ອ່ານໃຫ້ຈົບຢ່າຟ້າວເຊື່ອ ໝໍສີພອນ ໝໍ 10 ນິ້ວເທວະດາ

ອ່ານໃຫ້ຈົບ ກັບເລື່ອງລາວ ຂອງໝໍສີພອນ 10 ນິ້ວເທວະດາ
ຂ້ອຍຕັ້ງໃຈໃຊ້ເວລາຂຽນບົດຄວາມນີ້ 2 ຊົ່ວໂມງເຕັມໆ ທ່ານຈົ່ງຍອມເສຍສະລະເວລາເພື່ອອ່ານມັນ ໃຫ້ຈົບເພື່ອສຸຂະພາບຂອງຕົວທ່ານເອງ.

12189848_1664741427103890_1498343279044000752_n

ມາບັດນີ້ຂ້ອຍຄິດວ່າມັນເຖິງເວລາແລ້ວ ທີ່ຈະເຜີຍແຜ່ບອກສີ່ງທີ່ ພູວົງຄິດວ່າມັນດີ ທີ່ເກັບມາເປັນປີໆ ໃຫ້ພີ່ນ້ອງໝູ່ເພື່ອນໄດ້ຮັບຮູ້ ກ່ຽວກັບເລື່ອງໂລກໄພໄຂ້ເຈັບ ຂອງຄົນເຮົາແຕ່ໃນໂລກຄວາມເປັນຈິງ. ຂ້ອຍໄດ້ບອກໄດ້ຊ່ອຍເປັນຫຼາຍຮ້ອຍຄົນແລ້ວ.

ເອົາເຂົ້າເລື່ອງເລີຍຄົນເຮົາທຸກຄົນໃນຍາມ ເຈັບໄຂ້ໄດ້ປ່ວຍມາເຖີງສີ່ງແລກທີ່ປະຕິບັດກັນ ນັ້ນຄືການປີ່ນປົວເອົາຊີວິດຈິງຂອງພູວົງເລີຍ ລະກັນຈະແຈ້ງດີ 2 ປີທີ່ແລ້ວຂ້ອຍມີອາການເຈັບປວດແອວຫຼາຍ ກາເລີຍໄປຫາໂຮງໝໍທີ່ຄົນສ່ວນຫຼາຍມັກໄປ ນັ້ນຄືໂຮງໝໍ ເອກອຸດອນມື້ນັ້ນເສຍຄ່າກວດໝົດມື້ 14000B ໝໍບອກວ່າພູວົງທີ່ເຈົ້າເຈັບເເອວເປັນຍ້ອນສາເຫດ ກະດູກສັນຫຼັງມາທັບເສັ້ນປະສາດຕ້ອງຜ່າຕັດ (ຄ່າຜ່າຕັດ140.000B + 40.000B ຄ່າກິນນອນ 2 ອາທິດ=180,000B). ຂ້ອຍກາເລີຍເອົາມາຄິດເບີ່ງກ່ອນ ໄດ້ຢາມາກິນ 4 ແຜງ.

ຈາກນັ້ນກາລອງໄປໂຮງໝໍວຽງຈັນຮ່າໂນ່ຍ ລາວ-ຫວຽດ 150 ຕຽງ ເພີ່ນບອກວ່າກະດູກປົ່ງຕ້ອງຜ່າຕັດ (ໝໍໄທໝໍຫວຽດໝໍລາວເວົ້າບໍ່ຄືກັນ) ກາເລີຍກິນຢາພໍບັນເທົາມາໄດ້ 1 ປີ. ຈາກນັ້ນອາການແຮງຊຸດຂຶ້ນຫຼາຍກ່ວາເກົ່າ ຄິດໃນໃຈຕ້ອງໄດ້ຜ່າຕັດຕາມໝໍບອກແນ່ນອນ ພໍດີມື້ນັ້ນເປັນວັນຊາດລາວຄິດວ່າຊິໄປ ໃຫ້ໝໍກວດເບີ່ງມື້ນັ້ນໝໍໃຫຍ່ ລາຢຸດວັນຊາດກາເລີຍຄິດວ່າມື້ອື່ນຈີ່ງໄປ.

ຂໍເລົ່າຄວາມເຈັບປວດເເອວຂອງຂ້ອຍ ໃນມື້ນັ້ນຕັ້ງແຕ່ເກີດມາບໍ່ເຄີຍເຈັບປວດ ເທົ່ານີ້ມາກ່ອນນອນກາເຈັບຊາ ມືນໄປທົ່ວຕົນໂຕລຸກນັ່ງກາບໍ່ໄດ້ ນອນຫາຍໃຈປານເຈົ້າຊາຍນິດທາ ເຫັນສະພາບຕົນເອງແລ້ວເປັນຕາສົມເພດ ນອນແຕ່ເຊົ້າຮອດແລງພໍດີບຸນຂ້ອຍມີ ຫຼືເປັນວາດສະໜາຂອງຂ້ອຍ ເພາະລູກນ້ອງທີ່ຢູ່ນຳຂ້ອຍ ມັນບອກຂຶ້ນມາວ່າຫົວໜ້າເຈົ້າຄືບໍ່ລອງ ໄປບີບໄປນວດກັບໝໍສີພອນເບິ່ງແມ້ ລາວເກັ່ງໃດ!

ຢາກຂໍດ່າລູກນ້ອງກ່ອນເດີ້ ເປັນຫຍັງຄືມາບອກຊ້າແທ້ ໃຫ້ເຮົານອນເຈັບຕັ້ງແຕ່ເຊົ້າຮອດແລງ. ລູກນ້ອງບອກວ່າແນວຫົວໜ້າບໍ່ຖາມ ໃຜຊິຮູ້. ຊື່ຫຼາຍລູກນ້ອງ ຊ່ວງເວລານັ້ນໃຜບອກວ່າບ່ອນໃດປິ່ນປົວດີ ແມ່ນໄປໂລດ. ແຕ່ໄປດ້ວຍຄວາມທຸລັກທຸເລ ແບບສົມເພດທີ່ສຸດ. ໃນຊີວິທີ່ເຄີຍເຫັນມາຂ້ອຍຕ້ອງໄດ້ໃຫ້ ລູກນ້ອງອຸ້ມຂຶ້ນລົດ 4 ຄົນ ແບກຂ້ອຍຄົນດຽວໃນທ່ານັ່ງເພາະມັນ ເຈັບປວດສຸດໆ ພໍໄປຮອດກາຫາມລົງແບບເກົ່າ ອາຍສຸດໆທຳໃຈ.

ໝໍສີພອນມາກວດເບີ່ງອາການ ໝໍບອກວ່າໝໍບີບນວດໃຫ້ເຈົ້ານີ້ມື້ອື່ນ ເຈົ້າຍ່າງໄດ້ໂລດ (ຄິດໃນໃຈຄືຊິມາໂມ້ເກັ່ງແທ້).

ນວດໄປໄດ້ປະມານ 2 ຊົ່ວໂມງ ຈຶ່ງແລ້ວ. ຈາກນັ້ນຂ້ອຍກາລຸກຂຶ້ນມານັ່ງເອງໄດ້ ຢືນໄດ້ແຕ່ຍາກແຕ່ແຕ່ກາໄດ້ດີກວ່າເກົ່າຫຼາຍ ສຸດຍອດ ເໜືອຄຳອະທິບາຍເລີຍໝໍສີພອນ.

ຂ້ອຍກາເລີຍລົມກັບໝໍສີພອນແດ່ໜ້ອຍໜຶ່ງ ໄດ້ມາແລ້ວໄກກາໄກຕ້ອງຖາມຕ້ອງຮູ້ໃຫ້ຄຸ້ມຄ່າ.

12190828_1664741420437224_8077404221665221660_n

ກ່ອນໜ້ານີ້ຂ້ອຍໄປໂຮງໝໍເອກອຸດອນ ຢູ່ໄທເຂົາວ່າກະດູກເລື່ອນມາທັບເສັ້ນປະສາດ ຕ້ອງໄດ້ຜ່າຕັດ ຄືວ່າຊັ້ນ?. ໝໍສີພອນບອກວ່າມັນບໍ່ແມ່ນ ເສັ້ນເອັນຂອງເຈົ້າມັນຂອດກັນ ຄືກັບເສັ້ນຢາງຊື່ໆ ໝໍນວດຄາຍເສັ້ນບໍ່ໃຫ້ມັນຂອດລະກາແລ້ວ.

ໂຮງໝໍຢູ່ລາວເພີ່ນວ່າກະດູກປົ່ງເດ່? ໝໍສີພອນບອກວ່າຊິກະດູກປົ່ງຈັ່ງໃດເສັ້ນເອັນ ຂອງເຈົ້າມັນມາຂອດໃສ່ກັນແລ້ວ ນ້ຳຢາງເຫຼືອງຫຸ້ມໄວ້ເວລາເອັກສະເລ ອອກມາມັນເປັນສີຂາວເບີ່ງ ຄືກະດູກປົ່ງ. ຟັງໝໍສີພອນອະທີບາຍແບບງ່າຍໆເລີຍ

ຈາກນັ້ນເວລາກາຄ່ຳແລ້ວກາເລີຍໃຫ້ຄ່າຄາຍ ຄ່ານວດ 100,000 ກີບ ຕອນມາລູກນ້ອງແບກຫາມ 4 ຄົນ, ແຕ່ຕອນເມືອລູກນ້ອງແຄ່ປະຄອງ 2 ຄົນ. ມື້ຕໍ່ມາກາຕື່ນຂຶ້ນມາເຮັດວຽກ ຕາມປົກກະຕິແບບບໍ່ມີຫັຍງເກີດຂຶ້ນ ພໍ່ແມ່ອ້າຍເອື້ອຍນ້ອງລູກນ້ອງເຫັນຈົນຕົກໃຈ ເພາະບໍ່ເຊື່ອໃນສີ່ງທີ່ເຫັນຕ່າງຈາກມື້ວານ ຄວາມຈິງກາຄືຄວາມຈິງສີ່ງດີໆ ມີບໍ່ ພູວົງ ຊິເກັບໄວ້ຜູ້ດຽວຈັດການ. ເພື່ອນໃຫ້ເພື່ອນຈາກນັ້ນເປັນຕົ້ນມາໃນໄລຍະ 1 ປີ, ພູວົງໄດ້ບອກພີ່ນ້ອງໝູ່ເພື່ອນຄົນຮັກແພງ ເປັນ ຫຼາຍ 100 ຄົນ, ບາງທີຂ້ອຍຂີ່ລົດກາຍຕາມທາງ ເຫັນຄົນປ່ວຍຊັກໄມ້ຄ້ອນເທົ້ານັ່ງລົດເຂັນ, ຂ້ອຍຍັງໄດ້ລົງໄປບອກເຂົາໃຫ້ລອງໄປນວດ ໄປບີບກັບໝໍ ສີພອນເບີ່ງ ຂ້ອຍໃຫ້ເບີໂທໝໍໄປຈາກນັ້ນ ກາຄ່ອຍໂທຖາມອາກາຜູ້ປ່ວຍທີ່ຂ້ອຍແນະນຳ ໄປວ່າໄຄວ່າດີຂຶ້ນບໍ່.

ຂໍເລົ່າອີກເທື່ອໜຶ່ງ, ເມື່ອກ່ອນຊີວິດການເປັນຢູ່ຂອງໝໍສີພອນ ທຳມະດາຫຼາຍເດືອນໜຶ່ງມີຄົນມານວດພຽງແຕ່ 5-7 ຄົນແຕ່ຫຼັງຈາກ ພູວົງ ມານວດເທົ່ານັ້ນແລະທຸກມື້ນີ້ມີຄົນມານວດອາທິດໜຶ່ງ ບໍ່ຕ່ຳກວ່າ 20-30 ຄົນ. ນີ້ຂະໜາດມີຄົນໄປແຕ່ເຊົ້າ 6:30 ຍັງໄດ້ຕໍ່ແຖວລຽນຄິວ ຖ້າເບີ່ງເອົາພີ່ນ້ອງສີ່ງດີໆ ເຮົາຕ້ອງບອກຕໍ່ເອົາອີກ ອາການເຈັບປ່ວຍ 4 ເດືອນແລ້ວ.

12193872_1664741433770556_6294393987358119149_n

ນີ້ຂ້ອຍມີພີ່ນ້ອງຢູ່ເຢຍລະມັນນິທຸກປີເພີ່ນ ຕ້ອງມາຢາມລູກຫຼານຢູ່ລາວ ພໍດີເປັນບຸນຂອງພີ່ນ້ອງຕາມປະເພນີ ຂອງລາວເຮົາຕ້ອງໄດ້ມາຢ້ຽມ
ຢາມຖາມຂ່າວຄວາມສຸກຄວາມທຸກມື້ນັ້ນ ພໍດີແມ່ ຂອງຂ້ອຍໄດ້ໄປຢາມພີ່ນ້ອງ ຜູ້ມາແຕ່ເຢຍລະມັນນີແມ່ຂອງຂ້ອຍ ເຫັນອາການເຈັບປ່ວຍຂອງລາວເລີຍຖາມວ່າ ເປັນຫຍັງຄືມາຍ່າງແບບນີ້ຍ່າງແບບນີ້ວມືງໍ ນີ້ວຕີນງໍຍ່າງແບບຖູໆໄຖໆ ແບບທໍລະມານຫຼາຍ ກ່ອນໜ້ານີ້ກາປີ່ນປົວຢູ່ເຢຍລະມັນນີມາ 4 ປີ ແລ້ວກາຍັງບໍ່ດີບໍ່ເຊົາຄືເກົ່າ ແມ່ຂ້ອຍກາເລີຍບອກ ໃຫ້ລອງມານວດ ບ່ອນລູກຊາຍຂ້ອຍໄປນວດແມ້ມື້ຕໍ່ມາ ພີ່ນ້ອງຂີ່ລົດມາຫາພູວົງແຕ່ເຊົ້າ 6:00 ກາເລີຍພາເພີ່ນໄປຫາໝໍສີພອນ ກ່ອນໄປກາບອກພີ່ນ້ອງວ່າໃຫ້ໃສ່ຄ່ານວດຄ່າຄາຍ 50.000ກີບ-100.000ກີບ ກາພໍແລ້ວ.

ພໍໄປຮອດໝໍສີພອນກາເບີ່ງອາການແລ້ວ ບອກແບບງ່າຍໆວ່າເຈົ້າເປັນປະດົງລົມຊື່ໆ ໝໍຊິນວດເອົາລົມອອກຈາກໂຕແຄ່ນີ້ກາເຊົາແລ້ວ ແຕ່ຕ້ອງມາບີບນວດ 2 ເທື່ອຈື່ງຊິເຊົາ ຫາຍເປັນປົກກະຕິ ຕາມທີ່ໝໍສີພອນ 10 ນີ້ວເທວະດາບອກອີ່ຫຼີ່. ອາການດີຂື້ນນີ້ວມືນີ້ວຕີນບໍ່ງໍ ຍ່າງເປັນປົກກະຕິມານວດພາຍໃນ 3 ວັນພີ່ນ້ອງດີໃຈຫຼາຍ ໃຫ້ຄ່າຄາຍຄ່ານວດຕັ້ງ 600.000 ກີບນວດ 2 ຄັ້ງໝໍສີພອນອະທິບາຍອາການຂອງພີ່ນ້ອງ ວ່າເຈົ້າກິນແຕ່ຢາຫຼວງ (ຢາວິທະຍາສາດຢາເຢຍລະມັນນີ) ເວລາກິນອາການກາເຊົາ ຢາໝົດລິດກາເຈັບຄືເກົ່າ ແຕ່ລົມມັນຊິສະສົມຢູ່ໃນຕົນໂຕຂອງເຈົ້າ ມັນກາເລີຍເຮັດໃຫ້ນີ້ວມືນີ້ວຕີນງໍນວດເອົາລົມອອກໃຫ້ ໝົດລະກາແລ້ວງ່າຍໆ ຫລັງຈາກນວດແລ້ວພີ່ ນ້ອງຜູ້ນີ້ກໍ່ໄດ້ກັບເຢຍລະມັນເລີຍ ເພາະເວລາມັນບໍ່ທັນຈາກນັ້ນໄດ້ໂທມາ ຂໍຂອບອົກຂອບໃຈນຳແມ່ແບບດີອົກດີໃຈ ສຸດໆເລີຍນີ້ພຽງ 2 ຄົນກັບ 2 ອາການປ່ວຍເທົ່ານັ້ນ ທີ່ຈິງມັນມີຫຼາຍກ່ວານີ້ກັບຄົນປ່ວຍ  ກັບຄວາມຮູ້ຄວາມສາມາດທີ່ມີຢູ່ໃນໂຕ ຂອງໝໍສີພອນ ສົມຢານາມ 10 ນີ້ວເທວະດາ

12208335_1664741430437223_8104314673069877286_n

ໝາຍເຫດ: ໝໍສີພອນບອກວ່າປວດເມື່ອຍຕາມຕົນ ໂຕ ເປັນເປ້ຍເປັນລ່ອຍເຈັບເສັ້ນເຈັບເອັນ ໃຫ້ກິນຢາໄດ້ແຕ່ຢ່າຟ້າວຊັກຢາຫ້າມຝັງເຂັມ ແລະທີ່ສຳຄັນຫ້າມຜ່າຕັດເດັດຂາດ ຈັກໜ້ອຍມັນຊິປີ່ນປົວຍາກ

ທີ່ຢູ່ຂອງໝໍສີພອນ ລາວຢູ່ກຳແພງນະຄອນ, ບ້ານຜາສຸກ, ຮ່ອມ 4 ຫຼັກ31
ກາຍເດີ່ນກິລາຫຼັກ17, 29902624 ໝໍສີພອນ ໝໍ10ນີ້ວເທວະດາ

ເລົ່າໂດຍ: Phouvong Shihavong