spot_img
Homeຂ່າວຕ່າງປະເທດຫວຽດນາມ-ຈີນລົງນາມຂໍ້ຕົກລົງທະວີພາຄີ 12 ສະບັບ

ຫວຽດນາມ-ຈີນລົງນາມຂໍ້ຕົກລົງທະວີພາຄີ 12 ສະບັບ

Published on

laopost3

     ຜູ້­ນຳສສ ຫວຽດ­ນາມ ແລະ ສປ ຈີນ​ພົບປະຫາ­ລືກັນຢູ່ໃນນະ­ຄອນ­ຫຼວງຮ່າໂນ້ຍໃນທ້າຍອາ­ທິດທີ່ຜ່ານມາ ພ້ອມລົງນາມຂໍ້ຕົກ­ລົງທະ­ວີພາ­ຄີ 12 ສະ­ບັບທີ່ກ່ຽວ­ຂ້ອງກັບເສດ­ຖະ­ກິດ, ການຄ້າ, ການລົງ­ທຶນ, ວັດ­ທະ­ນາທຳ ແລະ ການ­ທ່ອງ­ທ່ຽວ.

 ການພົບປະຫາ­ລືກັນລະ­ຫວ່າງທ່ານ ຫງວ​ຽນ ຝູ ຈອງ ເລ­ຂາ­ທິ­ການພັກກອມມູ​ນິດຫວ​ຽດ​ນາມກັບທ່ານ ສີ ຈິ້ນຜິງ ປະທານປະເທດຂອງຈີນ ຊຶ່ງເດີນ­ທາງຢ້ຽມ­ຢາມຫວຽດ­ນາມຢ່າງເປັນທາງການ​ເປັນເວ­ລາ 2 ມື້ລະ­ຫວ່າງວັນທີ 5-6 ພະ­ຈິກ​ທີ່ຜ່ານມາ ຜູ້­ນຳທັງສອງຕົກ­ລົງທີ່ຈະຈຳ­ກັດຄວາມຂັດແຍ້ງ​ລະ­ຫວ່າງສອງປະເທດ ລວມ​ທັງຮັກ­ສາສັນ­ຕິ­ພາບ ແລະ ຄວາມໝັ້ນ­ຄົງ. ທະ­ຫານກອງກຽດ­ຕິ­ຍົດຫວຽດ­ນາມຍິງ​ປືນໃຫຍ່ 21 ນັດ ເພື່ອເປັນກຽດໃນພິ­ທີຕ້ອນ­ຮັບທ່ານ ສີຈິ້ນຜິງ ຊຶ່ງເປັນປະ­ທານປະເທດຈີນຄົນທຳອິດທີ່ຢ້ຽມ­ຢາມຫວຽດ­ນາມໃນຮອບ 10 ປີ ກ່ອນຜູ້­ນຳທັງສອງຈະເຂົ້າປະ­ຊຸມເປັນທາງການພາຍໃນສຳ­ນັກ­ງານພັກກອມມູ​ນິດຫວຽດ­ນາມ ໂດຍຜູ້­ນຳທັງສອງຕົກ­ລົງທີ່ຈະສົ່ງເສີມຄວາມສຳ­ພັນລະ​ຫວ່າງ​ສອງປະເທດລະ­ຫວ່າງພັກກອມມູ​ນິດຂອງທັງສອງຝ່າຍ.

ຊຶ່ງຜູ້­ນຳທັງສອງຝ່າຍໄດ້ຮ່ວມເປັນສັກຂີພະ­ຍານໃນການລົງນາມໃນຂໍ້ຕົກ­ລົງຄວາມຮ່ວມມື 12 ສະ­ບັບ​ຄວບຄຸມເຖິງຄວາມສຳ­ພັນລະ­ຫວ່າງພັກກອມມູ​ນິດຂອງສອງປະເທດ, ການລົງ­ທຶນ, ລະ­ບົບສາ​ທາ​ລະນູ​ປະໂພກ ພື້ນ­ຖານ, ວັດ­ທະ­ນາທຳ ແລະ ເງິນກູ້ຈຳ­ນວນ 200 ລ້ານໂດລາສະ­ຫະ­ລັດຈາກທະ­ນາ­ຄານພັດ­ທະ­ນາຈີນ(ຊີດີບີ)ໃຫ້ແກ່ທະນາ­ຄານເພື່ອການລົງ­ທຶນ ແລະ ການພັດ­ທະ­ນາຂອງຫວຽດ­ນາມ(ຕາມຂ່າວຕ່າງ​ປະເທດ).

ທີ່ມາ ເສຖະກິດ ສັງຄົມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...