ອິນໂດເນເຊຍ ສັ່ງປິດສະໜາມບິນຢູ່ບາຫລີ ຫລັງຂີ້ເຖົ່າພູເຂົາໄຟປົກຄຸມທອ້ງຟ້າ!

558000012713101

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ພະຈິກນີ້ວ່າ ອິນໂດເນເຊຍ ໄດ້ສັ່ງປິດສະໜາມບິນສາກົນງູຣະໄຣ ເທິງເກາະບາຫລີ ໄປຈົນຮອດມື້ອື່ນ (5 ພະຈິກ) ເນື່ອງຈາກຂີ້ເຖົ່າພູເຂົາໄຟຣິນຈານີ ທີ່ຕັ້ງຢູ່ເທິງເກາະລອມບັອກ ຊຶ່ງຢູ່ໃກ້ຄຽງກັນ ໄດ້ລະເບີດລອຍຂຶ້ນສູ່ທ້ອງຟ້າ ເຮັດໃຫ້ຕ້ອງໄດ້ຍົກເລີກຖ້ຽວບິນທັງໝົດ 106 ຖ້ຽວບິນ ຊຶ່ງໃນນັ້ນ ເປັນຖ້ຽວບິນລະຫວ່າງປະເທດ 59 ຖ້ຽວບິນ.

ທັງນີ້ ເນື່ອງຈາກຂີ້ເຖົ່າພູເຂົາໄຟ ຈະປ່ຽນສະພາບກາຍເປັນແກ້ວ ເມື່ອມັນຖືກດູດເຂົ້າໄປໃນເຄື່ອງຈັກເຮືອບິນ ຊຶ່ງອາດເຮັດໃຫ້ເຄື່ອງຈັກເພ ໃນລະຫວ່າງການບິນໄດ້.