ສປປ ເກົາຫຼີສະເໜີທ່ອງທ່ຽວພຽງຢາງທາງອາກາດ

0
1458

laopost2

ທາງການ​ສປປ ເກົາ­ຫຼີສະເໜີທ່ອງທ່ຽວ​ຊົມ​ທີວ​ທັດນະ­ຄອນ­ຫຼວງປຽງຢາງທາງອາ­ກາດ ດ້ວຍເຮລິກອບເເຕ ແລະ ເຮືອ­ບິນຂະ­ໜາດນ້ອຍສະໄໝໂຊວຽດ ເລີ່ມ​ຕົ້ນແຕ່ເດືອນນີ້.

 

ລັດ­ຖະ­ບານສປປ ເກົາ­ຫຼີສະເໜີຈັດລາຍ­ການນຳທ່ຽວຊົມທີວ​ທັດນະ­ຄອນ­ຫຼວງພຽງຢາງທາງອາ­ກາດ ໂດຍໃຊ້ເຮລິກອບເເຕ ແລະ ເຮືອ­ບິນຂະ­ໜາດນ້ອຍຮຸ່ນເກົ່າສະໄໝໂຊວຽດ ໂດຍຈະເລີ່ມໃຫ້ບໍ­ລິ­ການໃນເດືອນນີ້ ຂໍ້ສະເໜີໂດຍຜ່ານແອ ໂຄຣຽວ ສາຍການ­ບິນແຫ່ງຊາດຂອງສປປ ເກົາ­ຫຼີໄປຍັງບໍ­ລິ­ສັດນຳທ່ຽວຕ່າງ​ປະເທດໃນນະ­ຄອນ ຫຼວງປັກກິ່ງຂອງສປ ຈີນ ຊຶ່ງ​ນັກທ່ອງທ່ຽວຈະມີເວ­ລາທ່ຽວຊົມ ແລະ ຖ່າຍຮູບຄັ້ງລະປະ­ມານ 30-40 ນາ­ທີ. ຈາກການປະເມີນຂອງຫຼາຍບໍລິສັດທ່ອງທ່ຽວຄາດຄະເນວ່າ ມີນັກທ່ອງທ່ຽວຊາວຕາເວັນຕົກໄປຢ້ຽມ­ຢາມສປປ ເກົາ­ຫຼີປີລະ 6 ພັນຄົນ ແຕ່ນັກທ່ອງທ່ຽວຕ່າງຊາດສ່ວນໃຫຍ່ເປັນຊາວຈີນ.

ທ່ານ ໂຣ​ວານ ບຽດ ແຫ່ງບໍ­ລິ­ສັດນຳທ່ຽວຍັງໄພໂອເນຍ​ທົວ ໃນ​ະ​ຄອນ​ຫຼວງປັກກິ່ງກ່າວວ່າ ສາຍການ­ບິນ ແອ ໂຄ​ຣຽວ ເປັນຜູ້ດຳເນີນການ​ຈັດລາຍ­ການນຳທ່ຽວ, ການທ່ຽວຊົມໂດຍ​ເຮລິກອບເເຕ​ຂົນສົ່ງແບບເອັມໄອ-17 ແລະ ເຮືອ­ບິນໂດຍ­ສານຂະ­ໜາດນ້ອຍສະໄໝໂຊວຽດ​ຄິດຄ່າບໍ­ລິ­ການຄົນລະ 195 ໂດລາສະ­ຫະ­ລັດ ນັກທ່ອງທ່ຽວຈະໄດ້ບິນໄປເກືອບທົ່ວພຽງຢາງ ຊົມສະ­ຖານທີ່ສຳ­ຄັນຕ່າງໆລວມ​ທັງໂຮງແຮມ​ຣິ​ວົກ​ຍອງຂະ­ໜາດ 105 ຊັ້ນ, ແມ່ນ້ຳແຕດອງ, ຫໍຈູເຊ ແລະ ສະ­ໜາມ­ກິ­ລາ​ຣັດ​ຣັງ​ຣາໂດ ເມຍເດຍ ຊຶ່ງເປັນສະ­ໜາມ­ກິ­ລາທີ່ໃຫຍ່ທີ່ສຸດຂອງໂລກຮອງຮັບຜູ້ເຂົ້າຊົມພາຍໃນສະ­ໜາມໄດ້ເຖິງ 150 ພັນບ່ອນນັ່ງ.ທ່ານ ໄຊມອນ ຄັອດເຄີເຣ​ລ ແຫ່ງໂຄ​ຣຽວໃນນະ­ຄອນ ຫຼວງປັກກິງ​ກ່າວວ່າ ແຜນ­ການໃຊ້ເຮລິກອບເເຕ ແລະ ເຮືອ­ບິນຂະ­ໜາດນ້ອຍນຳທ່ຽວພຽງຢາງໃຊ້ເວ­ລາດົນຫຼາຍປີ  ກວ່າທາງການ​ສປປ ເກົາ­ຫຼີຈະອະ­ນຸ­ມັດ(ຕາມຂ່າວຕ່າງ​ປະເທດ).

ທີ່ມາ ນສພ ເສດຖະກິດ ສັງຄົມ