Homeຂ່າວຕ່າງປະເທດອິນໂດ ຂະຫຍາຍເວລາປິດສະໜາມບິນບາຫລີ

ອິນໂດ ຂະຫຍາຍເວລາປິດສະໜາມບິນບາຫລີ

Published on

Capture

ທາງ​ການ​ອິນ​ໂດ​ນີ​ເຊຍ​ສັ່ງ​ຂະຫຍາຍ​ເວລາ​ການ​ປິ​ດສະໜ​າມ​ບິນ​ເທິງ​ເກາະ​ບາ​ຫລີ ກະທົບ​ຖ້ຽວ​ບິນ​ຫລາຍກວ່າ 100 ຖ້ຽວ ຫລັງ​ພູເຂົາ​ໄຟ​ເດືອດ​ຈົນ​ຖ່ານ​​ກະ​ຈາຍ​ເຕັມ​ທ້ອງ​ຟ້າ ມື້​ວັນພຸດ​ທີ່ 4 ພະ​ຈິກ 2015 ສຳ​ນັກ​ຂ່າວ​ເອ​ເອັບ​ພີ ລາຍ​ງານ​ຈາກ​ນະຄອນຫລວງ​ຈາ​ກາຕ້າ ປະເທດ​ອິນ​ໂດ​ນີ​ເຊຍ ເມື່ອ​ວັນທີ່ 4 ວ່າທາງ​ການ​ອິນ​ໂດ​ນີ​ເຊຍ​ສັ່ງ​ຂະຫຍາຍ​ເວລາ​ການ​ປິດສະໜາມບິນ​ນານາ​ຊາດ​ງູ​ລະ​ໄລ ເທິງ​ເກາະ​ບາ​ຫລີ ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ສຳຄັນ​ຂອງ​ປະເທດ ຫລັງ​ຢຸດ​ທຳການ​ຊົ່ວ​ຄາວ​ມາ​ຕັ້ງ​ແຕ່​ມື້​ອັງ​ຄານທີ່ 3 ພະຈິກ ເນື່ອງ​ຈາກ​ພູເຂົາ​ໄຟ​ລິນ​ຈາ​ນີ ຊຶ່ງ​ຕັ້ງ​ຢູ່​ເທິງ​ເກາະ​ລອມ​ບອກ ທາງ​ຕະເວັນ​ອອກ​ຂອງ​ເກາະ​ບາ​ຫລີ ເກີດ​ເດືອດ​ຂຶ້ນ​ສົ່ງ​ເຖົ່າ​ຖ່ານ​ກະ​ຈາຍ​ຟົ້ງເຕັມ​ທ້ອງ​ຟ້າ​ເທິງສະ​ໜາມ​ບິນ ເຈົ້າ​ຫນ້າທີ່​ຂອງສະ​ໜາມ​ບິນ​ງູ​ລະ​ໄລ​ກ່າວ​ວ່າ ສະໜາມບິນຈະ​ຢຸດ​ທຳການ​ຈົນ​ເຖິງ​ເວລາ 07.45 ນ. (ຕາມ​ເວລາ​ລາວ​ຂອງ​ມື້​ວັນພະຫັດ) ເພາະ​ຖ່ານ​ພູເຂົາ​ໄຟ​ທີ່​ເດືອດ​ຂຶ້ນ​ມາ​ເຮັດໃຫ້​ທັດສະ​ວິ​ໄສ​ໃນ​ການ​ບິນ​ບໍ່​ດີ ກະທົບ​ກັບ​ຖ້ຽວ​ບິນ​ຈຳນວນ 106 ຖ້ຽວ ໃນ​ຈຳນວນ​ນີ້​ເປັນ​ສາຍ​ການ​ບິນ​ຈາກ​ນານາ​ຊາດ 59 ແຫ່ງ ແຕ່​ສະຖານນະການ​ທຸກ​ຢ່າງ​ຍັງ​ຄວບ​ຄຸມ​ໄດ້ ສາຍ​ການ​ບິນ​ເວີ​ຈິນ​ອອດສ໌​ເຕ​ເຣຍ​ແລະ​ເຈັດ​ສະ​ຕາລ໌​ໄດ້​ສັ່ງ​ຍົກ​ເລີກ​ຖ້ຽວ​ບິນ​ທີ່​ຈະ​ໄປ​ເກາະ ບາ​ຫລີ​ເມື່ອ​ມື້​ວັນອັງ​ຄານ​ທັງ​ໝົດ ທັງ​ນີ້ ຜູ້​ຊ່ຽວຊານ​ເຜີຍ​ວ່າ ເຖົ່າ​ຖ່ານ​ພູເຂົາ​ໄຟ​ເປັນ​ອັນຕະລາຍ​ກັບ​ເຄື່ອງ​ຈັກຂອງ​ເຮືອ​ບິນ​ຫລາຍກວ່າ​ລົບກວນ​ການ​ບິນ​ເສຍ​ອີກ“

ບົດຄວາມຫຼ້າສຸດ

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....