spot_img
Homeຂ່າວພາຍ​ໃນໂຣເຈີ ຜ່ານເຂົ້າໄປສູ່ຮອບທີ 3 ແລ້ວໃນ ເອທີພີ ທົວ

ໂຣເຈີ ຜ່ານເຂົ້າໄປສູ່ຮອບທີ 3 ແລ້ວໃນ ເອທີພີ ທົວ

Published on

ໂຣເຈີ ເຟເດີເຣີ ນັກເທນນີສມືອັນດັບ 2 ຂອງໂລກຊາວສະວິດເຊີແລນ ໂຊຟອມໄດ້ເກືອບສົມບູນແບບ ເອົາຊະນະ ອັນເດຣຽດສ໌ ເຊບປິ ຈາກອິຕາລີ ແບບຂາດລອຍ 2 ເຊັດລວດ 6-1 ແລະ 6-1 ເຂົ້າສູ່ຮອບ 3 ໃນການແຂ່ງຂັນ ເອທີພີ ທົວ “ປາຣີ ມາສເຕີ” ທີ່ປະເທດຝຣັ່ງ ເມື່ອວັນພຸດວັນທີ 4 ພະຈິກ 2015 ທີ່ຜ່ານມາ
ເຟເດີເຣີ ທີ່ຫາກໍ່ຄວ້າແຊ້ມໃນເມືອງບາເຊີລ ທ້າຍອາທິດທີ່ຜ່ານມາ ( 1 ພະຈິກ 2015 ) ຍັງຄົງຫຼີ້ນໄດ້ຢ່າງໂດດເດັ່ນເກັບຄະແນນຈາກເສີບຄັ້ງທຳອິດ 92% ປິດສາກເຊັດທຳອິດພຽງ 19 ນາທີ

ເກມໃນເຊັດທີ 2 ອັນເດຣຽດສ໌ ເຊບປິ ມືອັນດັບ 28 ຂອງໂລກ ປ່ຽນເບຣກພ໊ອຍທ໌ຈາກໂອກາດ 4 ຄັ້ງ ແຕ່ກໍ່ຍັງບໍ່ສຳເລັດເຮັດໃຫ້ ດເຟເດີເຣີ ຈັດການດ້ວຍລູກບອນເລ່, ເອົາຊະນະດ້ວຍເວລາພຽງ 47 ນາທີ ລໍຖ້າແຂ່ງຂັນກັບ ຈອນ ອິສເນີ ມືອັນດັບ 13 ຂອງລາຍກນຈາກອາເມຣິກາໃນນັດຕໍ່ໄປ

ແຊ້ມ ແກຣນ ສະແລມ 17 ສະໄໝກ່າວວ່າ: ມັນເປັັນສີ່ງທີ່ໜ້າຍິນດີຢ່າງຍີ່ງຖ້ານັດອື່ນໆເປັນແບບນັດນີ້ ແນ່ນອນຂ້ອຍມັກການແຂ່ງຂັນທີ່ດຸເດືອດແຂ່ງຂັນດົນ 2,3,4 ຫຼື 5 ຊົ່ວໂມງ ແຕ່ພຽງ 47 ນາທີມັນກໍ່ເປັນທີ່ໜ້າພໍໃຈຫຼາຍເພາະວ່າຕ້ອງມີສະມາທິຫຼາຍໃນເວລາສັ້ນໆ ເມື່ອຢູ່ໃນສະໜາມ ແລະ ບໍ່ຕີເສຍເອງ

558000012756002

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...