນຄືຂອງແຫລວ ແລະຄວາມອຸດົມສົມບູນຂອງພື້ນຜິວ ໃຜກໍຄິດວ່າອາດຈະມີສິ່ງມີຊິີວິດຢູ່ບ່ອນນັ້ນ” Bruce Jakosky ຫົວໜ້າໂຄງການສຳຫລວດດາວອັງຄານກ່າວ ແຕ່ເມື່ອບັນຍາກາດຫາຍໄປ ແລະສິ່ງມີຊີວິດໃດໆ ທີ່ເຄີຍມີຫາຍໄປຢູ່ກ້ອງພື້ນຜິວ ດັ່ງນັ້ນເຮົາຈຶ່ງຕ້ອງສຶກສາເຖິງສິ່ງທີ່ສົ່ງຜົນກະທົບຕໍ່ຂະບວນການທີ່ສາມາດອາໄສຢູ່ໄດ້. ”
ເຄື່ອງມືເທິງຍານມາເວນທຳການວັດແທກການສູນເສຍຂອງບັນຍາກາດຂອງດາວອັງຄານ, ວິເຄາະອັອກຊິເຈນ ແລະຄາຣ໌ບອນໄດອັອກໄຊດ໌ທີ່ຖືກປ່ອຍອອກມາຈາກດາວເຄາະ ຊຶ່ງພົບວ່າຍັງຄົງມີບັນຍາກາດຢູ່ຮອບດາວອັງຄານ ແຕ່ຈາກຂໍ້ມູນໃໝ່ນີ້ ມັນຄືການສູນເສຍທີ່ຍັງຄົງຢູ່ໃນອັດຕາ 100 ກຣາມ ຕໍ່ວິນາທີ ຊຶ່ງເປັນການສູນເສຍເທື່ອລະໜ້ອຍ ແຕ່ມັນສຳຄັນຫລາຍເມື່ອເວລາຜ່ານໄປ
ທີ່ສຳຄັນທີ່ສຸດ ເຫດການພາຍຸສຸລິຍະ ຈາກການປະທຸຂອງພະລັງງານ ແລະອະນຸພາກເຊັ່ນ ການປົດປ່ອຍກ້ອນມວນຂະໜາດໃຫຍ່ອອກມາຈາກຊັ້ນໂຄໂຣແນວຂອງດວງອາທິດຫລື interplanetary coronal mass ejections (ICMEs) ຊຶ່ງເບິ່ງຄືວ່ານັ້ນຈະຊ່ວຍເລັ່ງອັດຕາການສູນເສຍຫລາຍຂຶ້ນ
ຍານມາເວນສັງເກດໄດ້ໃນຂະນະບ່ອນເຮັດວຽກກວດສອບສະໜາມແມ່ເຫລັກຂອງດາວອັງຄານທີ່ເຫລືອຢູ່ ພົບວ່າມີເສັ້ນແມ່ເຫລັກຂະຫຍາຍເຂົ້າມາໃນຫ້ອງອາວະກາດ 5,000 ກິໂລແມັດ ສົ່ງຜົນໃຫ້ເກີດໄອອອນຫລາຍຂຶ້ນ ເຊັ່ນ ອອກຊິເຈນແລະຄາຣ໌ບອນໄດອັອກໄຊດ໌ປິວຈາກດາວເຄາະສີແດງນີ້ເຂົ້າໄປໃນອາວະກາດ ນັ້ນໝາຍຄວາມວ່າ ບັນຍາກາດທີ່ເຄີຍຫນາແຫນ້ນຂອງດາວອັງຄານໜ້າຈະຫາຍໄປເມື່ອດາວອັງຄານສູນເສຍສະໜາມແມ່ເຫລັກ
ເມື່ອ 3500 ລ້ານປີກ່ອນ ດວງອາທິດຍັງອາຍຸນ້ອຍ ແລະມີພະລັງມະຫາສານ ຈຶ່ງປົດປ່ອຍມວນຢ່າງມະຫາສານ ເຮັດໃຫ້ເກີດການສູນເສຍຊັ້ນບັນຍາກາດຢ່າງວ່ອງໄວ
ຜົນກະທົບຈາກພາຍຸສຸລິຍະທີ່ເກີດຂື້ນຊຶ່ງເພີ່ມອັດຕາການສູນເສຍເປັນຢ່າງຫລາຍ ດັ່ງນັ້ນປະຫວັດສາດໃນໄລຍະທຳອິດຂອງດາວອັງຄານ ຈາກການທີ່ມີລົມສຸລິຍະຫລາຍແລະຮຸນແຮງຂຶ້ນ ອີກທັງພາຍຸສຸລິຍະທີ່ຮຸນແຮງຂຶ້ນ ອັດຕາການສູນເສຍຕ້ອງຫລາຍກວ່າໃນທຸກມື້ນີ້ແນ່ນອນ
“ການທຳລາຍລ້າງຂອງພາຍຸສຸລິຍະ ເປັນກົນໄກສຳຄັນໃນການສູນເສຍຊັ້ນບັນຍາກາດ ແລະສຳຄັນຫລາຍພໍທີ່ຈະປ່ຽນແປງສະພາບອາກາດເທິງດາວອັງຄານໄປ” Joe Grebowsky ນັກວິທະຍາສາດໂຄງການມາເວນກ່າວ
ຍານມາເວນຍັງຄົງກຳລັງສຶກສາຂະບວນການສູນເສຍອື່ນໆ ເຊັ່ນການສູນເສຍອັນເນື່ອງມາຈາກຜົນກະທົບຂອງໄອອອນຫລືການຫລົບໜີຂອງອະຕອມໄຮໂດຣເຈນ ຊຶ່ງຂໍ້ມູນເຫລົ່ານີ້ອະທິບາຍການຫາຍໄປຂອງບັນຍາກາດຂອງດາວອັງຄານໄດ້ດີຍິ່ງຂຶ້ນ